EIA ເປີດເຜີຍຂໍ້ມູນຫຼ້າສຸດ ພະລັງງານໄຟຟ້າທີ່ໃຊ້ໃນການຂຸດຄົ້ນ Crypto ທົ່ວໂລກແມ່ນທຽບເທົ່າກັບພະລັງງານທັງໝົດໃນອອສເຕຣເລຍ


ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ອົງ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ​ພະ​ລັງ​ງານ (EIA) ໄດ້​ເປີດ​ເຜີຍ​ວ່າ​ໃນ​ປີ 2023 ອຸດສາຫະກໍາຂຸດຄົ້ນ cryptocurrency ທົ່ວໂລກໄດ້ໃຊ້ໄຟຟ້າໃນປະລິມານທຽບເທົ່າກັບການໃຊ້ພະລັງງານທັງໝົດຂອງອອສເຕຣເລຍ. ໃນລາຍງານຍັງໄດ້ຊີ້ໃຫ້ເຫັນເຖິງການຂະຫຍາຍຕົວທີ່ສໍາຄັນຂອງອຸດສາຫະກໍາໃນສະຫະລັດໄດ້ສົ່ງຜົນໃຫ້ລັດຖະບານຕິດຕາມກວດກາການນໍາໃຊ້ພະລັງງານຢ່າງໃກ້ຊິດ.

ໃນອາທິດທີ່ຜ່ານມາ, EIA ໄດ້ເປີດເຜີຍວ່າ ພະລັງງານທີ່ໃຊ້ສໍາລັບການຂຸດຄົ້ນ crypto ທົ່ວໂລກກວມເອົາ 0.2% – 0.9% ຈາກຄວາມຕ້ອງການໄຟຟ້າທັງໝົດທົ່ວໂລກ. ເຊິ່ງນີ້ແມ່ນສອດຄ່ອງກັບບົດລາຍງານຂອງ Business Insider ທີ່ໄດ້ເປີດເຜີຍຕົວເລກລະຫວ່າງ 0.6% ຫາ 2.3%, ຫຼືທຽບເທົ່າກັບການນໍາໃຊ້ຂອງລັດເຊັ່ນ Utah ຫຼື West Virginia.

ເຖິງແມ່ນວ່າຈໍານວນດັ່ງກ່າວຈະແມ່ນພະລັງງານໄຟຟ້າຢ່າງຫຼວງຫຼາຍ. ແຕ່ເນື່ອງຈາກລັກສະນະຂອງອຸດສາຫະກໍາການຂຸດຄົ້ນ crypto, ເຊິ່ງເປັນທີ່ຮູ້ກັນດີວ່າມັນຈໍາເປັນຕ້ອງໃຊ້ພະລັງງານຢ່າງຫຼວງຫຼາຍ ໃນການເຂົ້າລະຫັດລັບທີ່ຊັບຊ້ອນເພື່ອເພີ່ມບລັອກໃໝ່ໃຫ້ກັບ blockchain. ແຕ່ວ່າ EIA ໄດ້ມີຄວາມກັງວົນຕໍ່ກັບຕົວເລກດັ່ງກ່າວທີ່ຈະເພີ່ມຂຶ້ນເລື້ອຍໆຈົນສົ່ງຜົນກະທົບຕໍ່ຂະແໜງພະລັງງານໄຟຟ້າໃນສະຫະລັດທີ່ມີຄວາມຕ້ອງການເພີ່ມຂຶ້ນ, ເຮັດໃຫ້ລາຄາຂອງໄຟຟ້າເພີ່ມຂຶ້ນ ແລະ ຜົນກະທົບຕໍ່ການປ່ອຍກ໊າສຄາບອນໄດອອກໄຊ.

ໃນບົດລາຍງານຍັງໄດ້ຊີ້ໃຫ້ເຫັນອີກວ່າ ໂດຍສະເພາະໃນສ່ວນຂອງອຸດສາຫະກໍາຂຸດຄົ້ນ Bitcoin ໃນສະຫະລັດນັ້ນ ໄດ້ມີການໃຊ້ໄຟຟ້າເພີ່ມຂຶ້ນຈາກ 3.4% ໃນເດືອນມັງກອນ 2020 ເປັນ 37.8% ໃນເດືອນມັງກອນ 2022. ເຊິ່ງການຂະຫຍາຍຕົວນີ້ໄດ້ເຮັດໃຫ້ລັດຖະບານສະຫະລັດຕ້ອງພິຈາລະນາການນໍາໃຊ້ພະລັງງານຂອງອຸດສາຫະກໍານີ້ຢ່າງໃກ້ຊິດຍິ່ງຂຶ້ນ. ແລະຖ້າຫາກວ່າການຂະຫຍາຍຕົວນີ້ຍັງສືບຕໍ່ເພີ່ມຂຶ້ນ ມັນກໍອາດຈະສົ່ງຜົນກະທົບໂດຍກົງຕໍ່ຂະແໜງພະລັງງານຂອງສະຫະລັດ. ຢ່າງໃດກໍຕາມ, ໄດ້ມີການຫາລືກັນກ່ຽວກັບວິທີການແກ້ໄຂບັນຫານີ້. ໂດຍບາງຄົນກໍໄດ້ແນະນໍາວ່າພວກເຂົາຫັນໄປຫາແຫຼ່ງພະລັງງານທີ່ສະອາດ, ໃນຂະນະທີ່ອີກຝ່າຍກໍໄດ້ສະ​ເໜີ​ໃຫ້​ຫັນ​ມາ​ໃຊ້​ພະລັງງານສ່ວນ​ເກີນ​ທີ່ໄດ້ຈາກ​ອຸດສາຫະກຳ​ຜະລິດ​ໄຟຟ້າ​ແທນ.

ທີ່ມາ:

benzinga

markets.businessinsider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/