ເຄືອຂ່າຍ Ethereum ມີຜູ້ໃຊ້ເພີ່ມຂຶ້ນເກືອບ 100,000 ລາຍການນັບຕັ້ງແຕ່ກ້າວເຂົ້າປີ 2024


Ethereum (ETH) ໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນໃນດ້ານການນຳໃຊ້ ແລະ ມູນຄ່າທີ່ເພີ່ມຂຶ້ນໃນຕະຫຼອດຫຼາຍປີທີ່ຜ່ານມາ ເຖິງແມ່ນວ່າ Ethereum ຈະເປັນ cryptocurrency ທີ່ໃຫຍ່ທີ່ສຸດອັນດັບສອງຕາມມູນຄ່າໃນຕະຫຼາດ, ລວມທັງແພລັດຟອມ Web3 ແລະ DeFi ຊັ້ນນໍາກໍຕາມ.

ແຕ່ສິ່ງທີ່ໜ້າສົນໃຈກໍຄື ຈໍານວນຜູ້ໃຊ້ອີງຈາກທີ່ຢູ່ທີ່ບໍ່ຊ້ຳກັນໄດ້ມີການເພີ່ມຂຶ້ນໃນເຄືອຂ່າຍ ເຊິ່ງເປັນຕົວຊີ້ບອກທີ່ເລິກເຊິ່ງໃນການກວດສອບ ແລະ ເປັນຫຼັກຖານຂອງການເຕີບໂຕໃນຄັ້ງນີ້. ໂດຍ Finbold ໄດ້ດຶງຂໍ້ມູນຈາກ Etherscan ໃນວັນທີ 7 ເດືອນກຸມພາ, ທີ່ໄດ້ສະແດງໃຫ້ເຫັນເຖິງຈຳນວນຜູ້ໃຊ້ໃນເຄືອຂ່າຍທີ່ຫຼາຍກວ່າ 257.60 ລ້ານລາຍການ ເຊິ່ງນີ້ແມ່ນຕົວຊີ້ວັດທີ່ສະແດງໃຫ້ເຫັນວ່າຫຼຽນຍັງໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ

ໂດຍສະເພາະແມ່ນຜູ້ໃຊ້ໃໝ່ລວມທັງໝົດເກືອບ 3.54 ລ້ານລາຍການໃນປີ 2024 ຈາກ 254.07 ລ້ານລາຍການທີ່ໄດ້ລົງທະບຽນໃນວັນທີ 1 ມັງກອນທີ່ຜ່ານມາ, ໂດຍສະເລ່ຍແລ້ວແມ່ນມີຈໍານວນຜູ້ໃຊ້ໃໝ່ເພີ່ມຂຶ້ນໃນທຸກໆມື້ນັບຕັ້ງແຕ່ກ້າວເຂົ້າສູ່ປີ 2024 ແມ່ນຢູ່ທີ່ 95,570 ລາຍການ ແລະ ເພີ່ມຂຶ້ນເຖິງ 96,145 ໃນວັນທີ 6 ເດືອນກຸມພາວັນດຽວເທົ່ານັ້ນ.

ໃນຂະນະດຽວກັນ, ທາງດ້ານ DeFi ນັ້ນກໍໄດ້ຮັບມີຄວາມນິຍົມບໍ່ແພ້ກັນ ເນື່ອງຈາກໄດ້ຄອບຄອງ Ethereum ຫຼາຍກວ່າ 50% ຂອງມູນຄ່າທີ່ຖືກລັອກທັງໝົດ (TVL) ເອົາໄວ້ຢູ່ໃນທຸກເຄືອຂ່າຍ, ບໍ່ວ່າຈະເປັນໂປໂຕຄອນ ETH ຫຼື ກະດານເທຣດແບບ Decentralized (DEX) ເຊັ່ນ Uniswap (UNI).

ນີ້ສົ່ງຜົນໃຫ້ Ethereum ຍັງຄົງໄດ້ຮັບຄວາມນິຍົມຈາກພາກສ່ວນຕ່າງໆ ບໍ່ວ່າຈະເປັນນັກລົງທຶນ, ນັກພັດທະນາ ແລະຜູ້ໃຊ້ດ້ວຍການເປັນຜູ້ນໍາຕະຫຼາດໃນດ້ານຕ່າງໆ. ທັງ Web3 ແລະ DeFi ກໍມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີເພີ່ມຂຶ້ນ, ຄວາມສາມາດໃນການປັບຂະໜາດທີ່ສູງຂຶ້ນ ແລະ ປະສົບການຜູ້ໃຊ້ທີ່ດີຂື້ນ (UX)

ຢ່າງໃດກໍຕາມ, ລະບົບນິເວດ Ethereum ຍັງຕ້ອງຮຽນຮູ້ທີ່ຈະພັດທະນາ ແລະ ປັບຕົວໃນຕະຫຼາດ cryptocurrency ທີ່ມີການແຂ່ງຂັນສູງ ​ເພື່ອ​ທີ່ຈະຮັກສາ​ຕໍາ​ແໜ່​ງນີ້ໃຫ້ຄົງຢູ່​ຕະຫຼອດ​ໄປ.

ທີ່ມາ:

finbold

etherscan

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/