ໂດນັລ ທຣຳ ບອກກັບສື່ມວນຊົນວ່າອາດຈະລົງສະໝັກຊິງຕໍາແໜ່ງປະທານາທິບໍດີສະຫະລັດອາເມຣິກາອີກຄັ້ງ

ໂດນັລ ທຣຳ

ສຳນັກຂ່າວ Skynews ໄດ້ລາຍງານວ່າ ໂດນັລ ທຣຳ ອະດີດປະທານາທິບໍດີຄົນທີ 45 ຂອງສະຫະລັດອາເມຣິກາໄດ້ເວົ້າກັບສື່ມວນຊົນວ່າ ໃຫ້ກຽມຕົວໃຫ້ພ້ອມເພາະຕົນອາດຈະລົງສະໝັກຊິງຕໍາແໜ່ງປະທານາທິບໍດີສະຫະລັດອີກຄັ້ງ ແລະ ພັກຣິພັບລິກັນ (Republican) ຂອງຕົນເອງຈະໄດ້ຄອງທຳນຽບຂາວອີກຄັ້ງ. ໂດຍຄໍາເວົ້າດັ່ງກ່າວມີຂຶ້ນໃນລະຫວ່າງ ທຣຳ ໄດ້ໄປຊ່ວຍຜູ້ສະໝັກຈາກພັກ ຣິພັບລິກັນຫາສຽງໃນລັດໄອໂອວາ. ທັງນີ້ຄວາມຊັດເຈນທີ່ ໂດນັລ ທຣຳ ຈະລົງສະໝັກແທ້ຫຼືບໍ່ ແມ່ນຈະມີຄວາມຊັດເຈນໃນອີກບໍ່ເທົ່າໃດອາທິດຂ້າງໜ້າກ່ອນວັນຂອບໃຈພຣະເຈົ້າ (Thanksgiving Day).

ໂດນັລ ທຣຳ

ດ້ານທີ່ປຶກສາຂອງ ໂດນັລ ທຣຳ ລະບຸວ່າ ສະຖານະການໃນຂະນະນີ້ເປັນໃຈ ເພາະຕອນນີ້ມີທ່າອ່ຽງວ່າພັກຣິພັບລິກັນຈະຊະນະການເລືອກຕັ້ງ ແລະຈະເຮັດໃຫ້ ທຣຳໄດ້ປຽບຄູ່ແຂ່ງ ເນື່ອງຈາກພັກຄູ່ແຂ່ງຢ່າງເດໂມແຄຣດ (Democrat) ກຳລັງປະເຊີນບັນຫາຕ່າງໆຈາກສະຖານະການວິກິດເງິນເຟີ້ ຂະນະທີ່ ໂຈ ໄບເດັນ ກໍມີຄະແນນຄວາມນິຍົມລົດລົງກວ່າ 50%.

ໂດນັລ ທຣຳ

ແລະຈາກຜົນສຳຫຼວດຫຼ້າສຸດຊີ້ວ່າ ພັກຣິພັບລິກັນ ໜ້າຈະໄດ້ຄອງສຽງຂ້າງຫຼາຍໃນສະພາລຸ່ມ ລວມທັງສຽງໃນລັດຖະສະພາດ້ວຍເຊັ່ນກັນ ເຊິ່ງຈະສົ່ງຜົນໃຫ້ພັກຣິພັບລິກັນມີອຳນາດໃນການຂວ້ຳກົດໝາຍຕ່າງໆ ທີ່ສະເໜີໂດຍພັກເດໂມແຄຣດຂອງ ໂຈ ໄບເດັນ ໃນໄລຍະຕະຫຼອດ 2 ປີຂ້າງໜ້າ.

ຢ່າງໃດກໍຕາມ ຈາກຜົນສຳຫຼວດທີ່ອອກມາກໍພົບວ່າຄວາມນິຍົມໃນຕົວ ທຣຳ ເອງກໍມີບໍ່ສູງຫຼາຍ ໂດຍມີຄະແນນຄວາມນິຍົມພຽງ 41% ຈາກຜົນງານການບໍລິຫານປະເທດທີ່ຜ່ານມາຂອງທຣຳ ແລະຈາກເຫດການທີ່ຜູ້ສະໜັບສະໜູນຂອງທຣຳບຸກລັດຖະສະພາ ລວມທັງການທີ່ລາວບໍ່ຍອມຮັບຜົນເລືອກຕັ້ງ ແລະອ້າງວ່າຕົນເອງຖືກໂກງ ເຮັດໃຫ້ມີປະຊາຊົນຊາວອາເມຣິກາຈຳຫຼາຍມີຄວາມບໍ່ພໍໃຈໃນຕົວຂອງໂດນັລ ທຣຳ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/