ພຶດຕິກຳຊື້ເຄື່ອງເກີນຄວາມຈຳເປັນ ຫຼື ໂຣກເສບຕິດການຊື້ເຄື່ອງ


ການຈັບຈ່າຍໃຊ້ສອຍໃນຊີວິດປະຈຳວັນຍ່ອມເປັນກິດຈະວັດປົກກະຕິຂອງຄົນເຮົາ, ແຕ່ຫາກຊື້ເກີນຄວາມຈຳເປັນມັນອາດບໍ່ເປັນເລື່ອງປົກກະຕິອີກຕໍ່ໄປ ເພາະນີ້ຄື: “ໂຣກເສບຕິດການຊື້ເຄື່ອງ”

Shopaholic ແມ່ນຊື່ຂອງພະຍາດທາງຈິດຊະນິດໜຶ່ງທີ່ໃຊ້ເພື່ອອ້າງເຖິງບຸກຄົນທີ່ມີພຶດຕິກຳຊື້ສິນຄ້າເກີນຄວາມຈຳເປັນ. ໃນບາງກໍລະນີ, ອາດຮ້າຍແຮງກໍ່ໃຫ້ເກີດບັນຫາຕາມມາ ເຊັ່ນ: ບັນຫາທາງດ້ານການເງິນ, ບັນຫາຂັດແຍ້ງກັບສະມາຊິກໃນຄອບຄົວ ຫຼື ອາດຈະມີການປ່ຽນແປງພຶດຕິກໍາເຊັ່ນ: ພະຍາຍາມປິດບັງ ຫຼື ປົກປິດລາຄາຂອງສິນຄ້າທີ່ຊື້ອັນສົ່ງຜົນໃຫ້ເກີດກາຍເປັນນິດໄສຂີ້ຕົວະນັ້ນເອງ. ການເສບຕິດດັ່ງກ່າວສາມາດເກີດຂຶ້ນໄດ້ກັບທຸກເພດ ເນື່ອງຈາກມັນຂຶ້ນກັບພຶດຕິກໍາການຊື້ຂອງແຕ່ລະຄົນ.

ສາເຫດຂອງໂຣກ Shopaholic

1. ໂຣກຊຶມເສົ້າ: ເມື່ອເກີດຄວາມວິຕົກກັງວົນ ຫຼື ມີຄວາມກົດດັນຈຶ່ງກໍ່ໃຫ້ມີພຶດຕິກຳຕ້ອງໄປຊື້ເຄື່ອງ ເພື່ອບັນເທົາຄວາມກົດດັນ ຫຼື ຊອກຫາວິທີລະບາຍອາລົມໂດຍການໄປຊື້ເຄື່ອງ. ໃນເວລາທີ່ໄປຊື້ເຄື່ອງ, ສະໝອງຈະປ່ອຍສານໂດພາມີນໄດ້ໄວ ເຮັດໃຫ້ເກີດຄວາມສຸກເມື່ອໄດ້ຊື້ສິ່ງທີ່ຕ້ອງການ.

2. ຂາດຄວາມນັບຖືໃນຕົນເອງ: ຄົນທີ່ມີພຶດຕິກຳດັ່ງກ່າວ ອາດຈະຕ້ອງການສ້າງຕົວຕົນ ເພື່ອໃຫ້ເປັນທີ່ຍອມຮັບໃນສັງຄົມເຊັ່ນ: ການແຕ່ງຕົວຮຽນແບບຄົນອື່ນ, ຊື້ກະເປົາແບຣນເນມ, ການຊື້ເຄື່ອງນຸ່ງລາຄາແພງເພື່ອໃຫ້ດູດີກວ່າຄົນອື່ນ.

3. ສື່ໂຄສະນາ: ເມື່ອເຫັນສິນຄ້າທີ່ໜ້າສົນໃຈຢູ່ອິນເຕີເນັດເລື້ອຍໆໃນຊ່ອງທາງຕ່າງໆອາດຈະເຮັດໃຫ້ເກີດຄວາມຕ້ອງການ ແລະ ສຸດທ້າຍຕ້ອງໄດ້ຕັດສິນໃຈຊື້.

4. ຄວາມສະດວກໃນການຊື້: ປັດຈຸ​ບັນ, ມີ​ການ​ຊື້​ຂາຍ​ທາງ​ອອນ​ລາຍ​ຫຼາຍ​ຢ່າງ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊື້ເຄື່ອງ.

5. ຄ່ານິຍົມ: ເມື່ອເຫັນສິ່ງຂອງທີ່ຜູ້ອື່ນໃຊ້ ຫຼື ມີທາງອອນລາຍ ກໍຊື້ຕາມໂດຍບໍ່ໄດ້ພິຈາລະນາຄວາມຈໍາເປັນຂອງການນໍາໃຊ້.

ມາເບິ່ງນຳກັນວ່າ shopaholic ມີພຶດຕິກຳເປັນແບບໃດ?

  • ຕ້ອງການຊື້ສິນຄ້າຕະຫຼອດເວລາ
  • ຊື້ຫຼາຍເກີນຄວາມຈໍາເປັນ
  • ມີຄວາມຮູ້ສຶກທີ່ດີໃນເວລາຊື້ສິນຄ້າ ເຖິງຈະເປັນພຽງຄວາມຮູ້ສຶກດີໃນໄລຍະເວລາສັ້ນໆ
  • ຮູ້​ສຶກ​ຜິດ​ຫຼັງ​ຈາກ​ການ​ຊື້​
  • ຊື້ແລ້ວບໍ່ໄດ້ໃຊ້
  • ຊື້ຊ້ຳໆ ເຖິງແມ່ນວ່າຈະມີເປັນຈຳນວນຫຼາຍຢູ່ແລ້ວ
  • ມີການປິດບັງ ຫຼື ຕົວະເພື່ອປົກປິດການຊື້

Shopaholic ແລະ ຜົນກະທົບທີ່ເກີດຂື້ນ

ໃນເວລາທີ່ບຸກຄົນໃດຫນຶ່ງມີພຶດຕິກໍາ shopaholic ແລະ ຖືກປະໄວ້ໂດຍບໍ່ມີການປິ່ນປົວ ມັນອາດຈະເຮັດໃຫ້ເກີດໜີ້ສິນຫຼາຍຂື້ນ, ສົ່ງຜົນກະທົບຕໍ່ຄວາມສໍາພັນກັບຄົນໃກ້ຊິດ, ເກີດການສູນເສຍຄວາມໄວ້ວາງໃຈຈາກຫມູ່ເພື່ອນ ແລະ ສະມາຊິກໃນຄອບຄົວ ແລະ ໃນບາງ​ຄັ້ງ​ອາດ​ລັກ​ເອົາ​ສິ່ງ​ຂອງຄົນອື່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ.

ສະນັ້ນ, ເພື່ອບໍ່ໃຫ້ເກີດມີພຶດຕິກຳດັ່ງກ່າວ ລອງມາປະຕິບັດນຳກັນຄືດັ່ງນີ້:

1. ມີສະຕິ ແລະ ຮູ້ເຖິງສະພາບອາລົມຂອງຕົນເອງ: ພ້ອມທັງແກ້ໄຂບັນຫາໄດ້ຖືກຈຸດເຊັ່ນ: ບາງຄົນຊື້ເຄື່ອງເພື່ອບັນເທົາຄວາມຄຽດ ຫຼື ບັນເທົາຄວາມໂສກເສົ້າ ທ່ານຄວນຊອກຫາວິທີອື່ນໆເພື່ອຈັດການຄວາມຄຽດຂອງຕົນເອງ

2. ຄິດກ່ອນຊື້: ໃຫ້ເວລາຕົນເອງໃນການຕັດສິນໃຈ ແລະ ຄິດຢາກຖີ່ຖ້ວນວ່າມັນຈຳເປັນຕ້ອງໄດ້ຊື້ແທ້ບໍ

3. ຈຳກັດສິ່ງທີ່ເຮັດໃຫ້ເກີດຄວາມຢາກຊື້ສິ່ງຂອງ ເຊັ່ນ: ການລົບແອັບພລິເຄຊັນຊື້ເຄື່ອງອອນລາຍ, ຢຸດຕິດຕາມຮ້ານຄ້າອອນລາຍ, ຢ່າຖືບັດເຄຣດິດ ເພື່ອເຮັດໃຫ້ຂະບວນການຊື້ເຄື່ອງມີຄວາມຫຍຸ້ງຍາກຫຼາຍຂຶ້ນ

4. ຊອກກິດຈະກຳອື່ນໆເຮັດ ເຊັ່ນ: ອອກກຳລັງກາຍ, ຟັງເພງ, ປູກຕົ້ນໄມ້ ແລະ ອື່ນໆ

5. ແຍກບັນຊີການຊື້ ແລະ ເກັບທ້ອນອອກຢ່າງລະອຽດຊັດເຈນ

ອ້າງອີງ:

https://cutt.ly/mwOEcQbR

https://cutt.ly/NwOEx6PL

https://cutt.ly/qwOEci6t

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/