ຖວທ ແຂວງຫຼວງພະບາງ  ຫ້າມບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ບໍ່ໃຫ້ເອົາປຽບນັກທ່ອງທ່ຽວ

ແຂວງຫຼວງພະບາງ

ໃນວັນທີ 17 ສິງຫາ 2022 ນີ້, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ລົງກວດກາຄວາມພ້ອມແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ. ໃນການຕ້ອນຮັບນັກທ່ອງທ່ຽວໃນບຸນຊ່ວງເຮືອເດືອນ 9 (ບຸນຫໍ່ເຂົ້າປະດັບດິນ) ທີ່ຈະມາເຖິງນີ້ ຄາດວ່າຈະມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງເປັນຈໍານວນຫຼາຍ, ໃນນັ້ນແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກ ຕາດກວາງຊີ ກໍເປັນອິກໜຶ່ງຈຸດໝາຍປາຍທາງທີ່ສໍາຄັນຂອງນັກທ່ອງທ່ຽວ. ເພາະສະນັ້ນ ການກຽມພ້ອມດ້ານຕ່າງໆເປັນສິ່ງສໍາຄັນໂດຍສະເພາະຄວາມສະອາດ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ລວມເຖິງການໃຫ້ບໍລິການ, ສິ່ງອໍານວຍຄວາມສະດວກແຕ່ລະດ້ານ, ຢູ່ຕາດກວາງຊີ.

ແຂວງຫຼວງພະບາງ

ໂອກາດດັ່ງກ່າວທ່ານໄດ້ເນັ້ນໃຫ້ພະນັກງານ ກໍຄືຄະນະຮັບຜິດຊອບຕ້ອງເອົາໃຈໃສ່ກວດກາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ, ການອະນຸລັກຮັກສາສິ່ງແວດລ້ອມໃນບໍລິເວນຕາດກວາງຊີລວມເຖິງສິ່ງອໍານວຍຄວາມສະດວກໃນການບໍລິການຂາຍປີ້ເຂົ້າຊົມ ແລະ ລົດໄຟຟ້າບໍລິການຮັບ-ສົ່ງນັກທ່ອງທ່ຽວຕ້ອງສະດວກປອດໄພ ແລະບໍ່ສວຍໂອກາດເອົາປຽບນັກທ່ອງທ່ຽວເປັນສິ່ງສໍາຄັນທີ່ສຸດ ເພື່ອສ້າງຄວາມດຶງດູດ ແລະ ຄວາມປະທັບໃຈແກ່ນັກທ່ອງທ່ຽວ.

ແຂວງຫຼວງພະບາງ

ຂໍ້ມູນຈາກ: https://cutt.ly/vXb2pvq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ