ແມ່ຄ້າເກີດໄອເດຍດີ ຕໍ່ໜ້າຈໍໂທລະພາບເຂົ້າກັບແອັບທະນາຄານ ເພື່ອແກ້ບັນຫາສະລິບເງິນປອມ-ລູກຄ້າບໍ່ໂອນເງິນ

ທະນາຄານ

ໃນຍຸກປັດຈຸບັນນີ້ ເຊື່ອວ່າພໍ່ຄ້າ, ແມ່ຄ້າ ຫຼື ຄົນຄ້າຂາຍຫຼາຍໆ ຄົນກໍໜ້າຈະໄດ້ນໍາໃຊ້ແອັບພິເຄຊັ່ນຂອງ ທະນາຄານ ຕ່າງໆ  ເພື່ອຄວາມສະດວກໃນການເຮັດທຸລະກໍາທາງການເງິນເຊັ່ນ: ຝາກ, ຖອນ, ໂອນ ຫຼື ຊໍາລະຄ່າບໍລິການອື່ນໆ.

ທະນາຄານ

ແຕ່ອີກດ້ານໜຶ່ງບັນດາແມ່ຄ້າຊາວຂາຍທີ່ໃຊ້ແອັບທະນາຄານນີ້ ມັກຈະປະສົບບັນຫາຄື “ສະລິບເງິນປອມ” ທີ່ລະບາດໜັກ ເພາະທີ່ຜ່ານມາມິດສາຊີບນິຍົມໃຊ້ວິທີນີ້ໃນການຕົວະຍົວະຫຼອກລວງໃນການຊື້ຂາຍສິນຄ້າ ຫຼື ບາງກໍລະນີແມ່ຄ້າຊາວຂາຍກໍມັກຈະພົບກັບລູກຄ້າ ທີ່ໃຊ້ວິທີ ເຂົ້າແອັບທະນາຄານ ແລ້ວກົດຈໍານວນເງິນທີ່ສະແດງຢູ່ເທິງໜ້າຈໍໃຫ້ເບິ່ງ ແຕ່ທ້າຍສຸດແລ້ວກໍບໍ່ໄດ້ໂອນແທ້.

ທະນາຄານ

ຈາກບັນຫາດັ່ງກ່າວ ເຮັດໃຫ້ມີຜູ້ໃຊ້ Fcaebook ຊື່ Anantachai Itt  ໄດ້ໂພສຮູບພາບທີ່ເປັນໂທລະພາບຂະໜາດໃຫຍ່ ທີ່ໃນພາບດັ່ງກ່າວສະແດງໃຫ້ເຫັນໜ້າແຈ້ງເຕືອນເງິນເຂົ້າ-ເງິນອອກຂອງທະນາຄານ ເພື່ອເປັນການກວດສອບເບິ່ງຍອດເງິນໂອນເຂົ້າບັນຊີ ໃນເວລາທີ່ລູກຄ້າຈ່າຍເງິນ ແລະ ມີຂໍ້ຄວາມກໍາກັບວ່າ

“ໝົດບັນຫາແມ່ຄ້າຄົນດຽວ ທັງຂາຍ, ທອນເງິນ, ຮັບເງິນ, ໂອນເງິນ ແລະ ເງິນເຂົ້າຫຼືບໍ່ເຂົ້າກໍສາມາດເບິ່ງໄດ້ທີ່ຈໍໂທລະພາບເລີຍ”

ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກໄປ ຊາວເນັດກໍໄດ້ມາສະແດງຄໍາເຫັນກັນຢ່າງຫຼວງຫຼາຍ ໂດຍຫຼາຍຄົນກໍຊົມເຊີຍນໍາແນວຄິດດັ່ງກ່າວພ້ອມບອກວ່າເປັນໄອເດຍທີ່ດີ ເພາະມີຄວາມສະດວກໃນການຈັດການເງິນເຂົ້າອອກ ແລະຖືວ່າເປັນຕົວຊ່ວຍທີ່ເຮັດໃຫ້ສາມາດຮັບຮູ້ໄດ້ວ່າລູກຄ້າໂອນເງິນມາຊໍາລະແລ້ວຫຼືບໍ່ ເຊິ່ງນີ້ຖືວ່າເປັນວີທີການທີ່ດີອີກວິທີໜຶ່ງເລີຍ ໂດຍແມ່ຄ້າຊາວຂາຍຄົນໃດສົນໃຈຢາກເຮັດຕາມແມ່ນສາມາດເຮັດໄດ້ເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ