ໃນໄລຍະ 3 ປີ ແຂວງເຊກອງ ມີນັກທ່ອງທ່ຽວເຂົ້າມາທ່ຽວ 87.266 ເທື່ອຄົນ


ຕາມການລາຍງານຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ກ່າວເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາແຂວງເຊກອງ ກໍຄືພະແນກ ຖວທ ແຂວງ ໄດ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆຜ່ານລາຍການຂອງວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ເວັບໄຊ ແລະ ສື່ອອນລາຍຕ່າງໆ. ນອກນັ້ນ, ຜະລິດແຜ່ນພັບ, ໂປສເຕີ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປ້າຍຄໍາຂວັນ ແລະ ຮ່ວມງານວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ໃນສົກປີ 2020-2022 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມແຂວງເຊກອງທັງໝົດ 87.266 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 7,8 ລ້ານກວ່າໂດລາສະຫະລັດ. ໃນນີ້, ປີ 2020 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 40.000 ເທື່ອຄົນ, ສ້າງລາຍຮັບໄດ້ 3,6 ລ້ານໂດລາສະຫະລັດ, ປີ 2021 ມີນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຈໍານວນ 17.266 ເທື່ອຄົນ, ສ້າງລາຍຮັບໄດ້ 1,5 ລ້ານກວ່າໂດລາສະຫະລັດ ແລະ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 30.000 ເທື່ອຄົນ, ສ້າງລາຍຮັບໄດ້ 2,7 ລ້ານໂດລາສະຫະລັດ.

ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທົ່ວແຂວງເຊກອງ ມີແຫຼ່ງທ່ອງທ່ຽວທັງ ໝົດ 42 ແຫ່ງ. ໃນນັ້ນ ມີແຫຼ່ງທ່ອງທ່ຽວທຳມະຊາດ 22 ແຫ່ງ, ປະຫວັດສາດ 9 ແຫ່ງ, ວັດທະນະທຳ 7 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານກະສິກຳ 4 ແຫ່ງ. ນອກນັ້ນ, ຍັງມີໂຮງແຮມ 8 ແຫ່ງ, ຣີສອດ 2 ແຫ່ງ, ເຮືອນພັກ 26 ແຫ່ງ, ສວນອາຫານ 6 ແຫ່ງ ແລະ ຮ້ານອາຫານ 28 ແຫ່ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3NydKSb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/