ໂຣນັລໂດ້ ແລະ ເມສຊີ່ ບໍ່ມີຊື່ຕິດ 10 ນັກເຕະເຂົ້າຊິງໃນຮາງວັນ Ballon d’Or ຄັ້ງທຳອິດໃນຮອບ 15 ປີ

ໂຣນັລໂດ້

ຕະຫຼອດເກືອບ 2 ທົດສະວັດທີ່ຜ່ານມາ ປະຕິເສດບໍ່ໄດ້ວ່າວົງການບານເຕະໂລກ ຖືກປົກຄອງຈາກ 2 ນັກເຕະທີ່ດີທີ່ສຸດໃນປະຫວັດສາດບານເຕະ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່. ໂດຍທັງ 2 ໄດ້ປ່ຽນກັນດີປ່ຽນກັນເດັ່ນ ຈາກການທີ່ທັງ 2 ໄດ້ມີລາຍຊື່ເຂົ້າຊິງຮາງວັນ Ballon d’Or ຮາງວັນທີ່ຊົງຄຸນຄ່າທີ່ສຸດໃນວົງການບານເຕະ ມາຕະຫຼອດເປັນໄລຍະເວລາ 15 ປີ ຖືໄດ້ວ່າເປັນ 2 ນັກເຕະທີ່ມີລາຍຊື່ເຂົ້າຊິງຮາງວັນນີ້ຫຼາຍທີ່ສຸດໃນໂລກ.

ໂຣນັລໂດ້

ຈົນມາຮອດປີ 2022 ຈາກການປະກາດຮາງວັນ Ballon d’Or 2022 ຜົນຄະແນນທີ່ອອກມາພົບວ່າ 10 ອັນດັບທຳອິດຂອງລາຍຊື່ນັກເຕະທີ່ໄດ້ຄະແນນສູງສຸດ ບໍ່ມີຊື່ຂອງ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່. ໂດຍ ໂຣນັລໂດ້ ມີຄະແນນເປັນອັນດັບ 20 ຈາກ 30 ອັນດັບທຳອິດ ຂະນະທີ່ ເມສຊີ່ ບໍ່ຢູ່ໃນ 30 ລາຍຊື່ ຕັ້ງແຕ່ທຳອິດ ເມື່ອພິຈາລະນາຈາກລະດູການ 2021/22 .

ໂຣນັລໂດ້

ການປະກາດຮາງວັນຄັ້ງນີ້ ນັບເປັນຄັ້ງທຳອິດ ທີ່ລາຍຊື່ຜູ້ຫຼິ້ນທີ່ມີຄະແນນສູງສຸດ 10 ອັນດັບທຳອິດ ບໍ່ມີທັງຊື່ ຄຣິສເຕຍໂນ ໂຣນັລໂດ້ ແລະ ລີໂອເນວ ເມສຊີ່ ໃນຮອບ 15 ປີ ໂດຍນັບຕັ້ງແຕ່ ປີ 2007 ທີ່ຕອນນັ້ນທັງ 2 ຄົນໄດ້ມີຊື່ເຂົ້າຊິງຮາງວັນນີ້ ໂດຍໃນເວລານັ້ນ ໂຣນັລໂດ້ ໄດ້ອັນດັບ 2 ແລະ ເມສຊີ່ ນັ້ນໄດ້ອັນດັບ 3.

ໂຣນັລໂດ້

ຈາກນັ້ນທັງ ເມສຊີ່ ແລະ ໂຣນັລໂດ້ ກໍປ່ຽນກັນຄວ້າຮາງວັນ Ballon d’Or  ໂດຍເມສຊີ່ໄດ້ຮາງວັນນີ້ໄປ 7 ສະໄໝ ຂະນະທີ່ໂຣນັລໂດ້ນັ້ນ ຄວ້າໄປ 5 ສະໄໝ. ໂດຍໃນຍຸກທີ່ 2 ຄົນນີ້ຄອງໂລກບານເຕະ ມີພຽງນັກເຕະຄົນດຽວທີ່ສາມາດໂດດເດັ່ນຂຶ້ນມາຈົນສາມາດຄວ້າຮາງວັນນີ້ ແຊງໜ້າທັງ 2 ກໍຄື ລູກ້າ ໂມດິສ ໃນປີ 2018. ໃນຕອນນັ້ນ ໂຣນັລໂດ້ ມີຄະແນນເປັນອັນ 2 ແລະ ເມສຊີ່ ມີຄະແນນເປັນອັນດັບ 5.

ສິ່ງເຫຼົ່ານີ້ ສາມາດສະທ້ອນໃຫ້ເຮົາເຫັນໄດ້ວ່າ ມາຮອດມື້ນີ້ ໃນວົງການບານເຕະ ອາດຈະໝົດຍຸກຂອງ 2 ຄົນນີ້ແລ້ວ ຫຼືບໍ່. ແຕ່ຢ່າງໃດກໍຕາມ ດັ່ງທີ່ເຮົາຮູ້ກັນດີວ່າ ສຳລັບ 2 ຄົນນີ້ແມ່ນບໍ່ມີສິ່ງໃດທີ່ເປັນໄປບໍໄດ້, ເຮົາມາເບິ່ງນຳກັນວ່າ ໃນການປະກາດຮາງວັນໃນປີໜ້າ ທີ່ຈະນັບຜົນງານຈາກການແຂ່ງຂັນບານໂລກ ໃນປາຍປີນີ້  2 ຄົນນີ້ຈະກັບມາຍິ່ງໃຫຍ່ໃນເວທີນີ້ໄດ້ອີກຫຼືບໍ່.

ໂຣນັລໂດ້

ໂດຍ ລີໂອເນວ ເມສຊີ່ ໄດ້ປະກາດແລ້ວວ່າ ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ຈະເປັນບານໂລກຄັ້ງສຸດທ້າຍຂອງຕົນເອງ. ສ່ວນຄຣິສເຕຍໂນ ໂຣນັລໂດ້ ຍັງບໍ່ໄດ້ປະກາດຢ່າງຊັດເຈນ ແຕ່ຈາກອາຍຸ ສະພາບຮ່າງກາຍ ຫຼາຍຄົນກໍຄາດກັນວ່າ ການແຂ່ງຂັນບານໂລກ 2022 ນີ້ ຈະເປັນ ບານໂລກ ຄັ້ງສຸດທ້າຍຂອງລາວເຊັ່ນກັນ.

ສຳລັບຜົນງານຂອງ ເລໂອເນວ ເມສຊີ່ ໃນລະດູການ 2021/2022 ທີ່່ຜ່ານມາແມ່ນ ລົງສະໜາມໄປ 32 ນັດຍິງປະຕູໄປທັງໝົດ 11 ປະຕູ ແລະ ຊ່ວຍໝູ່ເຮັດປະຕູອີກ 15 ເທື່ອ. ສ່ວນ ຄຣິສເຕຍໂນ ໂຣນັລໂດ້ ແມ່ນ ຍິງປະຕູໄປທັງໝົດ 24 ປະຕູ ຈາກການລົງສະໜາມໄປ 39 ນັດ ແລະ ຊ່ວຍໝູ່ເຮັດປະຕູອີກ 3 ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ