ເມືອງເລົ່າງາມ ແຂວງສາລະວັນ ສ້າງລາຍຮັບເຂົ້າງົບປະມານ 8.800 ລ້ານກີບ

ແຂວງສາລະວັນ

ສົມສັກ ທົງຄໍາຫານ ກໍາມະການພັກແຂວງ, ເລຂາພັກ-ເຈົ້າເມືອງເລົ່າງາມ ໄດ້ລາຍງານເນື່ອງໃນໂອກາດທີ່ ທ່ານ ບຽມບາຊູເຣນ ຈຳສຣັງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດມົງໂກລີ ປະຈຳລາວ ແລະ ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ເມືອງເລົ່າງາມ ແຂວງສາລະວັນ, ໃນຄັ້ງວັນທີ 2 ພະຈິກ 2022 ນີ້ວ່າ: ເມືອງເລົ່າງາມມີເນື້ອທີ່ທັງໝົດ 92.271 ກວ່າເຮັກຕາ, ມີ 97 ບ້ານ, ພົນລະເມືອງເກືອບ 79.104 ຄົນ, ພົນລະເມືອງສ່ວນໃຫຍ່ແມ່ນປະກອບອາຊີບເປັນຊາວ ກະສິກອນ, ປູກຝັງ-ລ້ຽງສັດເປັນຫຼັກ ແລະ ອາຊີບການບໍລິການເປັນສໍາຮອງ, ພູມສັນຖານອຸດົມສົມບູນໄປດ້ວຍແຫຼ່ງນໍ້າ, ອາກາດ, ປ່າໄມ້, ຊີວະນານາພັນ, ເຫມາະສົມແກ່ການຜະລິດກະສິກໍາ, ເປັນເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ກາຍເປັນເມືອງຍຸດທະສາດໃນການພັດທະນາທາງດ້ານກະສິກໍາ ແລະ ອຸດສາຫະກໍາຂອງແຂວງສາລະວັນ, ເສດຖະກິດມີທ່າແຮງຂະຫຍາຍຕົວໃນລະດັບ 8,8%, ລາຍຮັບສະເລ່ຍຕໍ່ຫົວຄົນ 17 ລ້ານກວ່າກີບ/ຄົນ/ປີ, ພື້ນຖານໂຄງລ່າງກໍໄດ້ຮັບການພັດທະນາປັບປຸງໃຫ້ດີຂື້ນກວ່າເກົ່າ, ເສັ້ນທາງຈາກແຂວງຫາເມືອງ, ຈາກເມືອງຫາບ້ານ, ບ້ານຫາບ້ານຈໍານວນໜຶ່ງໄດ້ຮັບການສ້ອມແປງ ແລະ ຍົກລະດັບ ເພື່ອສ້າງເງື່ອນໄຂຄວາມສະດວກໃຫ້ແກ່ການໄປມາຫາສູ່, ການຂົນສົ່ງສິນຄ້າ ແລະ ການບໍລິການຕ່າງໆມີຄວາມສະດວກສະບາຍ, ທົ່ວເມືອງມີໄຟຟ້າ-ສັນຍານໂທລະສັບ ກວມເອົາ 100%, ການເກັບລາຍຮັບເຂົ້າງົບປະມານຕາມແຜນປີ 2022.

ແຂວງສາລະວັນ

ມາຮອດປັດຈຸບັນ ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 8,8 ຕື້ກີບ ເທົ່າກັບ 95,48% ຂອງແຜນການປີ, ສາມາດກຸ້ມຕົນເອງທາງດ້ານເງິນເດືອນພະນັກງານ ແລະ ເງິນບໍລິຫານພາຍໃນເມືອງ, ການສ້າງພື້ນຖານໂຄງລ່າງຄົມມະນາຄົມ, ດ້ານວັດທະນະທໍາສັງຄົມ ກໍມີການຂະຫຍາຍຕົວຢ່າງສົມຄູ່, ຕາໜ່າງການສຶກສາໄດ້ຮັບການຂະຫຍາຍຕົວລົງສູ່ຊົນນະບົດເມືອງ ສຳເລັດການປະກາດເມືອງຈົບມັດທະຍົມຕົ້ນບໍາລຸງ, ປະຊາຊົນແມ່ນໄດ້ເຂົ້າໃຊ້ການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ, ມີບ້ານ ຊຈສ 67 ບ້ານ, ບ້ານສາທາລະນະສຸກແບບຢ່າງ 69 ບ້ານ ອັດຕາການຊົມໃຊ້ນ້ຳສະອາດ ກວມ 96%, ບ້ານພັດທະນາມີ 62 ບ້ານ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນສາມາດລົບລ້າງບ້ານທຸກຍາກໄດ້ 100%, ມີຄອບຄົວທຸກຍາກ 148 ຄອບຄົວ, ເທົ່າກັບ 1,08% ຂອງຈໍານວນຄອບຄົວທັງໝົດພາຍໃນເມືອງ.

ຈາກນັ້ນທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດມົງໂກລີ ປະຈຳລາວ ແລະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ກໍໄດ້ເຄື່ອນໄຫວ ແລະ ຢ້ຽມຢາມ ເບິ່ງການປູກກາເຟຂອງປະຊາຊົນບ້ານຜັກກູດ ທີ່ເປັນອາຊີບຫລັກຂອງຊາວເມືອງເລົ່າງາມຕື່ມອີກ.

ແຂວງສາລະວັນ

ຂໍ້ມູນຈາກ:

https://cutt.ly/8NGTpQ9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/