ຄົນຍີ່ປຸ່ນບາງສ່ວນອອກມາປະທ້ວງບໍ່ໃຫ້ຈັດ Olympic ຕຳຫຼວດເປັນຫ່ວງ ຈຶ່ງຍ່າງກັນເປັນກຳແພງ ເພື່ອຄວາມປອດໄພຂອງປະຊາຊົນ


ເຖິງຈະຈັດງານມະຫະກຳກິລາ Olympic ແຕ່ກໍມີກຸ່ມປະຊາຊົນຈຳນວນໜຶ່ງບໍ່ເຫັນດີໃຫ້ຈັດ ແລະ ກໍໄດ້ພາກັນອອກມາປະທ້ວງຕາມເສັ້ນທາງໃນເມືອງ ຍ່າງກັນເປັນຂະບວນເພື່ອປະທ້ວງໂດຍສະເພາະ ປະມານກວ່າ 100 ຄົນ, ສາເຫດທີ່ອອກມາປະທ້ວງກໍເພາະປະຊາຊົນຍັງຄິດເຫັນເຖິງຜົນກະທົບທີ່ຈະຕາມມາກໍຄືໂຄວິດ-19.

ເມື່ອມີຄົນອອກມາປະທ້ວງ ອາດຈະເຮັດໃຫ້ຂອບເຂດບໍລິເວນ ສົ່ງຜົນໃຫ້ມີຄວາມຫຍຸ້ງຍາກຕໍ່ກັບການຍ່າງເປັນຂະບວນ ເພາະຢູ່ຕາມຂອບທາງມັນຈະບໍ່ກວ້າງ. ເມື່ອເປັນດັ່ງນັ້ນແລ້ວ ຕຳຫຼວດຈຶ່ງອຳນວຍຄວາມສະດວກ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນຈຳນວນທີ່ມາປະທ້ວງ ໄດ້ຍ່າງເປັນກຳແພງກັນໄວ້ ເພື່ອບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.

ເປັນອີກຄວາມໃສ່ໃຈທີ່ດີອີກຢ່າງໜຶ່ງ ເຖິງແມ່ນວ່າປະຊາຊົນຈະອອກມາຕໍ່ຕ້ານ ແຕ່ເຈົ້າໜ້າທີ່ຕຳຫຼວດກໍຍັງໃຫ້ຄວາມຊ່ວຍເຫຼືອປະຊາຊົນຢູ່ສະເໝີ ເພື່ອຄວາມປອດໄພຂອງປະຊາຊົນ ແລະ ຄວາມເປັນລະບຽບຮຽບຮ້ອຍ. ເມື່ອປະທ້ວງໄປມາ ຈາກນັ້ນກໍໄດ້ພາກັນຖ່າຍເອົາພາບການເປີດງານມະຫະກຳກິລາ ຢ່າງຕື່ນຕາຕື່ນໃຈໄປພ້ອມກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3iGZSE6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/