ກຳປູເຈຍ ກຳລັງຈະສ້າງສະໜາມບິນນານາຊາດແຫ່ງໃໝ່ທີ່ໃຫຍ່ທີ່ສຸດໃນປະເທດ ໂດຍບໍລິສັດຈີນ

ກຳປູເຈຍ

ໂຄງການກໍ່ສ້າງສະໜາມບິນຂອງປະເທດກຳປູເຈຍ ກຳລັງເຕີບໃຫຍ່ຂະຫຍາຍຕົວໃນດິນແດນພະນົມເປນທີ່ດຳເນີນການໂດຍບໍລິສັດຈີນ ຫຼື ຮູ້ຈັກກັນຢ່າງເປັນທາງການໃນຊື່ “ສະໜາມບິນນານາຊາດເຕໂຊຕາເຂມາ” ເຊິ່ງເລີ່ມສ້າງຂຶ້ນໃນຕົ້ນປີ 2019 ແລະ ຄາດວ່າຈະສໍາເລັດໃນປີ 2027.

ໂຄງການດັ່ງກ່າວລົງທຶນໂດຍບໍລິສັດ Cambodia Airport Investment ແລະ ກໍ່ສ້າງໂດຍບໍລິສັດຈີນ ພື້ນທີ່ 2.600 ເຮັກຕາ ໃນ ແຂວງກັນດາລ ແລະ ແຂວງຕາແກ້ວ ໂດຍມີມູນຄ່າເຖິງ 1,5 ພັນລ້ານໂດລາສະຫະລັດ ແລະ ເມື່ອການກໍ່ສ້າງສຳເລັດ ສະໜາມບິນນີ້ຈະຖືກຈັດໃຫ້ຢູ່ໃນລະດັບ 4F ເຊິ່ງສູງທີ່ສຸດໃນການຈັດລະດັບສະໜາມບິນຂອງໂລກ.

ກຳປູເຈຍ

ໃນຂະນະທີ່ຜູ້ຊ່ວຍເລຂາທິການ ແລະ ໂຄສະນາ ສຳນັການເລຂາທິການ ການບິນພົນລະເຮືອນຂອງກຳປູເຈຍ ເປີດເຜີຍວ່າ ສະໜາມບິນແຫ່ງໃໝ່ນີ້ ຈະມີບົດບາດສຳຄັນຢ່າງຍິ່ງ ໃນການສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ແລະ ການທ່ອງທ່ຽວຂອງກຳປູເຈຍ ແລະ ຕາມກຳນົດການຫຼ້າສຸດ ໂດຍ CAIC ນັ້ນ, ຄາດວ່າໂຄງການໃນໄລຍະທຳອິດຈະສຳເລັດໃນກາງປີ 2027. ພ້ອມກັນນີ້ ຜູ້ຮັບເໝົາຍັງລະບຸວ່າປັດຈຸບັນ ງານກໍ່ສ້າງສຳເລັດໄປແລ້ວ 50%.

ນອກຈາກນີ້ ແຜນຍັງສະແດງໃຫ້ເຫັນວ່າ ສະໜ່ມບິນແຫ່ງນີ້ ຈະສາມາດຮອງຮັບຜູ້ໂດຍສານໄດ້ 13 ລ້ານຄົນຕໍ່ປີ ໃນໄລຍະທຳອິດ ແລະ ເພີ່ມເປັນ 30 ລ້ານຄົນຕໍ່ປີໃນໄລຍະທີ 2 ໃນປີ 2030 ແລະ 50 ລ້ານຄົນໃນໄລຍະທີ 3 ໃນປີ 2050.

ກຳປູເຈຍ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/