ໜຸ່ມຍີ່ປຸ່ນຖືກຜູ້ສາວມິດໃສ່ ຫຼັງຈາກສົ່ງຮູບລົດຈັກດັດແປງຂອງລາວ ທີ່ໄດ້ແຮງບັນດານໃຈຈາກ ມາສໄຣເດີ້ ໃຫ້ເບິ່ງ


ກາຍເປັນທີ່ເວົ້າເຖິງເປັນວົງກວ້າງທັນທີ່ໃນໂລກ Twitter ຍີ່ປຸ່ນ. ຫຼັງຈາກໜຸ່ມຊາວຍີ່ປຸ່ນຄົນໜຶ່ງທີ່ໃຊ້ຊື່ໃນບັນຊີ Twitter ວ່າ @kingsuguru96 ໄດ້ໂພສບອກເລົ່າເລື່ອງລາວອັນສຸດງົງຂອງລາວ ພ້ອມກັບລົດຈັກດັດແປງຄູ່ໃຈຂອງລາວ.

ໂດຍລາວໄດ້ເລົ່າເລື່ອງລາວຂອງລາວໃນ Twitter ເມື່ອວັນທີ 3 ພຶດສະພາ ທີ່ຜ່ານມານີ້ ເຊີ່ງເລື່ອງມີຢູ່ວ່າ ລາວໄດ້ໄປຫຼິ້ນແອັບຫາຄູ່ ແອັບໜຶ່ງ ແລ້ວມີໂອກາດໄດ້ຮູ້ຈັກກັບສາວຄົນໜຶ່ງໃນແອັບ. ທັງສອງກໍໄດ້ໂອ້ລົມ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕາມພາສາ ຄົນໜຸ່ມ. ຈາກນັ້ນ ຝ່າຍຍິງກໍໄດ້ບອກກັບລາວວ່າ “ຂ້ອຍຢາກເຫັນລົດຈັກຂອງເຈົ້າເດ້” ພໍຝ່າຍຍິງເອີຍປາກມາແນວນັ້ນ ລາວກໍເລີຍສົ່ງ ລົດຈັກດັດແປງ ຄູ່ໃຈຂອງລາວໄປໃຫ້ ສາວຄົນນັ້ນເບິ່ງ.

ເຊິ່ງລົດຈັກຄັນດັ່ງກ່າວຂອງລາວນັ້ນ ເປັນລົດຈັກດັດແປງທີ່ໄດ້ຮັບແຮງບັນດານໃຈມາຈາກລົດຈັກໃນເລື່ອງ ມາສໄຣເດີ້ແບັກ ຊີຣີ້ດັງແນວຊຸບເປີ້ ຮີໂຮ່ ຂອງຍີ່ປຸ່ນ ທີ່ອອກສາຍຄັ້ງທຳອິດຕັ້ງແຕ່ປີ 1987. ໂດຍລົດຈັກຄັນນີ້ມີຊື່ວ່າ Battle hopper ເປັນລົດຈັກຄູ່ໃຈຂອງ ມາສໄຣເດີ້ ແບັກ ທີ່ມີຕົ້ນແບບມາຈາກ Suzuki RA125.

     ໜຸ່ມຄົນນີ້ ຄິດວ່າລົດຈັກດັດແປງຮູບຊົງຊຸບເປີ້ຮີໂຣ້ ຂອງລາວຄັນນີ້ ມີເລື່ອງລາວທີ່ໜ້າສົນໃຈ ແລະ ຄິດວ່າໜ້າຈະເຮັດໃຫ້ຝ່າຍຍິງຮູ້ສຶກມັກບໍ່ຫຼາຍກໍໜ້ອຍ. ແຕ່ຄວາມຈິງກັບບໍ່ເປັນແບບນັ້ນ ເພາະພໍແຕ່ລາວສົ່ງຮູບລົດຈັກຄູ່ໃຈຂອງລາວໄປ ຝ່າຍຍິງໄດ້ເປີດເບິ່ງຂໍ້ຄວາມແລ້ວ ລາວກໍບໍ່ໄດ້ຮັບການຕອບກັບຈາກຝ່າຍຍິງອີກເລີຍ.

ເຊິ່ງໄດ້ມີຊາວເນັດເຂົ້າໄປໃຫ້ກຳລັງໃຈໜຸ່ມຍີ່ປຸ່ນຄົນນີ້ຢ່າງຫຼວງຫຼາຍ ໂດຍປອບໃຈວ່າ “ເຖິງວ່າສາວຄົນນັ້ນຈະບໍ່ມັກ ແຕ່ກໍຍັງມີອີກຫຼາຍຄົນຢູ່ທີ່ມັກລົດ ມາສໄຣເດີ້ຂອງເຈົ້າ ພຽງແຕ່ເຈົ້າຍັງຊອກຄົນໆນັ້ນ ບໍ່ເຫັນກໍເທົ່ານັ້ນເອງ” .

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/