Alan Turing ຈາກອັດສະລິຍະ ສູ່ ອາຊະຍາກອນພຽງເພາະຮັກເພດດຽວກັນ


ໃນປັດຈຸບັນ ກຸ່ມຄົນຫຼາກຫຼາຍທາງເພດຖືກຍອມຮັບໃນຫຼາຍປະເທດ ແຕ່ກໍຍັງມີບາງປະເທດທີ່ຍັງກີດກັນ ແລະ ເລືອກປະຕິຖິບັດຕໍ່ກຸ່ມຄົນຫຼາກຫຼາຍທາງເພດ. ຢ້ອນໄປໃນອະດີດ ຍັງມີຄົນໆໜຶ່ງຄົນທີ່ເປັນອັດສະລິຍະດ້ານຄອມພິວເຕີ ໄດ້ຊ່ວຍຊີວິດຄົນໄວ້ຫຼາຍພັນຄົນ ແຕ່ຕ້ອງຖືກກ່າວຫາວ່າເປັນອາຊະຍາກອນ ພຽງເພາະຮັກເພດດຽວກັນ.

Alan Turing ນັກຄະນິດສາດ ແລະ ນັກລະຫັດວິທະຍາຊາວອັງກິດ ຜູ້ໄດ້ສາຍານາມວ່າ ບິດາແຫ່ງຄອມພິວເຕີ ເມື່ອຢ້ອນກັບໄປໃນ ສົງຄາມໂລກຄັ້ງທີ 2 ທີ່ຍັງບໍ່ໄດ້ມີການຍອມຮັບຈາກສັງຄົມ Alan Turing ຖືກຈັບ ຊີວິດຕ້ອງພົບຈຸດຈົບທີ່ໜ້າໂສກເສົ້າ ແລະ ກວ່າຈະໄດ້ຮັບການຟື້ນຟູກຽດສັກສີຄວາມເປັນມະນຸດຕ້ອງໃຊ້ເວລາເກືອບ 60ປີ ຫຼັງຈາກລາວຈາກໄປ.

Alan Turing ເກີດໃນວັນທີ 23 ມິຖຸນາ 1912 ທີ່ລອນດອນ ປະເທດອັງກິດ ຮຽນຈົບຈາກມະຫາວິທະຍາໄລເຄມບຣິດ (King’s College) ແລະ ເມື່ອຈົບການສຶກສາໄດ້ບໍ່ດົນ ລາວກໍໄດ້ສ້າງຜົນງານທຳອິດອອກມາຄື ເຄື່ອງຈັກທົວຣິງ ຈາກຜົນງານນີ້ເຮັດໃຫ້ທາງລັດຖະບານອັງກິດ ເອີ້ນຕົວໃຫ້ໄປຊ່ວຍໃນການໄຂຄວາມລັບທາງສົງຄາມລະດັບຊາດ ໂດຍການຖອດລະຫັດຂອງເຄື່ອງ Enigma ເຊິ່ງເປັນລະຫັດລັບຂອງທາງນາຊີ (Nazi Germany) ທີ່ໃຊ້ຕິດຕໍ່ສື່ສານໃນສົງຄາມໂລກຄັ້ງທີ 2.

ໂດຍການຖອດລະຫັດຈາກເຄື່ອງ Enigma ເປັນເລື່ອງທີ່ຍາກແສນຍາກ ສຳລັບຜູ້ຖອດລະຫັດຕ້ອງມີໂຄ້ດສຳລັບການເຊັດລະຫັດທີ່ຖືກຕ້ອງ ເຊິ່ງມີວີທີການເຊັດທັງໝົດມີຫຼາຍຮອດ 159 ລ້ານລ້ານ ຮູບແບບ ຈຶ່ງເຮັດໃຫ້ທາງນາຊີໝັ້ນໃຈໃນຄວາມປອດໄພກັບເຄື່ອງ Enigma ຢ່າງສຸດໃຈ ໂດຍບໍ່ມີການຄາດຄິດວ່າຈະຖືກເຈາະມາໄດ້ ແຕ່ Alan Turing ກໍຄົ້ນພົບວິທີຖອດລະຫັດເຄື່ອງ Enigma ໄດ້ສຳເລັດໃນເດືອນມີນາ ປີ 1940 ແລະ ສາມາດຖອດໃຈຄວາມຂອງລະຫັດໄດ້ ເຮັດໃຫ້ກອງທັບອັງກິດລົດການສູນເສຍ ພ້ອມກັບຍັງສາມາດຊ່ວຍຊີວິດຄົນໄດ້ອີກ 14 ລ້ານຄົນ.

ເຖິງແມ່ນວ່າຜົນງານຂອງ Alan Turing ຈະສ້າງປະໂຫຍດໃຫ້ປະເທດຊາດຢ່າງຫຼວງຫຼາຍ ແຕ່ເລື່ອງທັງໝົດຖືວ່າເປັນຄວາມລັບຂອງທາງການທະຫານຂອງລັດຖະບານ ຈຶ່ງບໍ່ໄດ້ເຄດິດຢ່າງສົມຄວນ. ເມື່ອປີ 1946 ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດລົງໄດ້ໜຶ່ງປີ Alan Turing ໄດ້ອອກແບບເຄື່ອງຄອມພິວເຕີ ອີເລັກໂທຣນິກທີ່ສາມາດໂປຣແກຣມໄດ້ເຄື່ອງທຳອິດຂອງໂລກ ໂດຍມີຕົ້ນແບບມາຈາກ “Turing Machine” ທີ່ເຄີຍປະດິດໄວ້ໃນສະໄໝຮຽນມະຫາວິທະຍາໄລ ເຊິ່ງເປັນຕົ້ົ້ນແບບຂອງຄອມພິວເຕີໃນປັດຈຸບັນ.

ອະນາຄົດທາງດ້ານການເຮັດວຽກຂອງ Alan Turing ກຳລັງໄປໄດ້ດ້ວຍດີ ຊີວີດຮັກກໍກຳລັງມີຄວາມສຸກກັບແຟນໜຸ່ມໄວ 19 ປີ ຊື່ວ່າ Arnold Murray ໂດຍຄວາມຮັກຄັ້ງນີ້ເປັນຄວາມຮັກແບບຄວາມລັບ ແຕ່ແລ້ວຄວາມລັບກໍບໍ່ມີໃນໂລກ Alan Turing ຖືກຈັບດຳເນີນຄະດີກ່ຽວກັບພຶດຕິກຳບໍ່ຖືກຕ້ອງໃນເວລານັ້ນ ຄື “ຮັກຮ່ວມເພດ” ໂດຍຖືກຕັດສິນລົງໂທດໃຫ້ເປັນໝັນ ແລະ ຖືກບັງຄັບໃຫ້ສີດ Oestrogen ເຊິ່ງສ້າງຄວາມທຸກທໍລະມານໃຫ້ລາວເປັນຢ່າງຫຼວງຫຼາຍ.

ເວລາຜ່ານໄປໄດ້ 2 ປີ Alan Turing ເສຍຊີວິດໃນວັນທີ 7 ​ມິຖຸນາ 1954 ໃນໄວພຽງ 41 ປີ ຈາກການພິສູດສົບພົບວ່າໃນຮ່າງກາຍພົບສານ ໄຊຍາໄນ (Cyanide) ເປັນຈຳນວນຢ່າງຫຼວງຫຼາຍ ແລະ ບໍ່ຮູ້ສາເຫດການເສຍຊີວິດທີ່ແນ່ນອນຈົນຮອດປັດຈຸບັນນີ້.

ເມື່ອເວລາຜ່ານໄປ ສັງຄົມປ່ຽນ ຄວາມຄິດປ່ຽນ ເລື່ອງຄວາມຫຼາກຫຼາຍທາງເພດ ຫຼື ຣົດສະນິຍົມການຮັກເພດດຽວກັນບໍ່ແມ່ນເລື່ອງຜິດບາບອີກຕໍ່ໄປ Alan Turing ໄດ້ຮັບກຽດສັກສີຄືນມາ ໃນປີ 2019 ທະນາຄານແຫ່ງປະເທດອັງກິດໄດ້ອອກປະກາດວ່າ Alan Turing ໄດ້ຮັບການຄັດເລືອກໃຫ້ປາກົດໃນທະນະບັດ 50 ປອນສະບັບໃໝ່ ພ້ອມກັບສິ່ງປະດິດ ເພື່ອເປັນກຽດໃຫ້ແກ່ Alan Turing ຜູ້ທີ່ສ້າງປະໂຫຍດໃຫ້ແກ່ຊາດ.

Alan Turing ທີ່ຍຸກໜຶ່ງຕ້ອງກາຍເປັນອາຊະຍາກອນ ພຽງເພາະຣົດສະນິຍົມສ່ວນຕົວທີ່ບໍ່ສອດຄ່ອງກັບບັນທັດຖານຂອງສັງຄົມ ມາມື້ນີ້ລາວໄດ້ຮັບຄວາມເປັນທຳໂດຍຄົນຍຸກຫຼັງ ທີ່ໄດ້ຕື່ນຮູ້ວ່າ ບໍ່ວ່າຈະເພດໃດ ມີຄວາມມັກແບບໃດ ຫຼື ຣົດສະນິຍົມແບບໃດ ກໍບໍ່ຄວນຕັດສິນຄວາມຜິດ ແລະ ບໍ່ຄວນນຳເລື່ອງນີ້ມາຕັດສິນຕົວຂອງໃຜ.

“ບໍ່ມີໃຜເຮັດຫຍັງກັບມັນເລີຍ ຂ້ອຍກໍເລີຍເອົາມັນມາເປັນຂອງຂ້ອຍ” Alan Turing ກ່າວໄວ້ໃນຕອນຈະແກ້ລະຫັດ Enigma.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/