WhatsApp ປະກາດເປີດໃຫ້ບໍລິການ Cloud API ສຳລັບທຸລະກິດທຸກຂະໜາດ ໃນທົ່ວໂລກ


ໃນວັນພະຫັດທີ 19 ພຶດສະພາ 2022 ທີ່ຜ່ານມາ ມາກ ຊັກເກີ້ເບີກ CEO ຂອງ Meta ໄດ້ປະກາດເປີດໃຫ້ບໍລິການ WhatsApp Cloud API ສຳລັບທຸລະກິດ ທຸກຂະໜາດ. ເຊິ່ງທຸລະກິດນີ້ຂອງ WhatsApp  ຈະມາຊ່ວຍໃຫ້ ທຸລະກິດ ຫຼື ນັກພັດທະນາ ແອັບພິເຄຊັ່ນຕ່າງໆ ສາມາດເຂົ້າເຖິງຂໍ້ມູນ ແລະ ບໍລິການ ເພື່ອຕອບສະໜອງກັບລູກຄ້າໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ.

ໂດຍ ມາກ ຊັກເກີ້ເບີກ ກ່າວວ່າ: “ມື້ນີ້ພວກເຮົາໄດ້ເປີດຕົວ WhatsApp Cloud API ສໍາລັບທຸລະກິດທຸກຂະໜາດທົ່ວໂລກ. ນີ້ຈະຊ່ວຍໃຫ້ທຸລະກິດ ແລະ ຜູ້ພັດທະນາສາມາດຕໍ່ຍອດຈາກ WhatsApp ເພື່ອປັບແຕ່ງປະສົບການຂອງພວກເຂົາ ແລະ ຕອບສະໜອງລູກຄ້າຢ່າງໄວວາ ແລະ ງ່າຍດາຍ. ປະສົບການທຸລະກິດທີ່ດີທີ່ສຸດ ພົບຜູ້ຄົນກັບບ່ອນທີ່ເຂົາເຈົ້າຢູ່ ແລະ ນັ້ນແມ່ນ WhatsApp, ສະນັ້ນຂ້ອຍຮູ້ສຶກຕື່ນເຕັ້ນທີ່ຈະເປີດໃຫ້ທຸລະກິດຢູ່ທົ່ວທຸກແຫ່ງໃນໂລກ.”

ນອກຈາກຈະຊ່ວຍໃຫ້ທຸລະກິດ ແລະ ນັກພັດທະນາສາມາດຕັ້ງຄ່າ ຕັ້ງລະບົບພາຍໃນອົງກອນໄດ້ຢ່າງໄວວາແລ້ວ Meta ຍັງກ່າວວ່າ Cloud API ຈະຊ່ວຍໃຫ້ຜູ້ທີ່ຮ່ວມມືນຳສາມາດຈຳກັດຄ່າບໍລິການ Server ທີ່ແພງ ແລະ ສາມາດຊ່ວຍໃຫ້ລູກຄ້າເຂົ້າເຖິງການອັບເດດຄວາມສາມາດໃໝ່ໆ ຢ່າງວ່ອງໄວ ແລະ ງ່າຍດາຍ.

API ຫຼືວ່າ Application Program Interface ແມ່ນຕົວກາງທີ່ຊ່ວຍໃຫ້ ບັນດາເວັບໄຊ, ຊອຟແວ, ແອັບພິເຄຊັ່ນ ສາມາດສື່ສານກັນໄດ້ ແລະ ຮ່ວມງານກັນໄດ້ ໂດຍເຊື່ອມຂໍ້ມູນກັບຖານຂໍ້ມູນ (Database) ຂອງອີກຝ່າຍ ໃນຮູບແບບການຂຽນຄຳສັ່ງເປັນ ໂຄດ ທີ່ຈະເອີ້ນໃຊ້ API. ຍົກຕົວຢ່າງເຊັ່ນ: ເຮົາຈະເຫັນ ແຜນທີ່ຂອງ Google Map ຢູ່ໃນ ແອັບພິເຄຊັ່ນສັ່ງອາຫານຫຼາຍໆແອັບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/