ກະແສໃໝ່ໃນຈີນ ແຕ່ງໜ້າແບບຄົນປ່ວຍ ພຽງເພື່ອຢາກໄດ້ອາຫານຫຼາຍຂຶ້ນຕອນໄປຊື້ກິນໃນຮ້ານ ສຸດທ້າຍເກືອບຖືກຕຳຫຼວດຈັບ ເພາະຄິດວ່າເສບຢາ!!!


ປະຕິເສດບໍ່ໄດ້ເລີຍ ວ່າພະລັງຂອງການແຕ່ງໜ້າມີອຳນາດຫຼາຍແທ້ໆ ມັນສາມາດປ່ຽນໃບໜ້າຂອງເຮົາໃຫ້ດູດີຂຶ້ນໄປຢ່າງເຫຼືອເຊື່ອ. ໃນປັດຈຸບັນໄດ້ມີກະແສການແຕ່ງໜ້າໃນຮູບແບບຕ່າງໆອອກມາໃນໂຊຊຽວມີເດຍ ໂດຍສະເພາະຝັ່ງຈີນ ທີ່ເວົ້າໄດ້ວ່າເປັນຜູ້ນຳກະແສຕ່າງໆເລີຍ ບໍ່ວ່າຈະເປັນ ກະແສແຕ່ງໜ້າແບບຄົນໄຫ້ ແລະ ແບບຖືກບາດເຈັບ ທີ່ເປັນກະແສໃນໄລຍະທີ່ຜ່ານມາ, ເຊິ່ງຕອນນີ້ໄດ້ມີກະແສອີກແບບອອກມາໃໝ່ ນັ້ນແມ່ນແຕ່ງເປັນ “ຄົນປ່ວຍ” ຫຼື “ຄົນຕິດຢາ” ນັ້ນເອງ, ເປັນການແຕ່ງໜ້າທີ່ກົງກັນຂ້າມກັບຄຳວ່າດູດີ ທີ່ຄົນປົກກະຕິທົ່ວໄປແຕ່ງກັນຢ່າງໝົດເປືອກ.

ຫຼາຍຄົນອາດຈະມີຄຳຖາມວ່າ ແຕ່ງໄປເຮັດຫຍັງ ເພາະວ່າຄົນທົ່ວໄປມັກຈະແຕ່ງເພື່ອໃຫ້ຕົນເອງດູດີຂຶ້ນ ແຕ່ການແຕ່ງໜ້າແບບນີ້ເຮັດໃຫ້ຕົນເອງຍິ່ງເບິ່ງຄືຊຸດໂຊມລົງ, ຄຳຕອບຂອງຊາວເນັດແມ່ນ ຍ້ອນວ່າຢາກໃຫ້ແມ່ຄົວຢູ່ໂຮງອາຫານ ຮູ້ສຶກອີຕົນສົງສານ ເລີຍເພີ່ມເຂົ້າ ເພີ່ມອາຫານໃຫ້ນັ້ນເອງ!!! ຫຼາຍໆຄົນກໍງົງວ່າມັນໄດ້ຜົນແທ້ບໍ ເລີຍເກີດມີກະແສເຮັດຕາມອອກມາເປັນຈຳນວນຫຼາຍ, ເຊິ່ງຄຳເຫັນສ່ວນຫຼາຍກໍແມ່ນ ໄດ້ຜົນ.

ເຊິ່ງໃນຄອນເທັ້ນແຕ່ງໜ້າແບບຄົນປ່ວຍ ຫຼື ຄົນຕິດຢານີ້ ຊາວເນັດຈະແຕ່ງໜ້າໂດຍການໃຊ້ອາຍແຊໂດວສີດຳ ຫຼື ສີນ້ຳຕານເຂັ້ມທາງບໍລິເວນເບົ້າຕາ, ທາໜ້າເປັນສີຂາວຊີດ ແລະ ລົງເງົາຢູ່ໂໜກແກ້ມ ເພື່ອໃຫ້ເບິ່ງຄືຊຸດໂຊມສຸດໆ, ຫຼັງຈາກນັ້ນ ກໍໄປຊື້ອາຫານ ເມື່ອຮອດຄິວຕົນເອງ ກໍທຳທ່າໄອຄ໋ອກໆແຄ໋ກໆ ເພື່ອໃຫ້ແມ່ຄົວເຫັນວ່າປ່ວຍ ແລະ ເກີດຄວາມອີຕົນສົງສານ ຈຶ່ງໃຫ້ອາຫານມາຫຼາຍໆ.

ຄົນທີ່ຫວັງດີຢູ່ໃນສະຖານະການດັ່ງກ່າວ ເມື່ອເຫັນເປັນແບບນັ້ນ ກໍເຂົ້າໃຈວ່າພວກເຂົາອາດຈະປ່ວຍ ຫຼືບໍ່ກໍຕິດຢາ, ຈົນໃນທີ່ສຸດ ກໍໄດ້ແຈ້ງທາງເຈົ້າໜ້າທີ່ໄປ ແລະ ຫຼັງຈາກນັ້ນກໍມີຕຳຫຼວດຈາກສຳນັກງານປາບປາມຢາເສບຕິດຂອງເມືອງ ລົງມາກວດໃນພື້ນທີ່ທີ່ໄດ້ຮັບແຈ້ງວ່າ ພົບຜູ້ທີ່ມີອາການຄືຄົນຕິດຢາ. ສຸດທ້າຍເລື່ອງລາວກໍກາຍເປັນຄົນລະເລື່ອງ ເພາະຊາວເນັດຄົນດັ່ງກ່າວ ພຽງແຕ່ງໜ້າເພື່ອຄວາມມ່ວນຊື່ນ ແລະ ຮຽກຮ້ອງຄວາມສົງສານເທົ່ານັ້ນ.

ເຈົ້າໜ້າທີ່ຈາກສຳນັກງານຕໍ່ຕ້ານຢາເສບຕິດ ໄດ້ອອກມາເຕືອນຜູ້ເທີ່ເຮັດຄອນເທັ້ນຕາມກະແສດັ່ງກ່າວວ່າ ມັນບໍ່ກຸ້ມທີ່ຈະເຮັດຕາມຢ່າງຍິ່ງ ເພາະອາດຈະສ້າງຄວາມເຂົ້າໃຈຜິດ ແລະ ສົ່ງຜົນເສຍຕາມມາໄດ້ ທັງຕໍ່ສັງຄົມ, ຕໍ່ເຈົ້າໜ້າທີ່ ແລະ ຜູ້ກ່ຽວເອງພ້ອມ.

ສຸດທ້າຍແລ້ວ ການແຕ່ງໜ້າ ຫຼື ເຮັດຄອນເທັ້ນຕ່າງໆ ເປັນສິດທິຂອງແຕ່ລະບຸກຄົນ ບໍ່ໄດ້ແມ່ນເລື່ອງຜິດ ແຕ່ຕ້ອງບໍ່ໄປລະເມີດ ຫຼື ຫາຜົນປະໂຫຍດຈາກຄົນອື່ນໂດຍບໍ່ຍຸຕິທຳ ແລະ ບໍ່ສ້າງບັນຫາໃຫ້ກັບສັງຄົມພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/