ນະຄອນຫຼວງວຽງຈັນ ຕັ້ງເປົ້າດຶງດູດການລົງທຶນ  ພັດທະນາຕົວເມືອງ ຫັນນະຄອນຫຼວງວຽງຈັນເປັນ Smart City


ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ຈັດງານສຳມະນາ ຕັ້ງເປົ້າດຶງດູດການລົງທຶນ ພັດທະນາຕົວເມືອງ ຫັນເປັນ ຕົວເມືອງ ອັດສະລິຍະ (Smart City).

ເມື່ອບໍ່ດົນມານີ້ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນສູງກາງ ຂັ້ນທ້ອງຖິ່ນ ແລະ ບັນດາບໍລິສັດ  ຈັດສຳມະນາ ໃນຫົວຂໍ້ “ການດຶງດູດການລົງທຶນ ພັດທະນາຕົວເມືອງອັດສະລິຍະ ຢູ່ ນະຄອນຫຼວງວຽງຈັນ” ຂຶ້ນ ທີ່ ໂຮງແຮມແລນມາກແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດສິງກະໂປ ພ້ອມຫົວໜ້າ ຮອງຫົວໜ້າພະແນກການ ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດເຂົ້າຮ່ວມ.

ການສຳມະນາຄັ້ງນີ້ໄດ້ເຊີນທີມງານຊ່ຽວຊານຈາກປະເທດສິງກະໂປ ມາເປັນວິທະຍາກອນ ເພື່ອແລກປ່ຽນບົດຮຽນກ່ຽວກັບການພັດທະນາຕົວເມືອງອັດສະລິຍະ (Smart City) ເນື່ອງຈາກສິງກະໂປເປັນປະເທດໜຶ່ງທີ່ມີປະສົບການດ້ານດັ່ງກ່າວຫຼາຍສົມຄວນ ສະນັ້ນ ເປັນໂອກາດທີ່ດີ ໃນການແລກປ່ຽນ ແລະ ຖອດຖອນບົດຮຽນໃຫ້ແກ່ພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ຫົວໜ່ວຍທຸລະກິດຂອງ ສປປ ລາວ ເພື່ອນຳເອົາບົດຮຽນຕົວຈິງທີ່ຖອດຖອນໄດ້ໄປນໍາໃຊ້ເຂົ້າໃນການພັດທະນາຕົວເມືອງທັນສະໄໝ ໃຫ້ປາກົດຜົນເປັນຈິງ ທຽບເທົ່າພາກພື້ນອາຊຽນ ແລະ ສາກົນ.

ການສ້າງເມືອງທັນສະໄໝ (Smart City) ເປັນການປະກອບສ່ວນພັດທະນາເສດຖະ ກິດ-ສັງຄົມ ໃຫ້ມີຄວາມສີວິໄລທາງດ້ານການບໍລິຫານ ມີການບໍລິການສະດວກວ່ອງໄວ ແລະ ທັນສະໄໝ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ເຊີ່ງລັດຖະບານ ສປປ ລາວ ໄດ້ເຫັນຄວາມສໍາຄັນ ແລະ ໃຫ້ບູລິມະສິດ ໃນການສ້າງເມືອງທັນສະໄໝ ປັດຈຸບັນກໍໄດ້ມີແຜນໃນການດໍາເນີນໂຄງການສ້າງເມືອງທັນສະໄໝ​ຂຶ້ນຢູ່ຫຼາຍແຂວງໃນທົ່ວປະເທດ ໂດຍສະເພາະແມ່ນໂຄງການເມືອງທັນສະໄໝ (Smart City) ຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະສົບຜົນສໍາເລັດຄືກັບບັນດາປະເທດອາຊຽນອື່ນໆ ທີ່ໄດ້ມີການພັດທະນາຢ່າງມີຜົນສຳເລັດ.

https://www.facebook.com/VientianeMai/posts/pfbid0AmSvdjX7eqDsm4L1BZquTiCPuMxSregEAHdr82ZuUStbhvJAbZZezHwqW6DcRtual

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/