ສປປ ລາວ ມີແຫຼ່ງຜະລິດໄຟຟ້າຫຼາຍເກືອບ 100 ແຫ່ງ ແລະ ພົບຈຸດປາກົດແຮ່ທາດຫຼາຍກວ່າ 772 ຈຸດ


ສປປ.ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 97 ແຫ່ງ ລວມກຳລັງຕິດຕັ້ງ 11.677 ເມກາວັດ, ຄວາມສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824 ກິກກາວັດໂມງຕໍ່ປີ. ຄົ້ນພົບຈຸດປາກົດແຮ່ທາດຫຼາຍກວ່າ 772 ຈຸດໃນຂອບເຂດທົ່ວປະເທດ.

ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ, ຫົວໜ້າໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ມາຮອດທ້າຍປີ 2023 ນີ້ ສປປ.ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ງຕັ້ງແຕ່ 1 ເມກາວັດຂຶ້ນໄປ ທັງໝົດ 97 ແຫ່ງ. ໃນນີ້ ເປັນພະລັງງານນ້ຳ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1​ແຫ່ງ. ລວມກຳລັງຕິດຕັ້ງ 11.677,14 ເມກາວັດ,​ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ.

ທົ່ວປະເທດ ມີລະບົບສາຍສົ່ງແຮງສູງ ແຮງກາງ ແລະ ແຮງຕ່ຳ ຍາວ 67.643 ກວ່າກິໂລແມັດ,​ມີສະຖານີຈ່າຍໄຟຟ້າ 81 ແຫ່ງ, ​ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100% ບ້ານ ກວມເອົາ 90% ແລະ 95% ຂອງຄົວເຮືອນທັງໝົດ.

ນອກຈາກນີ້ ການພັດທະນາໄຟຟ້າທົດແທນ ເປັນຕົ້ນການພັດທະນາໄຟຟ້າຈາກແສງຕາເວັນ ພະລັງງານຊີວະມວນ ພະລັງງານລົມ ແລະ ອື່ນໆ. ກໍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ. ພ້ອມດຽວກັນນີ້ ກໍໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ 2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ, ໃນນີ້ ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ,​ ລົດຈັກໄຟຟ້າ 2.039 ຄັນ.

ຂໍ້ມູນຈາກ: ເສດຖະກິດການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/