FOMO ພຶດຕິກຳ ທີ່ກັງວົນວ່າຕົນເອງຈະຕົກເທຣນໃນໂຊຊຽວ ມາເບິ່ງວ່າທ່ານເອງກໍເປັນຢູ່ບໍ່?

FOMO

ໃນປັດຈຸບັນບໍ່ວ່າຈະໄປທາງໃດກໍຈະພົບເຫັນຜູ້ຄົນລ້ວນແຕ່ມີໂທລະສັບມືຖື ບໍ່ວ່າຈະເຮັດຫຍັງກໍຈະມີສະມາດໂຟນຊ່ວຍເຫຼືອ, ຫາຂໍ້ມູມ, ເບິ່ງຂ່າວ, ເບິ່ງຮູບເງົາ ຫຼື  ຕິດຕາມສະແສໂລກອອນລາຍ ຈົນບາງເທື່ອເກີດເປັນພຶດຕິກຳເສບຕິດໂຊຊຽວມີເດີຍໂດຍບໍ່ຮູ້ຕົວ.

ແຕ່ໃນກຸ່ມຜູ້ບໍລິໂພກທີ່ມີພຶດຕິກຳການຮັບສື່ອອນລາຍກໍມີຜູ້ບໍລິໂພກທີ່ບໍ່ມີພຶດຕິກຳເສບຕິດສື່ອອນລາຍດ້ວຍເຊັ່ນກັນ ແລະຍັງມີພຶດຕິກຳຫຼີກເວັ້ນສື່ອອນລາຍອີກດ້ວຍ ເຊິ່ງພຶດຕິກຳ 2 ແບບນີ້ໄດ້ແບ່ງເປັນ  2 ກຸ່ມນີ້ຄື FOMO ແລະ JOMO

ມຶ້ນີ້ ເຮົາຈະພາມາຮູ້ຈັກ ພຶດຕິກຳ FOMO ນຳກັນ

FOMO ແມ່ນຫຍັງ?

FOMO

FOMO ແມ່ນມາຈາກຄຳວ່າ Fear of missing out ແປວ່າຄວາມຢ້ານກົວທີ່ຈະພາດບາງສິ່ງບາງຢ່າງ

ພຶດຕິກຳພື້ນຖານຂອງປະຊາກອນໂລກໃນຍຸກດິຈິຕອລ ທີ່ຕິດການຮັບຂ່າວຈາກສື່ ແລະ ສື່ສັງຄົມຜ່ານສະມາດໂຟນ ຫຼື ໂທລະສັບມືຖືຕະຫຼອດເວລາ ເອີ້ນວ່າ “ສັງຄົມກົ້ມໜ້າ”  ມັກຈະຢ້ານການຫຼຸດເທຣນ ຂ່າວຮ້ອນທີ່ເປັນປະເດັນໃນໂລກອິນເຕີເນັດ.

ພຶດຕິກໍາຂອງກຸ່ມ FOMO ມີຫຍັງແດ່?

FOMO

ຕິດໂທລະສັບມືຖື, ໂທລະສັບສາມາດເຮັດທຸກສິ່ງທຸກຢ່າງ.  ບໍ່ພຽງແຕ່ໄດ້ຮັບຂ່າວຈາກບ້ານເມືອງເທົ່ານັ້ນ  ຍັງຕິດຕາມການຂາຍ, ການໂຄສະນາ, ຫຼືລະຄອນ, ເນື່ອງຈາກວ່າໂທລະສັບໜ່ວຍດຽວສາມາດເຮັດທຸກສິ່ງທຸກຢ່າງໄດ້ແທນໃນບາງເລື່ອງ ແລະມີພຶດຕິກຳຢາກຮູ້ – ຢາກແຊຣ໌ກ່ອນຄົນອື່ນ ຈຶ່ງເກາະຕິດ Social Network ຕະຫຼອດເວລາ.

ຊາວ FOMO ບໍ່ສາມາດທີ່ຈະທົນເຫັນຂໍ້ຄວາມທີ່ບໍ່ໄດ້ຕອບ ຫຼື ເວລາທີ່ສົນທະນາ ຈະທົນກັບການຕອບຊ້າໄດ້ໜ້ອຍ.  ດັ່ງນັ້ນເມື່ອຄົນ FOMO ໄດ້ຍິນຫຼືເຫັນໜ້າຈໍສົນທະນາຂຶ້ນແຈ້ງເຕືອນ ພວກເຂົາເຈົ້າຈະຕອບສະໜອງຢ່າງໄວ ເພາະ​ຖ້າ​ຕອບ​ຊ້າ​ເກີນ​ໄປ ມັນ​ຈະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ຜິດ.

ຊາວ FOMO ມັກອັບເດດຊີວິດຜ່ານສື່ສັງຄົມອອນລາຍຕະຫຼອດເວລາ, ຕິດຕາມຂ່າວສານທັນເຫດການ, ພວກເຂົາບໍ່ພາດທີ່ຈະແບ່ງປັນວິຖີຊີວິດຂອງຕົນເອງຜ່ານສື່ສັງຄົມອອນລາຍທີ່ໝູ່ໆໄດ້ຮັບຮູ້ທົ່ວທຸກມຸມ, ບໍ່ວ່າຈະເປັນການກິນ, ໄປທ່ຽວ ຫຼືຊອກຫາສິ່ງທີ່ໃໝ່ໆທີ່ບໍ່ຄາດຄິດ.

ຂໍ້ມູມອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/