CR7 ປະຕິເສດຂ່າວລື ລະບຸຍັງມີຄວາມສຸກດີ ຢືນຢັນບໍ່ກັບໄປຢູໂຣບ ພ້ອມເຜີຍອີກບໍ່ດົນ ລີກຊາອຸ ຈະກາຍເປັນລີກຊັ້ນນຳລະດັບໂລກ


ໃນໄລຍະ 1 ເດືອນທີ່ຜ່ານມາ ໄດ້ມີຂ່າວລືໜາຫູມາເລື້ອຍໆວ່າ ຊຸບເປີສະຕາ ວົງການບານເຕະ ອາຍຸ 38 ປີ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ຕ້ອງການຍ້າຍກັບມາໂຊຜົນງານໃນເວທີລະດັບຢູໂຣບອີກເທື່ອໜຶ່ງ ຫຼັງເຈົ້າຕົວຍ້າຍໄປຫຼິ້ນກັບ ອັລນານເຊີ ທີມດັງຈາກ ລີກຊາອຸດີອາຣະເບຍເມື່ອໄລຍະເດືອນ ມັງກອນ ທີ່ຜ່ານມາ. ຫຼັງມີຂ່າວວ່າລາວເລີ່ມບໍ່ມີຄວາມສຸກກັບການຫຼິ້ນໃນປະເທດຊາອຸດີອາຣະເບຍແລ້ວ.

ຫຼ້າສຸດ ເຈົ້າຂອງຮາງວັນ Ballon d’or 5 ສະໄໝ ໄດ້ອອກມາປະຕິເສດຂ່າວລືດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ພ້ອມລະບຸຍັງມີຄວາມສຸກດີ ຢືນຢັນຍັງບໍ່ກັບຢູໂຣບ ພ້ອມເຜີຍອີກວ່າ ໃນອີກບໍ່ດົນ ລີກຊາອຸ ຈະກາຍເປັນລີກຊັ້ນນຳລະດັບໂລກ.

ໂດຍ ໂຣນັລໂດ້ ລະບຸວ່າ: “ຂ້ອຍມີຄວາມສຸກດີໃນບ່ອນນີ້ ຂ້ອຍຕ້ອງການຢູ່ບ່ອນນີ້ ແລະ ຂ້ອຍຈະຢູ່ບ່ອນນີ້ຕໍ່ໄປ. ໃນຄວາມຄິດຂອງຂ້ອຍ ຖ້າພວກເຂົາຍັງເຮັດວຽກຄືກັບທີ່ເຮັດຢູ່ຕອນນີ້ ຂ້ອຍຄິດວ່າ ໃນອີກ 5 ປີ ທາງໜ້າ ລີກຂອງຊາອຸດີອາຣະເບຍ ຈະສາມາດກາຍເປັນລີກຊັ້ນນຳ 5 ອັນດັບຂອງໂລກໄດ້”.

ໂຣນັລໂດ້ ກ່າວເສີມອີກວ່າ: “ຂ້ອຍຄິດວ່າ ລີກນີ້ຍັງມີໂອກາດຫຼາຍທີ່ຈະພັດທະນາ ແລະ ເຕີບໃຫຍ່ໄປໄດ້ຫຼາຍກວ່ານີ້ ພວກເຮົາມີການແຂ່ງຂັນທີ່ດີ, ມີຜູ້ຫຼິ້ນອາຣັບທີ່ດີຫຼາຍຄົນ, ມີທີມງານທີ່ດີ ແຕ່ພວກເຂົາຍັງຈຳເປັນຕ້ອງພັດທະນາລະບົບພື້ນຖານໂຄງລ່າງຕ່າງໆ ຂຶ້ນຕື່ມອີກ”.

ສຳລັບຜົນງານຂອງ ໂຣນັລໂດ້ ໃນລະດູການທີ່ຜ່ານມາ ພາຍໃຕ້ສີເສື້ອຂອງ ອັລນານເຊີ ແມ່ນລົງຫຼິ້ນໄປ 16 ນັດ ຍິງໄປທັງໝົດ​ 14 ປະຕູ ຊ່ວຍທີມຕົ້ນສັງກັດຄວ້າຮອງແຊ້ມຂອງລີກ ຊາອຸດີອາຣະເບຍໄປໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/