ໃນຫຼາຍໆປີທີ່ຜ່ານມາມະນຸດເຮົາໄດ້ສ້າງສັນ ແລະ ປະດິດຜົນງານມາຫຼາກຫຼາຍຊະນິດ ເຊິ່ງສິ່ງປະດິດຫຼາຍໆຢ່າງກໍສາມາດເຮັດໃຫ້ເຮົາປະຫຼາດໃຈບໍ່ຫຼາຍກໍໜ້ອຍ ແຕ່ໃນປີ 2021 ນີ້ ມີສິ່ງປະດິດໜຶ່ງທີ່ມີຮູບຊົງ ແລະ ມີຄວາມເປັນເອກະລັກສ່ວນຕົວແບບທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າວ່າມັນ “ແປກຕາອີ່ຫຼີ”.

ໂດຍສິ່ງປະດິດນັ້ນແມ່ນໂຄມໄຟທີ່ມີຊື່ວ່າ “Love in Light” ທີ່ເປີດປິດດ້ວຍການຮູດຂຶ້ນຮູດລົງເທົ່ານັ້ນ.
ໂຄມໄຟນີ້ແມ່ນຜົນງານຂອງ ສິລະປິນນິລະນາມ Monsby ແລະ ລາວກໍເປີດເຜີຍວ່າລາວໃຊ້ເວລາໜຶ່ງປີໃນການສ້າງສັນຜົນງານນີ້ ໂດຍວັດສະດຸຂອງໂຄມໄຟ Love in Light ແມ່ນເຮັດມາຈາກ ຜ້າ, ພລາສຕິກທີ່ສາມາດຍ່ອຍສະຫຼາຍໄດ້, ໄມ້ ແລະ ອາລູມີນຽມ.
ນອກນີ້ ລາວຍັງໃຫ້ຄວາມໝາຍຂອງໂຄມໄຟນີ້ວ່າ ມັນກ່ຽວກັບຄວາມຮັກ, ແສງສະຫວ່າງ ແລະ ຊີວິດ ເຊິ່ງມັນເປັນໂຄມໄຟທີ່ມີຄວາມໝາຍ ແລະ ເບີກບານ.
ສຳລັບວິທີໃຊ້ງານກໍງ່າຍດາຍ ຖ້າຢາກເປີດໄຟ ພຽງແຕ່ດຶງຜ້າສ່ວນຫົວລົງມາ ໂຄມໄຟກໍຈະມີແສງສະຫວ່າງອອກມາຈາກຫົວດອກໄຟ ແລະ ຖ້າຢາກປິດກໍພຽງແຕ່ດຶງຜ້າຂຶ້ນໄປປິດສ່ວນຫົວຂອງໂຄມໄຟ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/