ໂຣກເບົາຫວານທີ່ຫຼາຍຄົນຄິດວ່າເປັນແຕ່ນຳຄົນຕຸ້ຍເທົ່ານັ້ນ, ຄົນຈ່ອຍທີ່ກິນຫຼາຍແຕ່ບໍ່ຕຸ້ຍຈັກເທື່ອກໍສ່ຽງເປັນໂຣກເບົາຫວານ


ໂຣກເບົາຫວານ (Diabetes) ໂຣກທີ່ທຸກຄົນເຄີຍໄດ້ຍິນຕ້ອງຮູ້ຈັກ. ແຕ່ຮູ້ບໍ່ວ່າ ບໍ່ແມ່ນແຕ່ຄົນທີ່ຕຸ້ຍເທົ່ານັ້ນເຖິງຈະເປັນໂຣກນີ້ໄດ້ ຄົນທີ່ຮູບຮ່າງຈ່ອຍກໍມີສິດເປັນເບົາຫວານໄດ້ຄືກັນ! ເພາະ​ເມື່ອ​ເຈົ້າ​ຫຸ່ນບາງ ລະວັງລະດັບນໍ້າຕານໃນເລືອດຈະລົດລົງຈົນສາມາດເຮັດໃຫ້ເກີດພະຍາດເບົາຫວານໄດ້ໂດຍບໍ່ຮູ້ຕົວ.

ໂຣກເບົາຫວານແມ່ນໂຣກທີ່ເກີດຈາກຄວາມຜິດປົກກະຕິໃນຮ່າງກາຍທີ່ບໍ່ສາມາດໃຊ້ນໍ້າຕານໄດ້ຕາມປົກກະຕິ, ເຮັດໃຫ້ລະດັບນໍ້າຕານໃນເລືອດສູງ ແລະ ຖືກຂັບອອກທາງປັດສາວະ. ເນື່ອງຈາກຮ່າງກາຍຂາດຮໍໂມນອິນຊູລິນຈາກການທີ່ຕັບອ່ອນຜະລິດອອກມາໃຊ້ບໍ່ພຽງພໍ ຫຼື ອອກມາແລ້ວໃຊ້ບໍ່ໄດ້ຕາມປົກກະຕິ.

ເມື່ອມີລະດັບນໍ້າຕານໃນເລືອດສູງເປັນເວລາດົນນານ, ຈະເຮັດໃຫ້ເກີດອາການແຊກຊ້ອນຕາມມາ. ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ຫຼອດເລືອດ ແລະ ທໍາລາຍອະໄວຍະວະປາຍທາງເຊັ່ນ: ໝາກໄຂ່ຫຼັງ, ສະໝອງ, ຫົວໃຈ ເປັນຕົ້ນ, ໂດຍສະເພາະເມື່ອມີປັດໄຈສ່ຽງເຊັ່ນ: ການສູບຢາ, ຄວາມດັນເລືອດສູງ ແລະ ໄຂມັນໃນເລືອດສູງຮ່ວມນຳ.

ລະດັບນໍ້າຕານໃນເສັ້ນເລືອດຂອງຄົນປົກກະຕິຢູ່ທີ່ 70-120 mg/dL. ຖ້າລະດັບນໍ້າຕານໃນເລືອດສູງກວ່າ 180 mg/dL ໝາກໄຂ່ຫຼັງຂອງເຮົາຈະກັ່ນຕອງນ້ຳຕານອອກ ເຮັດໃຫ້ສາມາດກວດພົບນໍ້າຕານໃນປັດສາວະໄດ້.

ໂຣກເບົາຫວານຈະແບ່ງອອກເປັນ 2 ຊະນິດຄື:

  • ຊະນິດທີ່ຕ້ອງການອິນຊູລິນຫຼາຍ ມັກພົບໃນເດັກນ້ອຍ ຫຼື ໄວໜຸ່ມ, ໂດຍຈະຕ້ອງປິ່ນປົວດ້ວຍການສັກອິນຊູລິນທຸກມື້ຕະຫຼອດຊີວິດ ຖ້າຂາດອາດຈະເປັນອັນຕະລາຍໄດ້
  • ຊະນິດທີ່ບໍ່ເພິ່ງອິນຊູລິນ ມັກພົບເຫັນຫຼາຍກວ່າຊະນິດທຳອິດ 90–95% ຂອງຜູ້ປ່ວຍໂຣກເບົາຫວານ ມັກພົບເຫັນໃນຜູ້ສູງອາຍຸຫຼາຍກວ່າ 40 ປີ

ອາການຂອງຄົນທີ່ເປັນໂຣກເບົາຫວານມັກຈະມີຫຼາຍອາການເຊັ່ນ: ປັດສາວະຕະຫຼອດ, ຄໍແຫ້ງ ຢາກນ້ຳ ແລະ ດື່ມນ້ຳຫຼາຍ, ກິນເຂົ້າຫຼາຍ ແຕ່ນ້ຳໜັກບໍ່ເພີ່ມຂຶ້ນ, ຈ່ອຍ ແລະ ເມື່ອຍງ່າຍ, ເປັນແຜນານເຊົາ, ຄັນຕາມຜິວໜັງ ແລະ ອະໄວຍະວະເພດ, ຕາບໍ່ຄ່ອຍເຫັນແຈ້ງ, ມີອາການຊາຢູ່ທີ່ນິ້ວມືນິ້ວຕີນ, ຄວາມຮູ້ສຶກທາງເພດລົດລົງ, ຫາກໃຜທີ່ມີພໍ່ແມ່ເປັນໂຣກເບົາຫວານກ່ອນ ລູກຈະມີໂອກາດເປັນເບົາຫວານເພີ່ມຂຶ້ນເຖິງ 6–10 ເທົ່າ.

ເພາະສະນັ້ນໃຜທີ່ຄິດວ່າຈ່ອຍແລ້ວຈະບໍ່ເປັນເບົາຫວານຕ້ອງຄິດໃໝ່, ເພາະສ່ວນຫຼາຍໂຣກນີ້ມັກມາຈາກອາຫານການກິນເປັນຫຼັກ ການທີ່ເຮົາຈ່ອຍແລ້ວຈະກິນຫຍັງກໍໄດ້ ກິນຫຼາຍກໍບໍ່ຢ້ານຕຸ້ຍ ທ່ານອາດຈະສ່ຽງທີ່ຈະເປັນໂຣກເບົາຫວານກໍເປັນໄດ້.

ດັ່ງນັ້ນ ພວກເຮົາຄວນຈະໝັ່ນລະວັງນ້ຳຕານໃນເລືອດ ແລະ ໄຂມັນໃຫ້ຢູ່ໃນເກນປົກກະຕິຢູ່ສະເໝີ. ບໍ່ວ່າຈະຕຸ້ຍ ຫຼື ຈ່ອຍ ໃຫ້ເນັ້ນກິນອາຫານທີ່ມີປະໂຫຍດ ແລະ ມີສານອາຫານຄົບຖ້ວນ ມີກາກໃຍສູງ ຫຼີກເວັ້ນການດື່ມແອລກໍຮໍ ແລະ ການສູບຢາ, ຫາເວລາໄປອອກກຳລັງກາຍຢ່າງສະໝໍ່າສະເໝີ, ຫາກໃຜທີ່ຖືພາຄວນເຂົ້າໄປຮັບຝາກທ້ອງຕັ້ງແຕ່ທຳອິດ ແລະ ໄປພົບແພດຕາມນັດເປັນປະຈຳ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/