ລັດຖະບານໄທກຳນົດໃຫ້ “ພະຍານາກ” ເປັນເອກະລັກປະຈຳຊາດໄທ

ພະຍານາກ

“ພະຍານາກ” ຕາມຄວາມເຊື່ອໃນສາສະໜາພຸດ ໂດຍທົ່ວໄປ ຈະເຊື່ອວ່າ ເປັນສັດທີ່ສາມາດເນລະມິດເປັນມະນຸດຊາຍ ແລະ ຍິງໄດ້. ພ້ອມທັງຍັງເປັນສັນຍະລັກແຫ່ງສາຍນ້ຳ ເປັນຜູ້ພິທັກຮັກສາ ແລະ ເປັນສັນຍະລັກແຫ່ງຄວາມອຸດົມສົມບູນ.

ເມື່ອບໍ່ດົນມານີ້ ທາງລັດຖະບານປະເທດໄທ ເຫັນດີເປັນເອກະພາບໃຫ້ “ພະຍານາກ” ເປັນເອກະລັກປະຈຳຊາດ ປະເພດສັດໃນຕຳນານ ເຊິ່ງເປັນການປະກາດໃນເຊີງສັນຍະລັກ ເພື່ອສ້າງໃຫ້ເກີດການຮຽນຮູ້ປະຫວັດສາດ ເອກະລັກ ແລະ ວັດທະນະທຳຂອງຊາດ. ພ້ອມທັງຍັງເປັນການຕໍ່ຍອດເປັນ Soft Power ໃນການນຳທຶນວັດທະນະທຳມາຂັບເຄື່ອນເສດຖະກິດ ເພີ່ມມູນຄ່າທາງດ້ານເສດຖະກິດ-ວັດທະນະທຳ-ສັງຄົມ ແລະ ອາດນຳລາຍໄດ້ເຂົ້າມາໃຫ້ແກ່ປະເທດ.

ຖ້າເວົ້າເຖິງ “ພະຍານາກ” ແລ້ວ ບໍ່ວ່າຈະເປັນສັງຄົມໄທ-ລາວ (ບາງສ່ວນ) ຕ່າງກໍພາກັນເຄົາລົບນັບຖື ແລະ ເຊື່ອຖື ຫຼາຍພໍສົມຄວນ ເພາະມີຕຳນານຫຼາຍຢ່າງທີ່ກ່ຽວກັບພະຍານາກ ຈົນມາຮອດປັດຈຸບັນປະຊາຊົນກໍຍັງຄົງນັບຖື ອະດີດເຄີຍກ່ຽວພັນກັບຂະນົບທຳນຽມ ປະເພນີ ສິລະປະ-ວັດທະນະທຳ ແລະ ພິທີກຳຕ່າງໆ ຈົນມາຮອດປັດຈຸບັນ. ເປັນຜູ້ພິທັກສາສະໜາ ເປັນຂັ້ໄດເຊື່ອມລະຫວ່າງໂລກກັບສະຫວັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/