ຄະນະຜູ້ແທນສະພາສູງສຸດແຫ່ງສະຫະພັນຣັດເຊຍ ມາຢ້ຽມຢາມ ສປປ ລາວ ເພື່ອຂະຫຍາຍສາຍສຳພັນ ແລະ ຊ່ວຍເຫຼືອກັນໃນຕໍ່ໜ້າ

ຄະນະຜູ້ແທນສະພາສູງສຸດ

ຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຣັດເຊຍ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຄະນະຜູ້ແທນສະພາສູງ ແຫ່ງສະຫະພັນຣັດເຊຍນໍາໂດຍ ທ່ານ ປາເວວ ຕາຣາການົບ (Pavel Tarakanov) ປະທານຄະນະມິດຕະພາບລັດຖະສະພາ ຣັດເຊຍ-ລາວ ສະມາຊິກກໍາມາທິການງົບປະມານ ແລະ ການເງິນຕະຫຼາດ, ປະທານຄະນະມິດຕະພາບ ລັດຖະສະພາຣັດເຊຍ-ລາວ ຂອງສະພາສູງ ແຫ່ງສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 6-10 ກຸມພາ 2023, ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ກໍເພື່ອປະກອບສ່ວນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງຣັດເຊຍ, ທັງເປັນການຊຸກຍູ້ການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຣັດເຊຍ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາ ສັນຍາ, ສົນທິສັນຍາຂໍ້ຕົກລົງ, ບັນດາໂຄງການລົງທຶນ ແລະ ຮ່ວມມືຕ່າງໆ, ການຄ້າສອງຝ່າຍ, ການທ່ອງທ່ຽວ, ການສຶກສາ ແລະ ວຽກງານອື່ນໆ.

ຄະນະຜູ້ແທນສະພາສູງສຸດ

ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຄຳນັບ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ແລະ ເຂົ້າຢ້ຽມຄຳນັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ນອກຈາກນັ້ນຄະນະຍັງໄດ້ພົບປະເຮັດວຽກກັບ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ສປປ ລາວ ແລະ ຢ້ຽມຢາມສະຖານທີ່ວັດທະນະທຳ ແລະ ທ່ອງທ່ຽວ ຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ, ຈາກນັ້ນຈະເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ເພື່ອສຳຜັດກັບວັດທະນະທຳ, ຮີດຄອງປະເພນີ, ທໍາມະຊາດທີ່ສວຍງາມ ແລະ ອຸດົມສົມບູນ ຂອງເມືອງມໍລະດົກໂລກຕື່ມອີກ.

ຄະນະຜູ້ແທນສະພາສູງສຸດ

ໃນມື້ດຽວກັນ ຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ໄດ້ມີການພົບປະສອງຝ່າຍຮ່ວມກັນ ທີ່ ຫໍສະພາແຫ່ງຊາດ ເພື່ອເປັນການຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ-ລາວ ໃນນາມທີ່ເປັນກົນໄກໜຶ່ງ ຂອງສອງອົງການນິຕິບັນຍັດ ຂອງສອງຝ່າຍແນໃສ່ຊຸກຍູ້ ແລະ ສົ່ງເສີມການພົວພັນ ແລະ ຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ແລະ ສອງອົງການນິຕິບັນຍັດ ກໍຄື ຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ, ໄດ້ຮັບການສົ່ງເສີມການຮ່ວມມືທາງດ້ານການເມືອງເປັນສ່ວນໃຫຍ່, ແຕ່ການຮ່ວມມືດ້ານເສດຖະກິດ ຍັງບໍ່ທັນຫຼາຍ ເນື່ອງຈາກຈຸດພິເສດທາງດ້ານປະເທດທີ່ຢູ່ຫ່າງໄກກັນ, ແຕ່ແນວໃດກໍຕາມ ສອງຝ່າຍ ຈະໄດ້ພ້ອມກັນຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບຕ່າງໆນໍາກັນໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງ ແຫ່ງ ສະຫະພັນ ຣັດເຊຍ, ສືບຕໍ່ສົ່ງສານອວຍພອນກັນໃນໂອກາດວັນສຳຄັນຕ່າງໆ ແລະ ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍຈະຊຸກຍູ້ສອງລັດຖະບານ ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຜ່ານມານີ້ພວກເຮົາໄດ້ເປີດສາຍການບິນໂດຍກົງລະຫວ່າງ ລາວ-ຣັດເຊຍຮ່ວມກັນຢ່າງເປັນທາງການ ພ້ອມກັນນັ້ນ ເຮົາຍັງມີເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນອີກເງື່ອນໄຂໜຶ່ງທີ່ດີໃນການປະກອບສ່ວນເຂົ້າໃນການໄປມາຫາສູ່ເຊິ່ງກັນ ແລະ ກັນ, ມີການຄ້າຂາຍຮ່ວມກັນ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆໃນອະນາຄົດຈະນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

ຄະນະຜູ້ແທນສະພາສູງສຸດ

ຂອບໃຈຂໍ້ມູນຈາກ: https://bit.ly/3jAkx0S

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/