ນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ຣັດເຊຍ ມີເຖິງ 600 ກວ່າຄົນ

ນັກສຶກສາລາວ

ໃນວັນທີ 10 ຕຸລາ 2022 ຜ່ານມາ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສຳນັກຂ່າວ ITAR TASS ຂອງສະຫະພັນຣັດເຊຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ວ່າ: ລາວ-ຣັດເຊຍ ໄດ້ມີມູນເຊື້ອພົວພັນ ແລະ ຮ່ວມມືມາແຕ່ດົນນານ, ຣັດເຊຍ ເປັນເພື່ອນເກົ່າແກ່ຜູ້ສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນລາວບັນດາເຜົ່າ. ຍັງຈົດຈໍາບຸນຄຸນຂອງປະຊາຊົນໂຊວຽດໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ໃນເມື່ອກ່ອນໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຢ່າງໃຫຍ່ຫຼວງຮອບດ້ານໃຫ້ແກ່ປະຊາຊົນລາວ ເຊິ່ງເປັນການປະກອບສ່ວນສຳຄັນໃນໄຊຊະນະປົດປ່ອຍປະເທດຊາດຢ່າງສົມບູນ ໃນປີ 1975.

ໃນເວລາດຽວກັນນັ້ນ, ສະຫະພາບໂຊວຽດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການກໍ່ສ້າງຊັບພະຍາກອນມະນຸດດ້ວຍການຮັບເອົານັກສຶກສາລາວຫຼາຍພັນຄົນໄປສຶກສາໃນສາຂາອາຊີບຕ່າງໆ ເຊິ່ງປັດຈຸບັນ ພວມເປັນກໍາລັງແຮງເຂັ້ມແຂງໃນກົງຈັກພັກ-ລັດ ສປປ ລາວ ເຊິ່ງຫຼາຍທ່ານໄດ້ເປັນການນຳຂັ້ນສູງທີ່ສຳຄັນໃນ ສປປ ລາວ ປັດຈຸບັນ. ສະຫະພາບໂຊວຽດ ໃນເມື່ອກ່ອນໄດ້ຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງ ອັນສຳຄັນຫຼາຍຢ່າງ ອັນເປັນການປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມຂອງລາວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ: ການກໍ່ສ້າງຂົວທາງ, ໂຮງງານ, ໂຮງໝໍ ແລະ ອື່ນໆ. ມາໃນໄລຍະປັດຈຸບັນ, ສະຫະພັນຣັດເຊຍ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອລາວຢ່າງຮອບດ້ານ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດການລົງທຶນ, ສຶກສາ, ວັດທະນະທຳ ແລະ ອື່ນໆ.

ພາຍຫຼັງໄດ້ສ້າງສາຍພົວພັນກັບອາຊຽນ ໃນປີ 1991 ເປັນຕົ້ນມາ, ການຮ່ວມມືອາຊຽນ-ຣັດເຊຍ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຂອງອາຊຽນໃນປີ 2018. ການຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໄດ້ກວມເອົາຫຼາຍຂະແໜງການ ພາຍໃຕ້ການຮ່ວມມື 3 ເສົາຄໍ້າອາຊຽນຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

– ດ້ານການເມືອງຄວາມໝັ້ນຄົງ: ຣັດເຊຍ ໃນ​ຖານະທີ່​ເປັນ​ໜຶ່ງ​ໃນ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ ໄດ້ຮັບຮູ້ ແລະ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກົນໄກການຮ່ວມມືອາຊຽນເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດບວກ (ADMM Plus), ກອງປະຊຸມສຸດຍອດອາຊີຕາເວັນອອກ  (EAS), ກອງປະຊຸມເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມອື່ນໆ. ​ການປະກອບສ່ວນເຫຼົ່ານີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ ໄດ້ມີບົດບາດໃນການຮ່ວມມືໃນ​ພາກພື້ນອາ​ຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ໃນພາກພື້ນ ແລະ ໃນໂລກ.

– ດ້ານເສດຖະກິດ: ຣັດເຊຍ ແມ່ນໜຶ່ງໃນຄູ່ຄ້າສໍາຄັນຂອງອາຊຽນ ແລະ ເປັນຄູ່ຄ້າລາຍໃຫຍ່ ອັນດັບທີ 10 ຂອງອາຊຽນ ເຊິ່ງມູນຄ່າການຄ້າສອງຝ່າຍ ກໍມີການເຕີບໂຕຂຶ້ນເປັນກ້າວໆ. ພ້ອມດຽວກັນນີ້, ອາຊຽນ ແລະ ຣັດເຊຍ ຍັງມີທ່າແຮງບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດອັນມະຫາສານ ໂດຍສະເພາະການເຊື່ອມໂຍງເສດຖະກິດອາຊຽນ ກັບອົງການຮ່ວມມືເສດຖະກິດ ຢູເຣເຊຍ ລວມທັງອົງການຮ່ວມມືຊຽງໄຮ ເຊິ່ງຈະນໍາຜົນປະໂຫຍດຕົວຈິງມາຍັງສອງພາກພື້ນນັບມື້ນັບຫຼາຍ.

– ດ້ານວັດທະນະທຳ-ສັງຄົມ: ອາຊຽນ-ຣັດເຊຍ ມີມູນເຊື້ອໃນການຮ່ວມມືທີ່ດີນຳກັນທາງດ້ານວັດທະນະທຳ-ສັງຄົມ ເຊິ່ງເປັນຂົງເຂດໜຶ່ງໃນການຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ. ໃນໄລຍະຜ່ານມາ ອາຊຽນ ແລະ ຣັດເຊຍ ໄດ້ຮ່ວມກັນເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການເຝິກອົບຮົມວິຊາຊີບ, ຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງບັນດາໂອກາດທີ່ສໍາຄັນຮ່ວມກັນ ເຊິ່ງເປັນການປະກອບສ່ວນໃຫ້ແກ່ການສົ່ງເສີມຄວາມເຂົ້າໃຈ ລະຫວ່າງ ປະຊາຊົນອາຊຽນ-ຣັດເຊຍ ໂດຍຜ່ານການພົວພັນດ້ານວັດທະນະທຳທີ່ເປັນເອກະລັກ ແລະ ມີການໄປມາຫາສູ່ລະຫວ່າງປະຊາຊົນອາຊຽນ ແລະ ຣັດເຊຍ ນັບມື້ນັບຫຼາຍຂຶ້ນ.

ບົນພື້ນຖານການຮ່ວມມື ລະຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ມີທ່າແຮງຫຼາຍໆດ້ານນີ້, ຫວັງວ່າການພົວພັນ, ຮ່ວມມືໃນຕໍ່ໜ້າ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ສືບຕໍ່ປະກອບສ່ວນປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ນັກສຶກສາລາວ

ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະຜ່ານມາ ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງ ແຫ່ງ ສະຫະພັນຣັດເຊຍ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ແລະ ຕໍ່ເນື່ອງ, ມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປົກກະຕິ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ລະດັບປະທານ, ຮອງປະທານສະພາ, ກຳມາທິການ, ຄະນະມິດຕະພາບລັດຖະສະພາຂອງສອງປະເທດ. ໃນປີ 2013 ປະທານສະພາແຫ່ງຊາດລາວ ແລະ ປະທານສະພາສູງຣັດເຊຍ ກໍໄດ້ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືນໍາກັນ. ໃນປີ 2018, ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ນາງ ວາເລນຕີນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ຍິງເອີຣົບ-ອາຊີ ຄັ້ງທີ 2 ທີ່ຊັງປີເຕີສະເບີກ. ໃນເດືອນຕຸລາ 2021, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ປະກອບເປັນຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ຍິງເອີຣົບ-ອາຊີ ຄັ້ງທີ 3 (ແບບທາງໄກ). ນອກຈາກນີ້, ສອງອົງການນິຕິບັນຍັດ ກໍໄດ້ມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບຂອງ AIPA, IPU, APPF, ASEAP, EURASIA ແລະ ເວທີປຶກສາຫາລືລັດຖະສະພາອື່ນໆ. ວັນທີ 16 ທັນວາ 2021 ຜ່ານມາ, ໄດ້ພົບປະນຳທ່ານ ນາງ ວາເລັນຕີນາ ມັດວຽນໂກ ຜ່ານລະບົບທາງໄກ ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມື ໂດຍພື້ນຖານສອງສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ພົວພັນຮ່ວມມືໃນຕໍ່ໜ້າ ແລະ ໄດ້ເປັນເອກະພາບປັບປຸງບົດບັນທຶກຊ່ວຍຈໍາ ເພື່ອສອດຄ່ອງກັບສະພາບປັດຈຸບັນ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ປະທານສະພາສູງຣັດເຊຍ ຈະມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

ແຕ່ປີ 2019 ເປັນຕົ້ນມາ, ປະຊາຄົມໂລກ ໄດ້ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໃນນັ້ນ ສປປ ລາວ ກໍໄດ້ມີການແຜ່ລະບາດ ຮອດປັດຈຸບັນ ໄດ້ມີຜູ້ຕິດເຊື້ອສະສົມຈໍານວນ 213.072 ຄົນ ແລະ ເສຍຊີວິດ 664 ຄົນ ຖ້າທຽບໃສ່ປະເທດອື່ນໆ ໃນພາກພື້ນ ແລະ ໂລກ ຈໍານວນຜູ້ຕິດເຊື້ອຢູ່ ສປປ ລາວ ບໍ່ຫຼາຍ ຍ້ອນວ່າລັດຖະບານລາວ ກໍຄືອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ຮ່ວມກັນຈັດຕັ້ງມາດຕະການຢ່າງເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ສຸມໃສ່ຈັດຕັ້ງການສັກຢາວັກຊີນ ໃຫ້ບັນລຸຕາມເປົ້າໝາຍ ເຊິ່ງມາຮອດປັດຈຸບັນ ຈໍານວນປະຊາຊົນໃນກຸ່ມເປົ້າໝາຍໄດ້ສັກຢາເຂັມ 1 ກວມ 81%, ສັກຄົບເຂັມ ກວມ 72% ແລະ ຄາດໝາຍໃນທ້າຍປີ 2022 ຈະໃຫ້ໄດ້ຫຼາຍກວ່າ 80% ໃນທົ່ວປະເທດ. ນອກຈາກນັ້ນ, ຍັງສຶກສາອົບຮົມໃຫ້ປະຊາຊົນເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນຕົນເອງ ເປັນຕົ້ນ ການໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືນໍ້າສະອາດ ຫຼື ເຈວທີ່ມີທາດເຫຼົ້າ. ດ້ວຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນັ້ນ ມາຮອດປັດຈຸບັນ ສປປ ລາວ ສາມາດຄວບຄຸມການລະບາດ ໄດ້ໂດຍພື້ນຖານ ແລະ ຫັນໄປສູ່ການຮຽນຮູ້ ຢູ່ຮ່ວມກັບພະຍາດໂຄວິດ-19 ຢ່າງປອດໄພ ພາຍໃຕ້ເງື່ອນໄຂວິຖີຊີວິດໃໝ່. ຖືໂອກາດນີ້ ຂໍສະແດງຄວາມຂອບໃຈນຳລັດຖະບານຣັດເຊຍ ແລະ ປະຊາຊົນຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນ ແລະ ຢາ Sputnik ມາໃຫ້ປະຊາຊົນລາວ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ສປປ ລາວ ສາມາດຮັບມືໄດ້ດີພໍສົມຄວນ.

ພາຍຫຼັງເປີດປະເທດ ໃນວັນທີ 5 ພຶດສະພາ 2022, ສປປ ລາວ ກໍໄດ້ມີນະໂຍບາຍຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວສີຂຽວ ບົນຈິດໃຈທີ່ກໍານົດເອົາສະຖານທີ່ທ່ອງທ່ຽວຂອງປະເທດ ທີ່ນັກທ່ອງທ່ຽວສາມາດໄປທ່ອງທ່ຽວ, ເອົາໃຈໃສ່ໃນການປັບປຸງໂຄງລ່າງພື້ນຖານ ແລະ ສ້າງສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວຢູ່ແຂວງເປົ້າໝາຍ ເປັນຕົ້ນໄດ້ມີການປັບປຸງທ່າເຮືອ ແລະ ເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ. ໃນວັນທີ 3 ທັນວາ 2021 ຜ່ານມາ, ສປປ ລາວ ກໍໄດ້ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນໂຄງການລົງທຶນຮ່ວມກັນກັບ ສປ ຈີນ ເປັນການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດເຂົ້າກັບພາກພື້ນ ແລະ ສາກົນ ເຊິ່ງມີຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ນອກນີ້, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຮ່ວມກັບສື່ມວນຊົນພາຍໃນ ແລະ ຕ່າງປະເທດ ຮ່ວມກັນໂຄສະນາບັນດາແຫຼ່ງທ່ອງທ່ຽວ ທີ່ໂດດເດັ່ນຢູ່ບັນດາແຂວງຂອງລາວ; ໝາຍຈຸດແຫຼ່ງທ່ອງທ່ຽວໃນ Google Map, ໂຄສະນາບັນດາແຫຼ່ງທ່ອງທ່ຽວລາວ ຜ່ານສື່ສັງຄົມອອນລາຍ ໃຫ້ແກ່ນັກທ່ອງທ່ຽວ. ນອກຈາກທົ່ງໄຫຫີນຊຽງຂວາງ, ເມືອງຫຼວງພະບາງ ເຊິ່ງໄດ້ຮັບເປັນມໍລະດົກໂລກແລ້ວ, ສປປ ລາວ ຍັງມີວັດພູຈໍາປາສັກ ທີ່ເປັນມໍລະດົກໂລກ ແລະ ໃນຊຸມປີຕໍ່ໜ້າ ຫີນໜາມໜໍ່ ທີ່ແຂວງຄໍາມ່ວນ ກໍຈະໄດ້ຖືກຮັບຮອງເປັນມໍລະດົກໂລກເຊັ່ນກັນ.

ທ່ານ ປອ. ໄຊສົມພອນ ພົມວິຫານ ຍັງໃຫ້ສໍາພາດຕື່ມວ່າ: ຂ້າພະເຈົ້າ ແມ່ນເປັນລູກຊາຍກົກຂອງທ່ານ ປະທານ ໄກສອນ ພົມວິຫານ. ໃນຊີວິດເຍົາໄວ, ຂ້າພະເຈົ້າ ໄດ້ອາໄສຢູ່ກັບຄອບຄົວ ແລະ ໄດ້ໄປສຶກສາຮໍ່າຮຽນ ຢູ່ ສສ.ຫວຽດນາມ ແລະ ສະຫະພາບໂຊວຽດ. ຈົນມາເຖິງປັດຈຸບັນ, ຂ້າພະເຈົ້າ ຍັງຈື່ໄດ້ວ່າ ພໍ່ຂອງຂ້າພະເຈົ້າເຄີຍສັ່ງສອນໃຫ້ຮຽນຮູ້ ກ່ຽວກັບແບບແຜນການດຳລົງຊີວິດທີ່ລຽບງ່າຍ, ມີຄວາມດຸໝັ່ນອົດທົນ, ມີນໍ້າໃຈສາມັກຄີຮັກແພງກັບເພື່ອນຮ່ວມງານ, ກັບມະຫາຊົນ ແລະ ຮັກເຊື້ອແພງຊາດ. ໃກ້ຊິດຕິດແທດ ແລະ ຮຽນຮູ້ນຳມະຫາຊົນ ເພິ່ນຍັງສອນ ຂ້າພະເຈົ້າ ວ່າ: ມະຫາວິທະຍາໄລທີ່ໃຫຍ່ທີ່ສຸດ ແມ່ນມະຫາຊົນ ດ້ວຍຄໍາສັ່ງສອນອັນລ້ຳຄ່າຂອງເພິ່ນ ແລະ ບວກກັບຊີວິດການເຄື່ອນໄຫວເຮັດວຽກຕົວຈິງຂອງຕົນ, ຂ້າພະເຈົ້າ ໄດ້ນຳເອົາແນວຄິດ ຂອງການເປັນຜູ້ນໍາຂອງເພິ່ນ ມາເປັນເຂັມທິດເຍືອງທາງ ໃຫ້ແກ່ຂ້າພະເຈົ້າ ໃຫ້ມີແບບແຜນວິທີເຮັດວຽກທີ່ດີ, ສືບຕໍ່ທະນຸຖະໜອມ ແລະ ຈັດຕັ້ງປະຕິບັດ ຕາມຄໍາສັ່ງສອນຂອງເພິ່ນຈົນທຸກວັນນີ້, ສືບຕໍ່ປະກອບສ່ວນທັງເຫື່ອແຮງ ແລະ ສະຕິປັນຍາໃຫ້ແກ່ປະເທດຊາດໃຫ້ນັບມື້ນັບຫຼາຍຂຶ້ນ.

ນັກສຶກສາລາວ

ປະຊາຊົນລາວ ຍາມໃດກໍຍັງສຳນຶກ, ຈົດຈໍາ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປລາວ ຂອງສະຫະພາບໂຊວຽດໃນເມື່ອກ່ອນ ກໍຄືສະຫະພັນຣັດເຊຍ ໃນປັດຈຸບັນ ເຊິ່ງເປັນການຊ່ວຍເຫຼືອອັນລໍ້າຄ່າ ແລະ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາປະເທດ, ປະກອບສ່ວນທຶນຮອນອັນປະເສີດແກ່ ສປປລາວ. ກົງຈັກການຈັດຕັ້ງຂອງພັກ-ລັດ ສປປ ລາວ ໃນປັດຈຸບັນ ມີຈໍານວນການນໍາຂັ້ນສູງ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນເປັນອະດີດນັກສຶກສາ ຈາກສະຫະພາບໂຊວຽດ ກໍຄືສະຫະພັນຣັດເຊຍ ໃນປັດຈຸບັນ. ມາໄລຍະໃໝ່ນີ້, ມີນັກສຶກສາລາວ ໄປຮຽນຢູ່ຣັດເຊຍ ມີຈໍານວນເພີ່ມຂຶ້ນ ໂດຍໄດ້ຮັບທຶນການສຶກສາຈາກລັດຖະບານຣັດເຊຍ ເຊິ່ງປັດຈຸບັນ ລັດຖະບານຣັດເຊຍໄດ້ໃຫ້ທຶນຈໍານວນ 90 ກວ່າຄົນ ໃນແຕ່ລະປີ. ຈໍານວນນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ຣັດເຊຍ ມີເຖິງ 699 ຄົນ ໂດຍຮຽນຫຼາຍວິຊາຊີບ ເປັນຕົ້ນແມ່ນການພົວພັນການຕ່າງປະເທດ, ກົດໝາຍ, ເສດຖະກິດ-ການຄ້າ, ວິສະວະກຳສາດ, ແພດສາດ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນວິຊາສຳຄັນໃນການພັດທະນາສ້າງສາປະເທດ. ສປປ ລາວ ໃນປັດຈຸບັນ ໃນຖານະທີ່ເປັນອະດີດນັກສຶກສາລາວຄົນໜຶ່ງ ທີ່ຮຽນຈົບຈາກມະຫາວິທະຍາໄລໂລໂມໂນຊົບ, ສະຫະພາບໂຊວຽດ, ໃນເວລາເປັນນັກສຶກສາຢູ່ຣັດເຊຍ ໄດ້ຮຽນຮູ້ເຖິງວັດທະນະທຳ-ຮີດຄອງປະເພນີ, ດົນຕີ ແລະ ອາຫານຣັດເຊຍ ຮຽນຮູ້ໄດ້ນ້ຳໃຈເອື້ອເຟື້ອເພື່ອແຜ່, ຄວາມຈິງໃຈ ແລະ ການເສຍສະຫຼະຂອງຄົນຣັດເຊຍ. ໃນເວລາຮ່ຳຮຽນຢູ່ມະຫາວິທະຍາໄລໂຣໂມໂນຊົບ ພາສາຣັດເຊຍ ເປັນພາສາທີ່ຍາກ, ວິຊາທີ່ເລືອກຮຽນກໍຍາກ ເພາະຕ້ອງອ່ານຫຼາຍ, ຄົ້ນຄວ້າຫຼາຍ, ແຕ່ກໍມີບັນດາຄູອາຈານ, ເພື່ອນນັກສຶກສາຮຽນຫ້ອງດຽວກັນຊ່ວຍເຫຼືອ ແລະ ບວກກັບຄວາມຕັ້ງໃຈຂອງຕົນ ຈຶ່ງສາມາດຜ່ານຜ່າໄດ້ຄວາມຫຍຸ້ງຍາກຊົ່ວຄາວດັ່ງກ່າວ. ເວລາທີ່ສຶກສາຮ່ຳຮຽນຢູ່ສະຫະພາບໂຊວຽດ, ເປັນໄລຍະເວລາທີ່ດີທີ່ສຸດ ທີ່ບໍ່ມີວັນລືມໄດ້ ແລະ ຍັງຈະມີຄວາມຊົງຈຳທີ່ດີຕະຫຼອດໄປ. ຫວັງວ່າຈະມີໂອກາດໄດ້ໄປຢ້ຽມຢາມສະຫະພັນຣັດເຊຍ ກໍຄື ມະຫາວິທະຍາໄລໂລໂມໂນຊົບ ອີກຄັ້ງໜຶ່ງ ເພາະທີ່ນັ້ນ ເປັນສະຖານທີ່ທີ່ໄດ້ຮັບການສຶກສາຮອບດ້ານ, ຮຽນເພື່ອກັບມາສ້າງສາປະເທດຊາດທີ່ແສນຮັກຂອງຕົນຈົນມາເຖິງປັດຈຸບັນ.

ຂໍ້ມູນຈາກ: https://cutt.ly/cBVrTcv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ