ລົດ Classic ຈາກຍຸກ 70’s Mitsubishi Lancer GSR ກັບມາເປີດຕົວໃນປີ 2021 ດ້ວຍເຄື່ອງຈັກທີ່ແຮງ ແລະ ທັນສະໄໝ


Mitsubishi Lancer GSR ລົດ Classic ຈາກຍຸກ 70’s ທີ່ຈະກັບມາມີຊີວິດອີກຄັ້ງໃນປັດຈຸບັນ ດ້ວຍເຄື່ອງຈັກແບບໃໝ່ທີ່ແຮງ 220 ແຮງມ້າ.

ໃນປິ 70’s ລົດ Mitsubishi Lancer GSR ເປັນລົດທີ່ໄດ້ຮັບຄວາມນິຍົມຫຼາຍ ດ້ວຍການອອກແບບທີ່ມີລັກສະນະໂດດເດັ່ນ ແລະມີຍອດຂາຍທີ່ຫຼາຍ ເຊິ່ງປັດຈຸບັນລົດຄັນດັ່ງກ່າວກໍກຳລັງຈະໄດ້ຮັບການຟື້ນຄືນອີກຄັ້ງ ແລະ ນຳມາຜະລິດໃໝ່ດ້ວຍເທັກໂນໂລຢີໃນຍຸກ 2021.

Mitsubishi Lancer GSR ຄັນໃໝ່ນີ້ຈະຂັບເຄື່ອນດ້ວຍລໍ້ຫຼັງ ຄືກັບຮຸ່ນທີ່ອອກຂາຍໃນປີ 70, ໃຊ້ຮູບແບບສະຖາປັດຕະຍະກຳສະໄໝໃໝ່ທີ່ມີການສະຕາດແບບອິດສະຫຼະ ແລະ ມີການຕິດຕັ້ງລະບົບກັນສັ່ນສະເທືອນຢູ່ດ້ານຫຼັງ ໂຄງສ້າງຫຼັກຈະເປັນເຫຼັກປະສົມຊະນິດຕ່າງໆ ລວມທັງເຫຼັກທີ່ມີຄວາມແຂງແຮງສູງ, ຈະມີການໃຊ້ອາລູມີນຽມກັບສ່ວນທີ່ປະກອບກັບລະບົບກັນສັ່ນສະເທືອນ, ແຜ່ນບັງຂີ້ຕົມ ແລະ ຝາກະໂປງໜ້າ.

ເຄື່ອງຈັກທີ່ໃຊ້ຈະເປັນຈະເປັນການຮ່ວມມືພັດທະນາລະຫວ່າງ Mitsubishi ແລະ Nissan, ເຊິ່ງ Lancer GSR ຄັນໃໝ່ນີ້ຈະມີເຄື່ອງຈັກແຮງປະມານ 220 ແຮງມ້າ ແລະ ແຮງສະປີດສູງ 295 ນິວຕັນ ທີ່ສົ່ງກຳລັງໄປທີ່ລໍ້ຫຼັງດ້ວບເກຍ 6 ຈັງຫວະ.

ຮູບແບບຂອງ Lancer ໃນຍຸກ 70 ນັ້ນ ມີຄວາມໂດດເດັ່ນໃນທຸກການອອກແບບຢູ່ແລ້ວ ແລະ ມີປະໂຫຍດຢ່າງຫຼວງຫຼາຍໃນການປັບປຸງລົດຈາກຍຸກ Classic ໃຫ້ກັບມາມີຄວາມທັນສະໄໝ. ທາງຜູ້ອອກແບບໄດ້ສ້າງເອກະລັກຂອງໄຟສ່ອງທາງໜ້າ ໂດຍຕິດຕັ້ງໄຟ DRL ທີ່ມີລັກສະນະມົນໃຫຍ່ ແລະ ຕິດຕັ້ງໄຟໃນລົດມີຂະໜາດນ້ອຍ ເນື່ອງຈາກເປັນຊ່ອງລະບາຍອາກາດຈະຢູ່ດ້ານລຸ່ມແບບລົດສະໄໝໃໝ່, ຕົວກັນຢູ່ດ້ານໜ້າຂອງລົດຈະໃຊ້ເປັນແຜງສີດຳເງົາ, ດ້ານຂ້າງຍັງຮັກສາສ່ວນໂຄ້ງຂອງຮຸ່ນຕົ້ນແບບເອົາໄວ້, ດ້ານຫຼັງໄດ້ຮັບການປ່ຽນເປັນໄຟ LED ທີ່ທັນສະໄໝຂອງໄຟທ້າຍຮູບໂຕ L ອັນເປັນເອກະລັກ ແລະ ຊ່ອງເປີດທ້າຍລົດຈະຕ່າງຈາກຮຸ່ນເກົ່າ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/