ແມນຊິຕີ້ ອາດຖືກລົງໂທດ ຕັດຄະແນນ ຫຼື ປັບຕົກຊັ້ນຫຼັງພຣີເມຍລີກ ຕັ້ງຂໍ້ຫາກວ່າ 100 ຂໍ້ເນື່ອງຈາກ ຜິດກົດລະບຽບການເງິນ

ແມນຊິຕີ້

ຝ່າຍຈັດການແຂ່ງຂັນເຕະບານ ລີກສູງສຸດຂອງອັງກິດ ຫຼື ພຣີເມຍລີກ ໄດ້ອອກແຈ້ງການຕັ້ງຂໍ້ຫາ ຕໍ່ສະໂມສອນດັງຈາກເມືອງແມນເຊັສເຕີ ຢ່າງແມນເຊັສເຕີ ຊິຕີ້ ຖານເຮັດຜິດກົດລະບຽບຄວບຄຸມການເງິນ ຫຼາຍກວ່າ 100 ຂໍ້ຫາ ພາຍຫຼັງເຮັດການສືບສວນມາເປັນເວລາ 4 ປີ.

ໂດຍລາຍງານລະບຸວ່າ  ສະໂມສອນ ແມນເຊັສເຕີ ຊິຕີ້ ໄດ້ເຮັດຜິດກົດລະບຽບ ການຄວບຄຸມການເງິນ ໃນໄລຍະ 9 ລະດູການຜ່ານມາ ລະຫວ່າງເດືອນກັນຍາ ປີ 2009 ເຖິງລະດູການ 2017-18  ໂດຍປະເດັນຫຼັກໆ ທີ່ທາງພຣີເມຍລີກ ຕັ້ງຂໍ້ຫາແມ່ນປະກອບມີ:

ມີຄວາມຜິດຖານ ໃຫ້ຂໍ້ມູນຂ່າວສານດ້ານການເງິນຂອງສະໂມສອນທີ່ບໍ່ກົງກັບຄວາມເປັນຈິງ (ປະເດັນນີ້ມີຄວາມຜິດທັງໝົດ 50 ຂໍ້ຫາ)

ມີຄວາມຜິດຖານ ແຈ້ງລາຍໄດ້ຂອງ ຄູເຝິກ ແລະ ນັກເຕະ ບໍ່ກົງກັບຄວາມເປັນຈິງ (ປະເດັນນີ້ຜິດທັງໝົດ 24 ຂໍ້ຫາ)

ແມນເຊັສເຕີ ຊິຕີ້ ເຮັດຜິດກົດລະບຽບ FPP ຫຼື ກົດລະບຽບການເງິນ ຂອງ ຢູຟ່າ (ປະເດັນນີ້ ມີຄວາມຜິດ 5 ຂໍ້ຫາ)

ແມນຊິຕີ້ ຕັ້ງໃຈເຮັດຜິດກົດ Profitability and Sustainability Rules ຫຼື ກົດ FPP ໃນແບບຂອງ ພຣີເມຍລີກ (ປະເດັນນີ້ມີຄວາມຜິດທັງໝົດ 6 ຂໍ້ຫາ)

ແມນຊິຕີ້ ຕັ້ງໃຈບໍ່ໃຫ້ຄວາມຮ່ວມມືໃນການສືບສວນສອບສວນຂອງພຣີເມຍລີກ (ປະເດັນນີ້ເຮັດຜິດທັງໝົດ 30 ຂໍ້ຫາ)

ຕໍ່ກັບກໍລະນີດັ່ງກ່າວ ເປັນພຽງການຕັ້ງຂໍ້ຫາຂອງທາງ ພຣີເມຍລີກ ເທົ່ານັ້ນ ແລະ ຍັງຕ້ອງມີການສືບສວນສອບສວນ ຈາກຄະນະກຳມະການອິດສະຫຼະກາງຂອງທາງພຣີເມຍລີກອີກເທື່ອໜຶ່ງ.  ແຕ່ຖ້າ ແມນຊິຕີ້ ກະທຳຜິດຈິງຕາມຂໍ້ກ່າວຫາ ແມ່ນມີໂອກາດຖືກຕັດຄະແນນ ຄືກັບກໍລະນີຂອງ ສະໂມສອນ ຢູເວັນຕຸສ ຈາກອິຕາລີ ທີ່ຖືກຕັດສິນ ຕັດຄະແນນໄປເຖິງ 15 ຄະແນນ.

ແມນຊິຕີ້

ນອກຈາກນີ້ ຕາມກົດລະບຽບ ອາດຈະຮຸນແຮງໄປເຖິງຂັ້ນ ປັບໃຫ້ແມນຊິຕີ້ ຕົກຊັ້ນ, ຂັບອອກຈາກ ພຣີເມຍລີກ ຫຼື ແມ່ນແຕ່ການຢຶດແຊ້ມຄືນ ໃນໄລຍະເວລາທີ່ກະທຳຄວາມຜິດ.

ພາຍຫຼັງການເຄື່ອນໄຫວດັ່ງກ່າວ ທາງສະໂມສອນ ແມນຊິຕີ້ ໄດ້ອອກຖະແຫຼງການວ່າ: “ທາງສະໂມສອນ ຮູ້ສຶກແປກໃຈຫຼາຍ ທີ່ໄດ້ຮັບຮູ້ວ່າ ສະໂມສອນເຮົາ ເຮັດຜິດກົດລະບຽບຂອງທາງ ພຣີເມຍລີກ, ທີມງານເຮົາໄດ້ສົ່ງເອກະສານຈຳນວນຫຼາຍ ໃຫ້ກັບທາງພຣີເມຍລີກ ເພື່ອຢືນຢັນຄວາມບໍລິສຸດແລ້ວ, ທາງສະໂມສອນຍິນດີທີ່ຈະໃຫ້ ຄະນະກຳມະການອິດສະຫຼະຂອງພຣີເມຍລີກ ເຂົ້າກວດສອບຂໍ້ມູນ ເພື່ອຢືນຢັນຈຸດຢືນຂອງພວກເຮົາ ແລະ ເຮົາຫວັງວ່າ ເລື່ອງນີ້ຈະຈົບລົງໃນທີ່ສຸດ”.

ແມນຊິຕີ້

ກ່ອນໜ້ານີ້ ແມນຊິຕີ້ ເຄີຍຖືກສະຫະພັນບານເຕະ ຢູໂຣບ ຫຼື UEFA  ລົງໂທດມາແລ້ວໃນປີ 2020 ຈາກກໍລະນີດຽວກັນ ເບື້ອງຕົ້ນຖືກສັ່ງຫ້າມລົງຫຼິ້ນໃນບານລະດັບຢູໂຣ 2 ລະດູການ ແຕ່ຕໍ່ມາ ທາງສະໂມສອນ ໄດ້ຍື່ນອຸທອນໄປຫາສານກິລາໂລກ ຫຼື CAS ແລະ ໄດ້ຮັບການຜ່ອນໂທດ ຈົນສາມາດລົງຫຼິ້ນໃນບານເຕະລະດັບຢູໂຣບໄດ້ ແລະ ລົດໂທດຈາກການປັບໃໝ 30 ລ້ານຢູໂຣ ມາເຫຼືອພຽງ 10 ລ້ານຢູໂຣ.

ແມນຊິຕີ້

ເຫດການດັ່ງກ່າວເອີ້ນໄດ້ວ່າສັ່ນສະເທືອນວົງການບານເຕະອັງກິດ ຢ່າງໃຫຍ່ຫຼວງ ເພາະຕະຫຼອດໄລຍະທີ່ຜ່ານມາ ບໍ່ເຄີຍມີເຫດການແບບນີ້ມາກ່ອນ. ແຕ່ຢ່າງໃດກໍຕາມ ຄະດີນີ້ກໍຄົງຈະບໍ່ຈົບລົງງ່າຍໆ ເຊິ່ງສິ່ງເຫຼົ່ານີ້ ອາດສົ່ງຜົນເຖິງຜົນງານໃນສະໜາມ ທີ່ຕອນນີ້ກຳລັງສູ້ຊີງກັບ ອາເຊນອລ ຢ່າງດຸເດືອດ ແລະ ເຊື່ອໄດ້ວ່າ ເລື່ອງແບບນີ້ ອາດສົ່ງຜົນຕໍ່ ນັກເຕະ ແລະ ບັນດາຄູເຝິກ ບໍ່ໜ້ອຍກໍຫຼາຍ ທັງໃນດ້ານຄວາມໝັ້ນຄົງ ແລະ ຈິດໃຈ.

ແມນຊິຕີ້

ສຸດທ້າຍນີ້ຂໍຢືມຄຳເວົ້າຂອງສື່ຈາກອັງກິດຫຼາຍໆສື່ທີ່ລະບຸກ່ຽວກັບປະເດັນນີ້ວ່າ: “ນີ້ແມ່ນເລື່ອງທີ່ມີຄວາມຜິດຮຸນແຮງທີ່ສຸດໃນປະຫວັດສາດຕັ້ງແຕ່ກໍ່ຕັ້ງ ພຣີເມຍລີກຂຶ້ນມາ ແລະ ແມນຊິຕີ້ ຕ້ອງຕໍ່ສູ້ດ້ວຍທຸກຢ່າງທີ່ພວກເຂົາມີ ເພາະຖ້າພວກເຂົາພ່າຍແພ້ ນັ້ນອາດໝາຍເຖິງຈຸດຫຼົ້ມສະຫຼາຍຂອງສະໂມສອນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/