ແມວນ້ອຍທີ່ໃຊ້ຊີວິດຕາມຖະໜົນຫົນທາງມາຕະຫຼອດ ປັດຈຸບັນມີເຮືອນໃຫ້ຢູ່ແລ້ວ!


ແມວໂຕນີ້ຊື່ ບານີ (Barney) ອາຍຸ 6 ປີ ມີໂຕຕຸ້ຍໆ ໜ້າຮັກເປັນຕາກອດ ປະກອບກັບສາຍຕາມົນກົມສີດຳ ມີຫົວມົນປ້ອມໆ. ກ່ອນທີ່ຈະມີຊື່ ແລະ ໄດ້ທີ່ຢູ່ອາໄສເປັນຫຼັກແຫຼ່ງນັ້ນ ເມື່ອກ່ອນກໍເປັນແມວໂຕໜຶ່ງທີ່ບໍ່ມີບ່ອນຢູ່ເປັນຈຸດໝາຍ, ແຕ່ລະມື້ໃຊ້ຊີວິດຫາຢູ່ຫາກິນຕາມທີ່ຫາມາໄດ້ ບາງຄັ້ງກໍມີຄົນໃຈດີບໍລິເວນນັ້ນໃຫ້ອາຫານ ແຕ່ດ້ານສຸຂະພາບອາດຈະຍັງເຂົ້າບໍ່ເຖິງຕໍ່ບານີ.

ບານີ ໃຊ້ຊີວິດແບບລຳບາກ ຍ່າງເລາະຕາມທ້ອງຖະໜົນໃນແຕ່ລະມື້ລະວັນ ເພື່ອຫາລ້ຽງຊີບໃຫ້ແກ່ຕົນເອງ ໃນປະເທດແຄນນາດາມາຫຼາຍປີ, ຜ່ານລະດູໜາວມາຫຼາຍລະດູ ອົດທົນໃນແຕ່ລະມື້ ຈົນເຮັດໃຫ້ຫູມີບາດແຜ ສາເຫດອາດຍ້ອນຄວາມໜາວທີ່ກະທົບກັບກ້ອນຫິມະທີ່ແຂງ.

ເມື່ອ 5 ເດືອນທີ່ຜ່ານມາ ບານີ ໝົດສະຕິລົງໃນຂະນະທີ່ໃຊ້ຊີວິດຕາມທ້ອງຖະໜົນ ໂຊກດີມີພົນລະເມືອງດີພານ້ອງໄປຂໍຄວາມຊ່ວຍເຫຼືອທີ່ສູນຊ່ວຍເຫຼືອສັດ Chatons Orphelins Montreal ທາງສູນກໍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ພ້ອມກັບໄດ້ຕັ້ງຊື່ໃຫ້ ປະກອບກັບວາງແຜນໃຫ້ຊີວິດແມວໂຕນີ້ ໃຫ້ມີຄວາມສຸກທັງກາຍ ແລະ ຈິດໃຈນຳດ້ວຍ.

ຫຼັງຈາກນັ້ນ ກໍໂຊກດີໄປອີກ ທີ່ມີຄົນໃຈບຸນຮັບນ້ອງໄປລ້ຽງ, ນ້ອງໄດ້ທັງໝູ່ໃໝ່ ພ້ອມກັບເຮືອນຫຼັງໃໝ່ ທີ່ແສນຈະອົບອຸ່ນ ທີ່ບໍ່ເຄີຍມີມາກ່ອນ.

ຂອບໃຈຂໍ້ມູນຈາກ: https://bit.ly/3ztKp0P

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/