ເປັນເລື່ອງຈົນໄດ້! TikTok ອອກມາລະບຸວ່າພະນັກງານບາງຄົນໃນຈີນ ສາມາດເຂົ້າເຖິງຂໍ້ມູນບັນຊີຂອງຜູ້ໃຊ້ງານ ໃນ UK ແລະ EU ໄດ້

TikTok

ຈະເປັນແນວໃດເມື່ອແພລັດຟອມອອນລາຍທີ່ເຮົາຄິດວ່າເປັນພື້ນທີ່ສ່ວນຕົວ ແຕ່ພົບວ່າຂໍ້ມູນຕ່າງໆຂອງເຮົາຖືກເຂົ້າເຖິງໄດ້ງ່າຍດາຍໂດຍພະນັກງານຂອງຜູ້ໃຫ້ບໍລິການ. ເຊັ່ນດຽວກັນກັບ TikTok ທີ່ຫຼ້າສຸດນີ້ໄດ້ອອກມາແຈ້ງຕໍ່ຜູ້ໃຊ້ງານວ່າ ພະນັກງານໃນຈີນຂອງພວກເຂົາສາມາດເຂົ້າເຖິງຂໍ້ມູນບັນຊີຜູ້ໃຊ້ງານໃນສະຫະລາຊະອານາຈັກ ແລະ ສະຫະພາບຢູໂຣບໄດ້.

TikTok

ທັງນີ້ TikTok ຍັງໄດ້ຊີ້ແຈງວ່ານະໂຍບາຍຄວາມເປັນສ່ວນຕົວນັ້ນແມ່ນຕັ້ງຢູ່ເທິງພື້ນຖານຂອງຄວາມຈໍາເປັນໃນການເຮັດວຽກຂອງພວກເຂົາ.

ທາງດ້ານ ອີເລນ ຟັອກ (Elaine Fox) ຫົວໜ້າຝ່າຍນະໂຍບາຍຄວາມເປັນສ່ວນຕົວປະຈໍາຢູໂຣບຂອງ TikTok ໄດ້ລະບຸຖະແຫຼງການເມື່ອວັນພຸດ (2 ພະຈິກ) ທີ່ຜ່ານມາວ່າທີມງານທົ່ວໂລກຊ່ວຍກັນຮັກສາປະສົບການຂອງຜູ້ໃຊ້ງານໃຫ້ມີຄວາມຕໍ່ເນື່ອງ, ເພີດເພີນ ແລະ ປອດໄພ. ຢ່າງໃດກໍຕາມ ໃນຂະນະນີ້ TikToK ໄດ້ດໍາເນີນການເກັບຂໍ້ມູນຜູ້ໃຊ້ງານໄວ້ທີ່ສະຫະລັດອາເມຣິກາ ແລະສິງກະໂປ.

“ເຮົາໄດ້ອະນຸຍາດໃຫ້ພະນັກງານບາງຄົນທີ່ປະຈຳການຢູ່ໃນ ບຣາຊິວ, ແຄນາດາ, ຈີນ, ອິດສະຣາເອລ, ຍີ່ປຸ່ນ, ມາເລເຊຍ, ຟິລິບປິນ, ສິງກະໂປ, ເກົາຫຼີໃຕ້ ແລະ ສະຫະລັດເຂົ້າເຖິງຜູ້ໃຊ້ງານຊາວຢູໂຣບ” ອີເລນ ຟັອກ ກ່າວ.

TikTok

ພ້ອມນັ້ນ ອີເລນ ຟັອກ ຍັງໄດ້ຊີ້ແຈງວ່າບໍລິສັດພະຍາຍາມຈໍາກັດຈໍານວນພະນັກງານທີ່ສາມາດເຂົ້າເຖິງຂໍ້ມູນຜູ້ໃຊ້ງານໃນຢູໂຣບ ເພື່ອໃຫ້ຂໍ້ມູນອອກໜ້ອຍທີ່ສຸດ ແລະເກັບຂໍ້ມູນຜູ້ໃຊ້ງານຢູໂຣບໄວ້ໃນພື້ນທີ່.

ກໍລະນີດັ່ງກ່າວນີ້ ເກີດຂຶ້ນໃນໄລຍະທີ່ທາງການທົ່ວໂລກລວມເຖິງອັງກິດແລະສະຫະລັດໄດ້ດໍາເນີນການກວດສອບ TikTok ຂະໜາດໃຫຍ່ ເພາະຢ້ານວ່າ TikTok ອາດຈະສົ່ງຂໍ້ມູນຂອງຜູ້ໃຊ້ງານໃຫ້ກັບລັດຖະບານຈີນ ແລະ ເມື່ອຕົ້ນອາທິດນີ້ເຈົ້າໜ້າທີ່ລະດັບສູງຂອງສະຫະລັດກໍຮຽກຮ້ອງໃຫ້ມີການຂວ້ຳບາດແອັບ TikTok ໃນສະຫະລັດ.

TikTok

ທາງດ້ານ ByteDance ເຊິ່ງເປັນບໍລິສັດແມ່ຂອງ TikTok ກໍໄດ້ອອກມາປະຕິເສດຂໍ້ກ່າວຫາທີ່ວ່າ ບໍລິສັດຂອງພວກຕົນຖືກຄວບຄຸມໂດຍລັດຖະບານຈີນ. ຢ່າງໃດກໍຕາມທັງອັງກິດ, ສະຫະລັດ ລວມໄປຮອດປະເທດຕ່າງໆໃນສະຫະພາບຢູໂຣບ ແມ່ນຈະໄດ້ເຮັດການກວດສອບ TikTok ອີກຄັ້ງເພື່ອຫວັງຈະຮັກສາຄວາມປອດໄພໃຫ້ກັບພົນລະເມືອງຂອງຕົນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/