ໂລມາ ວາກີຕາ “ແພນດ້າແຫ່ງທ້ອງທະເລ” ໜຶ່ງໃນສັດທີ່ໃກ້ສູນພັນ ເຫຼືອພຽງ 10 ໂຕໃນໂລກ ເນື່ອງຈາກການລ່າທີ່ຜິດກົດໝາຍ


ໂລມາ ວາກີຕາ (Dolphin Vaquita) ທີ່ຖືກຂະໜານນາມວ່າ “ແພນດ້າແຫ່ງທ້ອງທະເລ” ເນື່ອງຈາກມີຈຸດສີດຳບໍລິເວນຕາ ຄ້າຍຄືກັບ ໝີແພນດ້າ. ໂດຍປັດຈຸບັນນີ້ ໂລມາ ວາກີຕາ ຈະພົບເຫັນໄດ້ທີ່ສະເພາະອ່າງນໍ້າ ຂອງປະເທດເມັກຊິໂກເທົ່ານັ້ນ ເປັນອີກໜຶ່ງສັດທີ່ໃກ້ສູນພັນແລ້ວ ເຊິ່ງປະຊາກອນທັງໝົດເຫຼືຶອພຽງແຕ່ປະມານ 10 ໂຕ ລົດລົງຫຼາຍກວ່າ 98% ນັບແຕ່ປີ 2011 ເນື່ອງຈາກການລ່າທີ່ຜິດກົດໝາຍ.

ສາເຫດທີ່ເປັນແນວນັ້ນ ແມ່ນເນື່ອງຈາກພື້ນທີ່ທີ່ພວກເຂົາເຈົ້າອາໄສຢູ່ຍັງມີປາຊະນິດໜຶ່ງອາໄສຢູ່ກໍຄື ປາ ໂທອາບາ (Totoaba) ເຊິ່ງເປັນປາທີ່ມີຄວາມຕ້ອງການໃນຕະຫຼາດມືດສູງ. ເນື່ອງຈາກວ່າພວກມັນມັກຖືກຈັບໄປແຍກເອົາກະເພາະທີ່ມີຊື່ສຽງວ່າເປັນ ໂຄເຄນແຫ່ງທ້ອງທະເລ ໄປຂາຍໃນຈີນ ເພື່ອສ້າງເປັນຢາປິ່ນປົວພະຍາດ ເຖິງແມ່ນວ່າຈະບໍ່ມີຫຼັກຖານທາງວິທະຍາສາດມາພິສູດກໍຕາມ.

ໂດຍປາ ໂທອາບາ ນັ້ນມີລາຄາສູງເຖິງ 46.000 ໂດລາ ຕໍ່ກິໂລ ດັ່ງນັ້ນພວກມັນຈຶ່ງຖືກລ່າຢ່າງໜັກ ແລະ ໂລມາ ວາກີຕາ ກໍໄດ້ຮັບຜົນກະທົບໄປນຳເຊັ່ນກັນ ເພາະພວກມັນມັກຈະຕິດໄປກັບມອງຈັບປາ ຈົນຈົມນໍ້າຕາຍຢູ່ຫຼາຍຄັ້ງ.

ເຖິງແມ່ນວ່າຈະມີຄວາມພະຍາຍາມທີ່ຈະປົກປ້ອງ ໂລມາ ວາກີຕາ ແລະ ປາ ໂທອາບາ ຈາກລັດຖະບານ ເມັກຊິໂກ ທີ່ໄດ້ສັ່ງຫ້າມການຫາປາດ້ວຍມອງນັບແຕ່ປີ 2017 ແຕ່ກໍຍັງມີການຫາປາທີ່ຜິດກົດໝາຍຢູ່ເລື້ອຍໆ. ອີກທັງປະຊາຊົນທ້ອງຖິ່ນຍັງຕ້ອງຫາລ້ຽງຊີບໂດຍການຫາປາ ເຊິ່ງເຮັດໃຫ້ການບັງຄັບໃຊ້ມີຄວາມຫຍຸ້ງຍາກຕື່ມອີກ.

ລັດຖະບານເມັກຊິໂກ ໄດ້ມີການຈ່າຍເງິນຊົດເຊີຍຈາກຜົນກະທົບທີ່ຊາວບ້ານທ້ອງຖິ່ນໄດ້ຮັບ ເຊິ່ງເຮັດໃຫ້ການຫາປາທີ່ຜິດກົດໝາຍນັ້ນລົດລົງ ແລະ ຈຳນວນຂອງ ໂລມາ ວາກີຕາ ກໍຄ່ອຍໆຟື້ນຟູ. ແຕ່ມາໃນປີ 2018 ລັດຖະບານກໍຢຸດຈ່າຍຄ່າຊົດເຊີຍດັ່ງກ່າວ ເຮັດໃຫ້ການຫາປາທີ່ຜິດກົດໝາຍເລີ່ມກັບມາຫຼາຍຄືເກົ່າ.

ກ່ຽວກັບເລື່ອງດັ່ງກ່າວ ລັດຖະບານຈີນກໍໄດ້ມີການພະຍາຍາມໃຊ້ມາດຕະການຕ່າງໆເພື່ອຄວບຄຸມ ເຊັ່ນການຢຶດສິນຄ້າເຖື່ອນ ແລະ ອອກກົດຄວບຄຸມການຊື້ຂາຍກະເພາະປາ ໂທອາບາ. ແຕ່ສຸດທ້າຍກໍຍັງມີການລັກລອບນຳເຂົ້າ ແລະ ລັກລອບຊື້ຂາຍກັນໃນຕະຫຼາດມືດຄືເກົ່າ.

ຢ່າງໃດກໍຕາມ ທ່າມກາງຄວາມພະຍາຍາມທີ່ຈະອະນຸລັກ ໂລມາ ວາກີຕາ ນີ້ໄວ້ ກໍຍັງກໍ່ໃຫ້ເກີດຄວາມເຄັ່ງຕຶງລະຫວ່າງນັກອະນຸລັກ ແລະ ຊາວປະມົງໃນທ້ອງຖິ່ນຢູ່ເລື້ອຍໆ ຈົນເກີດຄວາມເສຍຫາຍ ແລະ ໜັກເຖິງຂັ້ນມີຜູ້ເສຍຊີວິດ ເມື່ອເຮືອຂອງອົງກອນອະນຸລັກສັດນໍ້າຕ່າງໆ ເຂົ້າໄປໃນພື້ນທີ່ກໍຈະມັກຖືກເຮືອຂອງຊາວປະມົງຂີ່ມາຕຳ ແລະ ຖືກຍິງໂດຍເຈຕະນາ.

ໂລມາ ວາກີຕາ ເປັນໂລມາຂະໜາດນ້ອຍ ມີລຳຕົວເປັນສີເທົາ ແລະ ມີສີເທົາຈາງໆບໍລິເວນດ້ານຂ້າງ ແລະ ມີທ້ອງສີຂາວ ມີຂອບຕາດຳໆ ແລະ ມີຮີມປາກອັນມີສະເໜ່ທີ່ເປັນເອກະລັກ ທີ່ເບິ່ງຄືກັບວ່າຈະຍິ້ມຕະຫຼອດເວລາ ເບິ່ງຄືມີຄວາມສຸກ ເຊິ່ງຂັດກັບສະພາບຄວາມເປັນຈິງທີ່ສັດຊະນິດນີ້ ໃກ້ສູນພັນເຂົ້າທຸກມື້ແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/