ໂຄງການເສດຖະກິດພິເສດທີ່ໃຫຍ່ທີ່ສຸດຂອງຈີນທີ່ລົງທຶນຢູ່ມາເລເຊຍກາຍເປັນເມືອງຮ້າງ


ໃນປີຜ່ານມາ ມີນັກວິສະວະກອນມາເຊົ່າຫ້ອງອາໄສຢູ່ຕຶກອາຄານໂຄງການເຂດເສດຖະກິດພິເສດ ແຕ່ຂໍຍ້າຍໄປຈາກບ່ອນນີ້ ເນື່ອງຈາກບໍ່ມີຄົນເຊົ່າ ມິດງຽບ ດັ່ງກັບເມືອງຮ້າງ. ໂຄງການທີ່ລິເລີ່ມຈາກນັກລົງທຶນຊາວຈີນມາລົງທຶນຢູ່ມາເລເຊຍ ເປັນໂຄງການທີ່ໃຫຍ່ມູນຄ່າຫຼາຍພັນລ້ານໂດລາສະຫະລັດ. ແຕ່ເມື່ອບໍ່ດົນມານີ້ ມີການລາຍງານຈາກຫຼາຍໆສຳນັກຂ່າວ ວ່າມີຄົນໄປຢູ່ແຕ່ບໍ່ປະທັບໃຈ ຢູ່ພຽງ 6 ເດືອນກໍຍ້າຍໄປບ່ອນອື່ນ.

ບໍລິສັດອະສັງຫາລາຍໃຫຍ່ຂອງຈີນ ເປີດຕົວໂຄງການຂະໜາດໃຫຍ່ມູນຄ່າ 1 ແສນລ້ານໂດລາສະຫະລັດ ໃນຖານະສ່ວນໜຶ່ງຂອງໂຄງການ Belt and Road Initiative: BRI ໃນປີ 2016. ປັດຈຸບັນ ວົງການອະສັງຫາລິມະຊັບກຳລັງໄດ້ຮັບຄວາມນິຍົມ ນັກພັດທະນາອະສັງຫາໄດ້ກູ້ຢືມເງິນມະຫາສານ ເພື່ອມາລົງທຶນກໍ່ສ້າງໃນຈີນ ແລະ ໃນຕ່າງປະເທດ ໂດຍມີຜູ້ຊື້ທີ່ເປັນຊົນຊັ້ນກາງ.

ມາເລເຊຍເອງກໍມີແຜນຢາກສ້າງເມືອງໃຫຍ່ພາຍໃຕ້ຄວາມຄິດເປັນມິດກັບສິ່ງແວດລ້ອມ ແລະ ຈະເປັນເຮືອນທີ່ມີຄົນອາໄສຢູ່ 1 ລ້ານຄົນ. ຫຼັງຜ່ານມາ 8 ປີ ກັບກາຍເປັນຂອງຕ່າງຊາດ ສະແດງໃຫ້ເຫັນເຖິງຄວາມລົ້ມເຫຼວວ່າ ບໍ່ແມ່ນພຽງໃນຈີນເທົ່ານັ້ນ ທີ່ຈະສາມາດຮູ້ສຶກເຖິງຜົນກະທົບຂອງວິກິດການອະສັງຫາລິມະຊັບໄດ້ ປັດຈຸບັນໂຄງການ ຟໍເຣສ ສ້າງໄດ້ພຽງ 15% ເທົ່ານັ້ນ ແລະ ຈາກການປະເມີນຫຼ້າສຸດ ມີຜູ້ຖືຄອງທີ່ຢູ່ອາໄສພຽງ 1% ຂອງຈຳນວນຢູນິດທັງໝົດ.

ຈາກຄົນທີ່ໄປເຊົ່າ 1% ນັ້ນ ໄດ້ເລົ່າເຖິງຄວາມບົກຜ່ອງຫຼາຍ ບໍ່ວ່າຈະເປັນຄວາມມືດຂອງຕຶກ ສະໜາມກັອບ ບ່ອນອອກກຳລັງກາຍ ສະລອຍນ້ຳ ແລະ ອື່ນໆ.

ຂໍ້ມູນຈາກ: BBC Thai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/