ປະທານາທິບໍດີ ທ່ານ ໂຈ ໄບເດັນ ຂອງອາເມຣິກາ ສະແດງຈຸດຢືນປົກປ້ອງໄຕ້ຫວັນ ລະຫວ່າງການຕອບຄຳຖາມໃນລາຍການ Presidential Town Hall ຂອງສະຖານີໂທລະພາບ CNN ເຊິ່ງເປັນລາຍການພົບປະປະຊາຊົນ ທີ່ເມືອງ Baltimore, ລັດ Maryland ໃນຄືນວັນພະຫັດທີ 21 ຕຸລາ ທີ່ຜ່ານມາ.

ໃນຕອນໜຶ່ງຂອງລາຍການທີ່ໃຫ້ ໂຈ ໄບເດັນ ຕອບຄຳຖາມຂອງປະຊາຊົນ ແລ້ວລາວຖືກຖາມວ່າ ອາເມຣິກາຈະປົກປ້ອງໄຕ້ຫວັນຫຼືບໍ່ ຖ້າຫາກໄຕ້ຫວັນຖືກຈີນໂຈມຕີ ເຊິ່ງຄົນທີ່ຖາມຄຳຖາມນີ້ໄດ້ອ້າງອີງກໍລະນີການສະແດງກຳລັງປະກອບອາວຸດຂອງຈີນດ້ວຍການທົດສອບຈະຫຼວດ Hypersonic ແລະ ຄວາມເຄັ່ງຕຶງລະຫວ່າງຈີນກັບໄຕ້ຫວັນທີ່ເພີ່ມທະວີຂຶ້ນຢ່າງໜັກໃນໄລຍະທ້າຍອາທິດທີ່ຜ່ານມາ ໂດຍ ໄບເດັນ ໃຫ້ຄຳຕອບທີ່ຈະແຈ້ງ ແລະ ບໍ່ມີຄວາມລັງເລວ່າ ອາເມຣິກາ “ມີພັນທະກໍລະນີທີ່ຈະປົກປ້ອງໄຕ້ຫວັນ”.
ກ່ອນໜ້ານີ້ຜູ້ນຳອາເມຣິກາ ເຄີຍໃຫ້ຄຳຕອບທີ່ຄ້າຍຄືກັນ ລະຫວ່າງການໃຫ້ສຳພາດສະຖານີໂທລະພາບ ABC ໃນເດືອນສິງຫາທີ່ຜ່ານມາ ໂດນຢັ້ງຢືນວ່າອາເມຣິກາ ຈະໃຫ້ການປົກປ້ອງພັນທະມິດທີ່ສຳຄັນສະເໝີ ເຊິ່ງລວມມີໄຕ້ຫວັນນຳ.
ໃນຂະນະທີ່ໂຄສົກທຳນຽບຂາວຊີ້ແຈງຕໍ່ສື່ມວນຊົນວ່າ ຄຳເວົ້າຂອງໄບເດນບໍ່ແມ່ນການປະກາດປ່ຽນແປງນະໂຍບາຍໃດໆ ຂອງອາເມຣິກາທີ່ມີຕໍ່ໄຕ້ຫວັນ ແລະ ຄວາມສຳພັນດ້ານການປ້ອງກັນປະເທດລະຫວ່າງອາເມຣິກາກັບໄຕ້ຫວັນນັ້ນ ແມ່ນເປັນໄປຕາມກົດໝາຍຄວາມສຳພັນໄຕ້ຫວັນ (Taiwan Relations Act) ທີ່ອາເມຣິກາຈະໃຫ້ການສະໜັບສະໜູນໄຕ້ຫວັນໃນການປົກປ້ອງຕົນເອງ.
“ຄວາມສຳພັນດ້ານການປ້ອງກັນປະເທດຂອງອາເມຣິກາ ແລະ ໄຕ້ຫວັນແມ່ນເປັນໄປຕາມກົດໝາຍຄວາມສຳພັນໄຕ້ຫວັນ ເຮົາຈະຍຶດຖືພັນທະກໍລະນີພາຍໃຕ້ກົດໝາຍສະບັບນີ້ ເຮົາຈະສືບຕໍ່ໃຫ້ການສະໜັບສະໜູນການປ້ອງກັນຕົນເອງຂອງໄຕ້ຫວັນຕໍ່ໄປ ແລະ ເຮົາຈະຄັດຄ້ານການບີບບັງຄັບຝ່າຍດຽວເພື່ອໃຫ້ປ່ຽນແປງສະຖານະທີ່ເປັນຢູ່” ໂຄສົກທຳນຽບຂາວໄດ້ກ່າວໄວ້.

ນອກນີ້ ໄບເດັນຍັງໄດ້ກ່າວຕໍ່ປະຊາຊົນອະເມຣິກາວ່າ ບໍ່ຕ້ອງກັງວົນກັບຄວາມແຂງແຮງຂອງກອງທັບອາເມຣິກາ ໂດຍລາວໄດ້ບອກວ່າຈີນ, ຣັດເຊຍ ແລະ ປະເທດອື່ນໆທົ່ວໂລກ ຕ່າງກໍ່ຮູ້ດີວ່າອາເມຣິການັ້ນມີກອງທັບທີ່ມີອິດທິພົນ ແລະ ອຳນາດຫຼາຍທີ່ສຸດໃນປະຫວັດສາດໂລກ ເຊິ່ງລາວບໍ່ຕ້ອງການໃຫ້ເກີດສົງຄາມເຢັນກັບຈີນ ແລະ ຕ້ອງການໃຫ້ຈີນເຂົ້າໃຈວ່າ “ອາເມຣິກາຈະບໍ່ຍອມຖອຍຫຼັງ ແລະ ບໍ່ປ່ຽນມຸມມອງໃດໆ”.
ສ່ວນໄຕ້ຫວັນກໍໄດ້ອອກມາຖະແຫຼງການຫຼັງຈາກໄບເດັນໄດ້ປະກາດອອກໄປ ໂດຍທາງໄຕ້ຫວັນໄດ້ບອກວ່າ ຈຸດຢືນຂອງອາເມຣິກາ ແລະ ໄຕ້ຫວັນຍັງຄືເກົ່າ ນັ້ນກໍຄືຈະບໍ່ຍອມແພ້ຕໍ່ແຮງກົດດັນ ຫຼື ຮີບຮ້ອນເມື່ອໄດ້ຮັບການສະໜັບສະໜູນຈາກອາເມຣິກາ, ໄຕ້ຫວັນໄດ້ສະແດງໃຫ້ເຫັນຄວາມຫ້າວຫັນພະຍາຍາມໃນການປ້ອງກັນຕົວເອງ ພ້ອມທັງເຜີຍອີກວ່າ ອາເມຣິກາ ຍັງສືບຕໍ່ດຳເນີນການຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳ ເພື່ອສະໜັບສະໜູນໄຕ້ຫວັນ.
ຂອບໃຈຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/