ຄວາມສຳເລັດໃນການສ້າງເຮືອບິນລຳທຳອິດຂອງໂລກ ຂອງອ້າຍນ້ອງຕະກຸນ Wright


ເຮືອບິນເປັນໜຶ່ງໃນເຄື່ອງປະດິດທີ່ປ່ຽນແປງໂລກຂອງພວກເຮົາຫຼາຍ ເຮັດໃຫ້ການເດີນທາງສະດວກ ແລະ ວ່ອງໄວຂຶ້ນ. ໃນອະດີດມະນຸດເຮົາຕ່າງກໍປາຖະໜາຢາກຈະບິນຂຶ້ນສູ່ທ້ອງຟ້າ ຈຶ່ງໄດ້ມີການຄິດຄົ້ນ ແລະ ທົດລອງສ້າງເຮືອບິນຫຼາຍຄັ້ງແຕ່ກໍຍັງບໍ່ປະສົບຜົນສຳເລັດ. ຈົນຮອດປີ 1903 ອ້າຍນ້ອງຕະກຸນ Wright ກໍໄດ້ສ້າງຄວາມຝັນຂອງມະນຸດໃຫ້ເປັນຈິງ.

2 ອ້າຍນ້ອງຕະກຸນ Wright ຜູ້ອ້າຍຊື່ ວິວເບີ ໄຣ້ (Willber Wright) ເກີດວັນທີ 16 ເມສາ 1867 ເມືອງບິວ ວິວລີ ລັດອິນເດຍນາ ສະຫະລັດອາເມຣິກາ. ຜູ້ນ້ອງມີຊື່ວ່າ ອໍວິວ ໄຣ້ (Orville Wright) ເກີດເມື່ອວັນທີ 19 ສິງຫາ 1871 ເມືອງເດຕັນ ລັດໂອໄຮໂອ ສະຫະລັດອາເມຣິກາ.

ອ້າຍນ້ອງຕະກຸນ Wright ເປັນເຈົ້າຂອງໂຮງພິມ ແລະ ຮ້ານຮັບສ້ອມແປງລົດຖີບ ທັງສອງຈົບການສຶກສາພຽງຊັ້ນມັດທະຍົມເທົ່ານັ້ນ. ພວກເຂົາມີຄວາມໃຝ່ຝັນຕ້ອງການປະດິດສິ່ງທີ່ລອຍຢູ່ເທິງຟ້າ ແລະ ສາມາດພາຜູ້ຄົນເດີນທາງໄດ້ ດ້ວຍຄວາມຝັນອັນແຮງກ້າທັງສອງຈຶ່ງເລີ່ມມຸ່ງໝັ້ນຕັ້ງໃຈສ້າງເຮືອບິນ.

ໃນເວລານັ້ນຂໍ້ມູນກ່ຽວກັບການບິນມີໜ້ອຍຫຼາຍ 2 ອ້າຍນ້ອງກໍພະຍາຍາມຊອກ ແລະ ຮວບຮວມຂໍ້ມູນເທົ່າທີ່ສາມາດຫາໄດ້. ຂະນະທີ່ນັກວິທະຍາສາດທ່ານອື່ນສົງໄສກ່ຽວກັບຄວາມເປັນໄປໄດ້ໃນການຕິດຕັ້ງເຄື່ອງຈັກທີ່ມີພະລັງຫຼາຍຂຶ້ນເພື່ອຍົກເຮືອບິນຂຶ້ນສູ່ອາກາດ, ແຕ່ 2 ອ້າຍນ້ອງເນັ້ນໄປທີ່ຄວາມສາມາດໃນການຄວບຄຸມເຮືອບິນ ຜົນທີ່ໄດ້ຄືຊຸດການທົດລອງໃນອຸມົງລົມເຊິ່ງເປັນພື້ນຖານສຳຄັນສຳລັບການພັດທະນາປີກຍົນ ແລະ ໃບພັດ.

ຫຼັງຈາກພະຍາຍາມຄົ້ນຄວ້າ ແລະ ທົດລອງປະດິດເຮືອບິນມາຫຼາຍປີ ໃນທີ່ສຸດວັນທີ 17 ທັນວາ 1903 ພວກເຂົາກໍສາມາດນຳເຮືອບິນ ‘Wright Flyer’ ບິນຂຶ້ນສູ່ທ້ອງຟ້າໄດ້ສຳເລັດ ໂດຍໄດ້ມີການທົບສອບບິນ 3 ຄັ້ງ. ຄັ້ງທຳອິດເຮືອບິນສາມາດຊົງຕົວຢູ່ໃນອາກາດໄດ້ເປັນເວລາ 12 ວິ ແລະ ໄປໄດ້ໄລຍະທາງ 120 ຟຸດ (36 ແມັດ). ຄັ້ງທີ່ບິນໄດ້ດົນທີ່ສຸດຄືສາມາດຊົງຕົວຢູ່ໃນອາກາດໄດ້ດົນເຖິງ 59 ວິ ແລະ ບິນໄດ້ໄກເຖິງ 852 ຟຸດ(255,6 ແມັດ).

ໂດຍເຮືອບິນ Wright Flyer ມີຂະໜາດປີກກວ້າງ 12,3 ແມັດ; ຍາວ 6,4 ແມັດ; ສູງ 2,8 ແມັດ; ມີນ້ຳໜັກລວມ 341 ກິໂລກຣາມ ໂຄງເຮືອບິນເຮັດມາຈາກໄມ້ ແລະ ເນື້ອຜ້າ Muslin. ລຳເຮືອບິນເປັນປີກ 2 ຊັ້ນປະກອບດ້ວຍເຄື່ອງຈັກອາລູມິນຽມ 4 ສູບແນວນອນ 12 ແຮງມ້າທີ່ຂັບເຄື່ອນດ້ວຍໃບພັດ 2 ຕົວ ຜ່ານລະບົບສົ່ງກຳລັງ.

ຫຼັງຈາກນັ້ນກໍຍັງໄດ້ມີການພັດທະນາເຮືອບິນ Wright Flyer ll ແລະ Wright Flyer lll ເຊິ່ງມີການຄວບຄຸມທີ່ດີກວ່າ ແລະ ໄປໃນໄລຍະທາງທີ່ໄກກວ່າ.

ທັງສອງໄດ້ນຳເຮືອບິນໄປຈົດສິດທິບັດ ແລະ ພັດທະນາເຮືອບິນໃຫ້ມີປະສິດທິພາບຍິ່ງຂຶ້ນ. ໃນປີ 1908 ວິວເບີ ໄຣ້ ໄດ້ສຳເລັດໃນການທົດລອງບິນຂ້າມທະວີບໄປປະເທດຝຣັ່ງ ແລະ ໃນປີ1909 ອໍວິວ ໄຣ້ ໄດ້ບິນຂ້າມຊ່ອງແຄບອັງກິດໄດ້ຢ່າງສຳເລັດ.    

ເຮືອບິນລຳທຳອິດຂອງ 2 ອ້າຍນ້ອງຕະກຸນ Wright ນັບວ່າເປັນຄວາມສຳເລັດອັນຍິ່ງໃຫຍ່ອັນໜຶ່ງຂອງໂລກ ເຮືອບິນໃນປັດຈຸບັນກໍໄດ້ຕົ້ນແບບມາຈາກ

ເຮືອບິນລຳທຳອິດຂອງ 2 ອ້າຍນ້ອງຕະກຸນ Wright ເປັນຄວາມສຳເລັດຈາກຄວາມມຸ່ງໝັ້ນພະຍາຍາມຫຼາຍຄັ້ງຂອງພວກເຂົາ ຈຶ່ງເຮັດໃຫ້ພວກເຮົາມີເຮືອບິນນຳໃຊ້ໃນປັດຈຸບັນດັ່ງທີ່ 2 ອ້າຍນ້ອງໄດ້ຮັບຂະໜານນາມວ່າເປັນຜູ້ຕິດປີກໃຫ້ແກ່ມວນມະນຸດຢ່າງແທ້ຈິງ.

ປັດຈຸບັນເຮືອບິນລຳທຳອິດຂອງໂລກ Wright Flyer ໄດ້ຈັດວາງສະແດງຢູ່ທີຫໍພິພິທະພັນ The Wright Brothers & The Invention of the Aerial Age at the National Air and Space ທີ່ນະຄອນວໍຊິງ

ຕັນ ດີຊີ (Washington, DC)

ຂອບໃຈຂໍ້ມູນຈາກ:

–     https://cutt.ly/45cuZDN

–     https://cutt.ly/w5cigkU

–     https://cutt.ly/h5cobvA

–     https://cutt.ly/R5VB0Nz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/