ຂໍ້ດີທີ່ເຮົາຄວນອອກເດີນທາງຄົນດຽວຈັກຄັ້ງໃນຊີວິດ ເພື່ອພິຊິດຄວາມຢ້ານກົວພາຍໃນໃຈ


ທຸກຄົນເຄີຍມີປະສົບການນີ້ບໍ່? ເຄີຍນັດອອກທຣິບທ່ອງທ່ຽວກັບໝູ່ ແຕ່ສຸດທ້າຍໝູ່ບໍ່ວ່າງ ຈົນເຮັດໃຫ້ທຣິບຫຼົ້ມມາຫຼາຍຄັ້ງ ຍ້ອນບໍ່ມີໃຜໄປວ່າງນຳ. ຍ້ອນແນວນັ້ນ ບາງຄົນຈຶ່ງຄິດທີ່ຈະອອກເດີນທາງທ່ອງທ່ຽວຄົນດຽວຈັກຄັ້ງໜຶ່ງໃນຊີວິດ ແຕ່ຕິດຢູ່ທີ່ຄວາມບໍ່ກ້າຕັດສິນໃຈ, ຢ້ານໄປແລ້ວຈະເຫງົາ, ຢ້ານບໍ່ມີຄົນຖ່າຍຮູບໃຫ້, ຢ້ານທີ່ຈະອອກໄປປະເຊີນໂລກກວ້າງຕາມລຳພັງ. ໃນຄວາມຈິງແລ້ວ, ການອອກເດີນທາງທ່ອງທ່ຽວຄົນດຽວ ສາມາດພັດທະນາທັກສະຕ່າງໆໃຫ້ຕົນເອງໄດ້ເປັນຢ່າງດີ ແລະ ຍັງຊ່ວຍໃຫ້ເຮົາມີປະສົບການຊີວິດທີ່ແປກໃໝ່ເພື່ອພິຊິດຄວາມຢ້ານກົວພາຍໃນຈິດໃຈອີກດ້ວຍ. ມື້ນີ້, ເຮົາມາເບິ່ງຂໍ້ດີຂອງການອອກເດີນທາງທ່ອງທ່ຽວຄົນດຽວ ວ່າມີດີຄືແນວໃດ ແລະ ເປັນຫຍັງຄັ້ງໜຶ່ງໃນຊີວິດຂອງຄົນເຮົາ ຄວນໄດ້ທົດລອງອອກເດີນທາງທ່ອງທ່ຽວຄົນດຽວ.

  1. ມີອິດສະຫຼະໃນການຕັດສິນໃຈ

ຫຼາຍຄັ້ງ ການເດີນທາງແບບເປັນກຸ່ມ ກໍມັກນໍາຄວາມເຈັບຫົວມາໃຫ້ ເນື່ອງຈາກຕ່າງຄົນຕ່າງກໍຕົກລົງເລື່ອງສະຖານທີ່, ເລື່ອງແຜນການເດີນທາງ, ເລື່ອງອາຫານ ແລະ ທີ່ພັກ ຮ່ວມກັນບໍ່ໄດ້ ຈຶ່ງເຮັດໃຫ້ຫຍຸ້ງຍາກໃນການຕັດສິນໃຈ. ສະນັ້ນ, ການໄດ້ອອກເດີນທາງຄົນດຽວ ຈຶ່ງຊ່ວຍໃຫ້ມີອິດສະຫຼະໃນການຕັດສິນໃຈດ້ວຍຕົນເອງ ໂດຍບໍ່ຕ້ອງລໍຖ້າຄໍາຄິດເຫັນຈາກຄົນອື່ນກ່ອນຈຶ່ງຈະອອກເດີນທາງໄດ້.

  1. ຊ່ວຍເພີ່ມຄວາມເປັນອິດສະຫຼະ, ກ້າຫານ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ

ການໄດ້ອອກເດີນທາງຄົນດຽວ ຈະຊ່ວຍໃຫ້ເຮົາມີຄວາມເປັນອິດສະຫຼະ, ເຝິກທັກສະຄວາມກ້າຫານ, ກ້າຕັດສິນໃຈ, ເພິ່ງພາຕົນເອງໄດ້ດີຍິ່ງຂຶ້ນ ແລະ ແນ່ນອນວ່າເມື່ອທຣິບອອກເດີນທາງຄົນດຽວຂອງເຮົາຈົບລົງ ເຮົາອາດກາຍເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົວເອງໄດ້ດີຍິ່ງຂຶ້ນ.

  1. ຊ່ວຍໃຫ້ມີເວລາທົບທວນຕົນເອງ

ເມື່ອໄດ້ອອກເດີນທາງຄົນດຽວ ຈະຊ່ວຍໃຫ້ກາຍເປັນຄົນທີ່ມີສະມາທິຈົດຈໍ່ສິ່ງຕ່າງໆໄດ້ດີຂຶ້ນ, ມີເວລາຢູ່ກັບຕົນເອງ, ທົບທວນການວາງແຜນເປົ້າໝາຍຕ່າງໆໃນຊີວິດ ແລະ ຊ່ວຍໃຫ້ເຮົາໄດ້ຟື້ນຟູຈິດໃຈໄດ້ດີຂຶ້ນ.

  1. ຄວາມທ້າທາຍ ແລະ ອຸປະສັກທີ່ເກີດຂຶ້ນ ຈະຊ່ວຍເຝິກຝົນທັກສະໃໝ່ໆ

ໃນລະຫວ່າງທາງ ອາດມີອຸປະສັກ ຫຼື ມີເຫດການໃໝ່ ໃຫ້ໄດ້ຮຽນຮູ້ຢູ່ຕະຫຼອດເວລາ. ການທີ່ເຮົາໄດ້ເດີນທາງທ່ອງທ່ຽວຄົນດຽວ ຈະຊ່ວຍໃຫ້ເຮົາເຝິກຝົນທັກສະການເພິ່ງພາຕົນເອງຢ່າງເຕັມສ່ວນ ເຊິ່ງຕ່າງຈາກການເດີນທາງແບບເປັນກຸ່ມ ທີ່ມີຫຼາຍຄົນຊ່ວຍກັນຄິດຊ່ວຍກັນແກ້ໄຂປັນຫາ. ດັ່ງນັ້ນ, ເມື່ອຕ້ອງເດີນທາງຄົນດຽວ ເຮົາຈຶ່ງຕ້ອງເປັນທີ່ເພິ່ງໃຫ້ຕົນເອງ, ເຝິກທັກສະການກ້າຕັດສິນໃຈດ້ວຍຕົນເອງ, ເລີ່ມຕັ້ງແຕ່ການວາງແຜນການເດີນທາງ, ການຊອກຫາຂໍ້ມູນທຸກຢ່າງ ແລະ ເມື່ອພົບປັນຫາເກີດຂຶ້ນໃນລະຫວ່າງທາງ ກໍຮຽນຮູ້ທີ່ຈະລົງມືແກ້ໄຂມັນດ້ວຍຕົນເອງ.

  1. ມິດຕະພາບໃໝ່ ມັກເກີດຂຶ້ນໃນລະຫວ່າງການເດີນທາງ

ຫຼາຍຄັ້ງ ເມື່ອເຮົາອອກເດີນທາງເປັນກຸ່ມໃຫຍ່ ເຮົາອາດບໍ່ໄດ້ສົນໃຈທີ່ຈະສ້າງມິດຕະພາບໃໝ່ໆພໍເທົ່າໃດ ອາດຍ້ອນເຮົາໃຊ້ເວລາໝົດໄປກັບສະມາຊິກພາຍໃນກຸ່ມຂອງເຮົາເອງຫຼາຍກວ່າທີ່ຈະເນັ້ນໄປທີ່ການສ້າງມິດຕະພາບໃໝ່ໆ. ແຕ່ເມື່ອເຮົາໄດ້ອອກເດີນທາງຄົນດຽວ ເຮັດໃຫ້ເຮົາໄດ້ມີເວລາຢຸດເພື່ອເບິ່ງສິ່ງແວດລ້ອມອ້ອມຂ້າງໄດ້ດີຍິ່ງຂຶ້ນ ແລະ ສິ່ງນີ້ກໍລວມໄປເຖິງການສ້າງມິດຕະພາບກັບຄົນແປກໜ້າອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ຍັງຊ່ວຍໃຫ້ເຮົາກ້າເລີ່ມທັກທາຍຄົນອື່ນກ່ອນ ແລະ ຍັງເປັນການຊ່ວຍເຝິກທັກສະ ມະນຸດສຳພັນຂອງເຮົາໃຫ້ດີຍິ່ງຂຶ້ນອີກດ້ວຍ.

  1. ຊ່ວຍເພີ່ມແນວຄວາມຄິດສ້າງສັນ

ບາງຄັ້ງໄອເດຍດີໆ ມັກເກີດຂຶ້ນຕອນທີ່ເຮົາໃຊ້ເວລາຢູ່ຄົນດຽວ ໂດຍປາສະຈາກການລົບກວນຈາກບຸກຄົນອື່ນ. ການອອກເດີນທາງທ່ອງທ່ຽວຄົນດຽວກໍເຊັ່ນກັນ ມັນສາມາດກະຕຸ້ນໃຫ້ເກີດແນວຄວາມຄິດສ້າງສັນໄດ້ດີ ເນື່ອງຈາກເຮົາມີເວລາຢູ່ກັບຕົນເອງຢ່າງເຕັມທີ່, ໄດ້ມີເວລາໃຫ້ໄດ້ຄິດ ໄດ້ວາງແຜນ ໂດຍບໍ່ມີສິ່ງອື່ນມາລົບກວນ.

  1. ຊ່ວຍໃຫ້ເປັນຄົນທີ່ມີແນວຄວາມຄິດເປີດກວ້າງ ພ້ອມຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ

ເມື່ອເຮົາໄດ້ອອກເດີນທາງຄົນດຽວຈັກຄັ້ງໜຶ່ງໃນຊີວິດ ເຮົາຈະກາຍເປັນຄົນທີ່ມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ ລົດການເພິ່ງພາເອື່ອຍອີງຄົນອື່ນລົງ ແລະ ຊ່ວຍໃຫ້ເຮົາກາຍເປັນຄົນມີແນວຄວາມຄິດເປີດກວ້າງ ແລະ ພ້ອມຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ.

ສະຫຼຸບແລ້ວ, ບໍ່ວ່າເຮົາຈະມັກທ່ອງທ່ຽວແບບເປັນກຸ່ມ ຫຼື ທ່ອງທ່ຽວຄົນດຽວ ກໍຕາມ, ທຸກໆການເດີນທາງມັກຈະນໍາມາເຊິ່ງປະສົບການໃໝ່ໆໃຫ້ເຮົາຢູ່ສະເໝີ. ແຕ່ຖ້າຫາກເຮົາຢາກພັດທະນາຕົນເອງໄປອີກຂັ້ນໜຶ່ງ, ຢາກລອງອອກຈາກ Comfort zone, ຢາກເອົາຊະນະສິ່ງທີ່ປິດກັ້ນຄວາມສາມາດຕົນເອງໂດຍສະເພາະແມ່ນຄວາມຢ້ານກົວພາຍໃນຈິດໃຈ ເຮົາຕ້ອງທົດລອງອອກເດີນທາງຄົນດຽວຢ່າງໜ້ອຍຈັກຄັ້ງໜຶ່ງໃນຊີວິດ ບໍ່ແນ່ວ່າ ເຮົາອາດຄົ້ນພົບສັກກະຍະພາບໃໝ່ໆໃນຕົວເຮົາ ກໍເປັນໄດ້.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/56xhmerh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/