ໂອກາດແກ້ແຄ້ນ! ສູນພັກພິງສັດໃຫ້ຕັ້ງຊື່ແມວຈອນຈັດ ຕາມຊື່ແຟນເກົ່າ ກ່ອນສົ່ງໄປເຮັດໝັນ


ສູນພັກພິງສັດໃນສະຫະລັດອາເມຣິກາ ເຮັດແຄັມເປນຕ້ອນຮັບວັນ “ວາເລັນທາຍ” ແບບເຈັບແສບດ້ວຍຊື່ແຄັມເປນທີ່ວ່າ “ເຮັດໝັນແຟນເກົ່າ” ໂດຍຈະເປີດບໍລິຈາກເງິນຈຳນວນ 50 ໂດລາ ແລກກັບການຕັ້ງຊື່ແມວຈອນຈັດ ຕາມຊື່ແຟນເກົ່າ ເຊິ່ງຈະເປັນຊື່ແທ້ ຫຼື ຊື່ຫຼິ້ນກໍໄດ້ຕາມໃຈ ນັບວ່າເປັນວິທີແກ້ແຄ້ນແຟນເກົ່າທີ່ເຈັບແສບ ແຖມຍັງໄດ້ຊ່ວຍການຄວບຄຸມປະຊາກອນແມວນຳອີກ.

ບັນຫາປະຊາກອນແມວລົ້ນເມືອງ ບໍ່ໄດ້ເກີດແຕ່ພຽງໃນສະຫະລັດອາເມຣິກາ ແຕ່ມັນເກີດໃນຫຼາຍພື້ນທີ່ທົ່ວໂລກ ເຊິ່ງແມວເປັນສັດທີ່ເມື່ອເຖິງໄວຈະເລີນພັນ ກໍຈະເລີ່ມຂະຫຍາຍພັນໃນທັນທີ ແຄັມເປນນີ້ຈຶ່ງເປັນການຊ່ວຍຫຼຸດປະຊາກອນແມວພ້ອມປ່ອຍມັນກັບສູ່ຊຸມຊົນ ແລະ ເນື່ອງຈາກແຄັມເປນ “ເຮັດໝັນແຟນເກົ່າ” ໄດ້ຮັບກະແສທີ່ດີຈາກຄົນໃນພື້ນທີ່ ທາງສູນຈຶ່ງຕັດສິນໃຈ ຂະຫຍາຍເວລາຕໍ່ໄປຈົນຮອດຫຼັງວາເລັນທາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/