ອົງການຈັດເກັບພາສີຂອງສະຫະລັດຮຽກຮ້ອງໃຫ້ບໍລິສັດ FTX ຈ່າຍພາສີຫຼາຍກວ່າ 24 ຕື້ໂດລາ ເຖິງແມ່ນວ່າມັນເປັນເງິນຂອງຜູ້ເສຍຫາຍຈາກການລົ້ມລະລາຍກໍຕາມ


ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ, ທະນາຍຄວາມຂອງ FTX ກໍາລັງຕໍ່ຕ້ານຄວາມພະຍາຍາມຂອງອົງການຈັດເກັບພາສີຂອງສະຫະລັດ (IRS) ທີ່ໄດ້ຮຽກຮ້ອງໃຫ້ບໍລິສັດຈ່າຍພາສີທີ່ຍັງຄ້າງຊຳລະຢູ່ເປັນຈຳນວນເງິນຫຼາຍຕື້ໂດລາ.

ໂດຍໃນລາຍງານໄດ້ລະບຸວ່າ ທະນາຍຄວາມຂອງ FTX ໄດ້ກ່າວຢູ່ໃນສານວ່າ ຂໍຮຽກຮ້ອງໃຫ້ IRS ຍົກເລີກການຈ່າຍພາສີຂອງບໍລິສັດທີ່ບໍ່ໄດ້ຊຳລະຫຼາຍກວ່າ 24 ຕື້ໂດລາ. ເນື່ອງຈາກວ່າບໍລິສັດຈະນຳເງິນໄປໃຊ້ເພື່ອຊໍາລະໃຫ້ແກ່ຜູ້ເຄາະຮ້າຍຈາກການລົ້ມລະລາຍຂອງບໍລິສັດ.

ໂດຍທະນາຍຄວາມຂອງ FTX ໄດ້ໃຫ້ເຫດຜົນວ່າ ບໍລິສັດທີ່ລົ້ມລະລາຍນັ້ນ ບໍ່ຄວນຈະຕ້ອງເສຍພາສີກັບ IRS , ເນື່ອງຈາກໄດ້ມີການຖືກບັນທຶກການຂາດທຶນໄວ້ຕະຫຼອດໃນ ໄລຍະສາມປີ ແລະ ໄດ້ຢືນຢັນວ່າຖ້າຫາກບໍລິສັດຕ້ອງຖືກບັງຄັບໃຫ້ຈ່າຍເງິນໃຫ້ກັບ IRS ແທ້, ນີ້ອາດຈະເປັນສົ່ງຜົນເສຍຫາຍຕື່ມຕໍ່ຜູ້ເຄະາຮ້າຍຈາກການລົ້ມລະລາຍຂອງ FTX.

ແລະໃນອາທິດນີ້, IRS ແລະ FTX ຈະຍັງຄົງຕໍ່ສູ້ກັນຕໍ່ໃນສານເພື່ອຕັດສິນວ່າ ຂໍ້ຮຽກຮ້ອງດັ່ງກ່າວຖືກຕ້ອງຕາມກົດໝາຍຫຼາຍນ້ອຍພຽງໃດ, ແລະໃນຕອນນີ້ FTX ໄດ້ຮຽກຮ້ອງວ່າ IRS ກຳລັງກວດສອບກະດານເທຣດຢູ່ໃນປັດຈຸບັນ ຈຶ່ງບໍ່ເໝາະທີ່ຈະຂໍໃຫ້ສານປະເມີນໜີ້ສິນພາສີຂອງ FTX.

ນອກຈາກນີ້, ລັດຖະບານສະຫະລັດຍັງໄດ້ມີການເປີດເຜີຍໃນການຍື່ນຟ້ອງໃນຄັ້ງນີ້ວ່າ ລັດຖະບານຈະປະເມີນຂໍ້ຮຽກຮ້ອງມູນຄ່າ 24 ຕື້ລ້ານໂດລາໃໝ່ອີກຄັ້ງ ເຊິ່ງຄາດວ່າຕົວເລກໃໝ່ອາດຈະຕ້ອງຫຼຸດລົງໜ້ອຍກວ່ານີ້.

FTX ຍື່ນສໍາລັບການລົ້ມລະລາຍໃນເດືອນພະຈິກປີທີ່ຜ່ານມາ. ຫຼັງຈາກເຫດການຕ່າງໆ ມີຫຼາຍຢ່າງທີ່ເກີດຂຶ້ນ, ເຮັດໃຫ້ເກີດມີຄໍາຖາມກ່ຽວກັບການເງິນຂອງບໍລິສັດ ແລະ ເມື່ອວັນທີ 2 ພະຈິກ 2023, ຄະນະລູກຂຸນພົບວ່າ Bankman-Fried ຜູ້ກໍ່ຕັ້ງ FTX ໄດ້ຍອມຮັບໃນຂໍ້ຫາສໍ້ໂກງ ແລະ ການສົມຮູ້ຮ່ວມຄິດ 7 ຂໍ້ຫາທີ່ກ່ຽວຂ້ອງກັບການດໍາເນີນງານຂອງເວັບເທຣດ ແລະ ຄາດ​ວ່າ​ການພິຈາລະນາຄະດີຂອງເຂົາເກີດຂຶ້ນໃນ​ເດືອນ​ກຸມພາ 2024.

ທີ່ມາ

dailyhodl

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/