ໂດຣີນ ແລະ ເອເລນ ຊ່ວຍກັນກໍ່ຕັ້ງກຸ່ມ“Please Stay” ຂຶ້ນມາໃນປະເທດສິງກະໂປ ເພື່ອຊ່ວຍແກ້ໄຂບັນຫາການຂ້າຕົວຕາຍ,ບັນຫາສຸຂະພາບຈິດໃນກຸ່ມເຍົາວະຊົນ-ໄວໜຸ່ມ, ເຊິ່ງທັງສອງຄົນ ແລະ ສະມາຊິກໃນກຸ່ມ ກໍລ້ວນແຕ່ສູນເສຍລູກທີ່ຂ້າຕົວຕາຍຄືກັນ.


ຮູບເອວານ ລູກຊາຍຂອງໂດຣີນ ທີ່ຂ້າຕົວຕາຍຕອນອາຍຸ 11 ປີ.

ແມ່ທັງສອງໄດ້ເລົ່າເຖິງ ເຫດຜົນທີ່ການຂ້າຕົວຕາຍ ແລະ ໂລກຊຶມເສົ້າເປັນເລື່ອງຕ້ອງຫ້າມໃນປະເທດສິງກະໂປ ເພາະມີໄວໜຸ່ມທີ່ເປັນຜູ້ຊາຍຂ້າຕົວຕາຍເພີ່ມຂຶ້ນໃນຫຼາຍປີທີ່ຜ່ານມາ.

“ຂ້ອຍຍັງຄົ້ນຄິດມາຕະຫຼອດວ່າ ຂ້ອຍຄວນຈະເຮັດອິຫຍັງໄດ້ແນ່ໃນຕອນນັ້ນ ເພື່ອປ້ອງກັນບໍ່ໃຫ້ເລື່ອງນີ້ເກີດຂຶ້ນ” ໂດຣີນ ແມ່ຂອງ ເອວານ ໂລ ເດັກຊາຍທີ່ຂ້າຕົວຕາຍຕອນອາຍຸ 11 ປີ ໄດ້ກ່າວໄວ້.

“ບໍ່ມີການເວົ້າເຖິງການຂ້າຕົວຕາຍ ແລະ ຄວາມປ່ວຍທາງຈິດຢ່າງເປີດເຜີຍ” ແມ່ຂອງ ເຊນ ໄວໜຸ່ມຊາຍທີ່ຈົບຊີວິດຕົນເອງໃນ 1 ເດືອນກ່ອນຈະຄົບຮອບອາຍຸ 18 ປີ.

“ຂ້ອຍຄິດວ່າ ມີຫຼາຍປັດໄຈທີ່ສົ່ງຜົນໃຫ້ເອວານຈົບຊີວິດຕົນເອງ ນອກຈາກພະຍາດອໍທິຊຶມ ທີ່ເປັນອຸປະສັກໃນການເຂົ້າສັງຄົມຂອງລາວແລ້ວ ຂ້ອຍຄິດວ່າ ໂຮງຮຽນທີ່ລາວຮຽນຢູ່ຕ້ອງພົບກັບຄວາມຄຽດ ແລະ ຄວາມກົດດັນສູງຫຼາຍ” ໂດຣີນ ເວົ້າຕໍ່ອີກວ່າ “ເພາະສັງຄົມສິງກະໂປ ມີການແຂ່ງຂັນສູງຫຼາຍ ໂດຍສະເພາະໃນກຸ່ມໄວໜຸ່ມຊາຍ ພວກເຂົາຮູ້ສຶກວ່າຫົດຫູ່ ແລະ ເສົ້າ ເປັນການສະແດງອອກເຖິງຄວາມອ່ອນໄຫວທາງອາລົມ”.

ໂດຣີນບອກວ່າ “ມັນເປັນວັດທະນະທຳຂອງອາຊີ ທີ່ມັນບໍ່ເໝາະສົມທີ່ຜູ້ຊາຍຈະອ່ອນແອ ພວກເຂົາຖືກຄາດຫວັງໃຫ້ເປັນເສົາຫຼັກຂອງຄອບຄົວ ດັ່ງນັ້ນ ໄວໜຸ່ມຊາຍຈຶ່ງມີຄວາມຄຽດສູງຫຼາຍ”. ສ່ວນເອເລນ ໄດ້ກ່າວວ່າ “ສຳລັບເຊນ ຫຼືຄົນໃນຄອບຄົວຂອງຂ້ອຍ ຂ້ອຍຄິດວ່າມັນເປັນເລື່ອງຂອງກຳມະພັນ ເມື່ອເຊນຈາກໄປ ຍາດພີ່ນ້ອງຫຼາຍຄົນໄດ້ມາບອກເລົ່າເຖິງບັນຫາທີ່ພວກເຂົາກຳລັງປະເຊີນຢູ່ ຫຼາຍຄອບຄົວບໍ່ຍອມຮັບຄວາມຈິງ ເພາະເປັນເລື່ອງໜ້າອັບອາຍສຳລັບເຂົາເຈົ້າ”

ໂດຣີນເວົ້າວ່າ: “ມັນເປັນເລື່ອງທີ່ໜ້າຂາຍໜ້າສຳຫຼັບເຂົາ ທີ່ຈະຍອມຮັບວ່າ ລູກຕົນເອງປ່ວຍທາງຈິດ ຫຼາຍຄອບຄົວບອກວ່າ ຖ້າຍອມຮັບກໍຈະເປັນຂ່າວແຜ່ລະບາດອອກໄປ ມັນເປັນເລື່ອງຕ້ອງຫ້າມ ມັນເປັນບາບ, ດັ່ງນັ້ນ ພວກເຂົາເລີຍບໍ່ຍອມຮັບເລື່ອງນີ້, ແລ້ວພວກເຂົາກໍບໍ່ໃຫ້ການຊ່ວຍເຫຼືອທີ່ຖືກວິທີແກ່ລູກໆທີ່ກຳລັງພົບກັບບັນຫານີ້ຢູ່” ໂດຣີນຍັງເວົ້າຕໍ່ວ່ານາງຮູ້ຈັກກັນກັບແມ່ບາງຄົນທີ່ສູນເສຍລູກຈາກການຂ້າຕົວຕາຍ, ຄອບຄົວຂອງພວກເຂົາບໍ່ຮູ້ຊ້ຳວ່າລູກຫຼານຂອງພວກເຂົາຈົບຊີວິດຕົນເອງ ຮູ້ແຕ່ວ່າລູກໄປຮຽນໜັງສື. ພວກເຂົາອາດຮູ້ສຶກໂດດດ່ຽວ ຫຼື ສະມາຊິກໃນຄອບຄົວອາດຈະຮູ້ສຶກບໍ່ພໍໃຈ ແລະ ເວົ້າວ່າເປັນຫຍັງຈຶ່ງເຮັດໃຫ້ເຂົາເຈົ້າຂາຍໜ້າ.

“ກຸ່ມ ‘Please Stay” ເປັນກຸ່ມຂະບວນການທຳອິດທີ່ຕັ້ງຂຶ້ນມາໂດຍບັນດາແມ່ທີ່ສູນເສຍລູກຈາກການຂ້າຕົວຕາຍ ຮຽກຮ້ອງໃຫ້ມີຍຸດທະສາດເພື່ອປ້ອງກັນການຂ້າຕົວຕາຍ ແລະ ດູແລສຸຂະພາບຈິດຂອງເຍົາວະຊົນໄວໜຸ່ມ” ເອເລນເລົ່າເຖິງທີ່ມາຂອງກຸ່ມ.

“ເຮົາບໍ່ຢາກໃຫ້ເຍົາວະຊົນໄວໜຸ່ມຄິດວ່າ ການບອກຄົນອື່ນວ່າເຮົາເປັນໂລກຊຶມເສົ້າ ຈະເຮັດໃຫ້ພວກເຂົາຖືກຕີລາຄາວ່າເປັນຄົນອ່ອນແອ ເຮົາຢາກໃຫ້ເຂົາຮູ້ວ່າ ມັນບໍ່ເປັນຫຍັງເລີຍທີ່ເຮົາຈະຮູ້ສຶກບໍ່ດີ”

ນາງກ່າວຕໍ່ວ່າ: “ຂ້ອຍຮູ້ວ່າ ມັນເປັນເລື່ອງທ້າທາຍຫຼາຍໃນການກ້າວເຂົ້າສູ່ການເປັນຜູ້ໃຫຍ່ ມີຄວາມຮູ້ສຶກສະເທືອນໃຈຫຼາຍຢ່າງ ແຕ່ເຈົ້າຈົ່ງຜ່ານມັນໄປໃຫ້ໄດ້ ຂ້ອຍຢາກຈະບອກວ່າ ໃຫ້ເວລາຕົນເອງໃນການເຕີບໃຫຍ່ຂຶ້ນ ເຈົ້າບໍ່ຈຳເປັນຕ້ອງເຮັດຕາມຄວາມຄາດຫວັງຂອງຄົນອື່ນ ຊີວິດຂອງເຈົ້າມີຄ່າຫຼາຍຕໍ່ກັບຄົນຈຳນວນຫຼາຍທີ່ຮັກເຈົ້າ”

“ຂ້ອຍຫວັງວ່າ ຫຼາຍປີນັບຈາກນີ້ ເຈົ້າຈະເບິ່ງກັບຄືນມາ ແລະ ເຈົ້າຈະບອກກັບຕົນເອງວ່າ ‘ຂ້ອຍດີໃຈທີ່ຂ້ອຍມີຊີວິດຢູ່ຕໍ່ໄປເພື່ອຄົນທີ່ຂ້ອຍຮັກ ແລະ ເພື່ອຕົວຂ້ອຍເອງ’ ”.

ທີ່ມາ: https://www.bbc.com/thai/international-54138117