ໃນລັດອັສສຳ ປະເທດອິນເດຍ ໂຮງຮຽນ Akshar Forum ມີນັກຮຽນປະມານ 100 ຄົນ ເພາະວ່າສ່ວນໃຫຍ່ນັກຮຽນຈະອອກຈາກໂຮງຮຽນເພື່ອໄປຫາເງິນຊ່ວຍຄອບຄົວ ເຂົາເຈົ້າບໍ່ມີເງິນພໍທີ່ຈະຈ່າຍຄ່າເທີມ. ດ້ວຍເຫດນັ້ນທາງໂຮງຮຽນຈຶ່ງຄິດຫາວິທີທີ່ໃຫ້ນັກຮຽນທຸກຄົນສາມາດເຂົ້າເຖິງການສຶກສາທີ່ດີ ມີອຸປະກອນການຮຽນທີ່ດີ ແລະ ມີທັກສະທີ່ນັກຮຽນສາດໃຊ້ໄດ້ໃນຊີວິດຈິງ.

ພວກເຂົາໄດ້ແນວຄວາມຄິດທີ່ເຮັດໃຫ້ຜູ້ປົກຄອງສາມາດສະບາຍໃຈເລື່ອງຄ່າເທີມໄດ້ ນັ້ນແມ່ນ ການນຳຂີ້ເຫຍື້ອມາແລກເປັນຄ່າຮຽນ ນັກຮຽນຕ້ອງນຳຂີ້ເຫຍື້ອພລາສຕິກແບບໃຊ້ເທື່ອດຽວຖິ້ມຈາກບ້ານຂອງຕົນເອງມາແລກກັບທາງໂຮງຮຽນຢ່າງໜ້ອຍ 25 ອັນຕໍ່ໍອາທິດ ແຕ່ຜູ້ປົກຄອງຂອງນັກຮຽນຕ້ອງຮ່ວມເຮັດສັນຍາວ່າ ຈະບໍ່ເຜົາຂີ້ເຫຍື້ອພລາສຕິກອີກດ້ວຍ.

ທາງໂຮງຮຽນຍັງຫາລາຍໄດ້ເສີມໃຫ້ນັກຮຽນໂດຍການອະນຸຍາດໃຫ້ພວກເຂົາເຮັດວຽກພາດໄທມ໌ນຳໂຮງຮຽນເຊັ່ນ: ເຮັດວຽກທີ່ສູນຄັດແຍກຂີ້ເຫຍື້ອຂອງໂຮງຮຽນ, ເອົາຂີ້ເຫຍື້ອມາເຮັດເປັນ Ecobrick ຫຼື ຂີ້ເຫຍື້ອທີ່ບັນຈຸອັດໄວ້ໃນກະຕຸກນ້ຳພລາສຕິກເພື່ອເຮັດເປັນວັດສະດຸກໍ່ສ້າງ.

ປາມິຕາ ຊາມາ ຜູ້ທີ່ຮ່ວມກໍ່ຕັ້ງໂຮງຮຽນໄດ້ກ່າວວ່າ “ເຮົາຫວັງວ່າ ເດັກນັກຮຽນຈະມີທັກສະຫຼາຍພໍທີ່ຈະຢືນໄດ້ດ້ວຍຂາຕົນເອງ ເຮົາກຳລັງພະຍາຍາມພັດທະນາແບບຈຳລອງ ເຊິ່ງເຮົາເລີ່ມຈາກໃຫ້ການສຶກສາໄປຮອດການຈ້າງວຽກ”
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/