ວົງ Coldplay ກຽມປ່ອຍອາລະບ້ຳຊຸດທີ 9 “Music of the Spheres” ໃນໄວໆນີ້


Coldplay ວົງ Rock ຊື່ດັງຈາກ London ເຈົ້າຂອງເພງດັງຫຼາຍໆເພງ ກຳລັງຈະປ່ອຍອາລະບ້ຳເຕັມຊຸດໃໝ່ອອກມາຊື່ວ່າ “Music of the Spheres” ເຊິ່ງໄດ້ປ່ອຍເພງໂປຣໂໝດເພງທຳອິດອອກມາແລ້ວ ເມື່ອວັນທີ 19 ພຶດສະພາ 2021 ໂດຍມີຊື່ເພງວ່າ “Higher Power”.

Album “Music of the Spheres” ເປັນສະຕູດິໂອອາລະບ້ຳຊຸດທີ 9 ຂອງວົງ Coldplay ທີ່ໄດ້ໂປຣດິວເຊີຊື່ດັງຊາວສະວີເດັນ Max Martin ມາຊ່ວຍ, ເຊິ່ງຊຸດນີ້ປະກອບດ້ວຍ 12 ບົດເພງທີ່ຍັງສະແດງເນື້ອຫາເຖິງການໃຫ້ກຳລັງໃຈຜູ້ຄົນ ແລະ ຄວາມເປັນຈິງຂອງໂລກຕາມແບບສະບັບຂອງວົງ, ນອກຈາກນັ້ນເພງຫຼາຍໆເພງໃນນີ້ຍັງໃຊ້ສັນຍະລັກ ອີໂມຈິ ເປັນຊື່ເພງອີກ.

Music of the Spheres ມີກຳນົດວາງຂາຍໃນວັນທີ 15 ຕຸລາ 2021 ນີ້, ສຳລັບໃຜທີ່ແຟນເພງຂອງວົງກໍກຽມຮັບຟັງ ແລະສະໜັບສະໜູນກັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/