ແນະນຳວິທີໃຊ້ Dawn–AI Avatars ແອັບ AI ສ້າງຮູບພາບສຸດຮິດ ທີ່ສາມາດເຮັດໃຫ້ເຈົ້າ ກາຍເປັນເຈົ້າໃນຫຼາກຫຼາຍເວີຊັ່ນ

ແນະນຳວິທີໃຊ້-dawn-ai-avatars-ແອັບ-ai

ປະຕິເສດບໍ່ໄດ້ເລີຍວ່າ ໃນໄລຍະ 1-2 ອາທິດທີ່ຜ່ານມາ ເຮົາຈະສັງເກດເຫັນວ່າ ໝູ່ເພື່ອນຊາວໂຊຊຽວມີເດຍ ຫຼື ຄົນມີຊື່ສຽງ ຕ່າງກໍພາກັນໂພສ ຮູບພາບ, ວິດີໂອ ຫຼື ປ່ຽນຮູບໂປຣໄຟລ໌ໃໝ່ ໂດຍຮູບພາບດັ່ງກ່າວແມ່ນຈະເປັນຮູບຂອງຕົນເອງໃນອີກເວີຊັ່ນໜຶ່ງ ທີ່ມີສະເໜ່, ໜ້າດຶງດູດ ແລະ ມີຄວາມໜ້າຄົ້ນຫາແບບສຸດໆ. ທັງນີ້ບັນດາຮູບພາບສຸດຮິດທີ່ຫຼາຍໆຄົນເຫັນຢູ່ນັ້ນ ລ້ວນແລ້ວແຕ່ຖືກສ້າງຂຶ້ນຈາກ AI ຂອງແອັບພລິເຄຊັ່ນທີ່ກຳລັງເປັນກະແສຢູ່ຕອນນີ້ຢ່າງ Dawn–AI Avatars ທີ່ມີຄວາມສາມາດສ້າງສັນຮູບພາບຂອງໝູ່ເພື່ອນໃຫ້ກາຍເປັນເຮົາອີກຄົນໃນໂລກອີກໃບ.

ແນະນຳວິທີໃຊ້-dawn-ai-avatars-ແອັບ-ai

ຢ່າງໃດກໍຕາມ ເຊື່ອວ່າຫຼາຍຄົນຍັງບໍ່ຮູ້ວິທີໃຊ້ແອັບພລິເຄຊັ່ນ Dawn – AI Avatars ສະນັ້ນມື້ນີ້ເຮົາຈະພາໝູ່ເພື່ອນມາຮູ້ຈັກວິທີໃຊ້ແອັບນີ້ ວ່າມັນຈະຍາກງ່າຍປານໃດ ຖ້າທຸກຄົນພ້ອມແລ້ວກໍໄປຕິດຕາມພ້ອມໆກັນເລີຍ.

ຂັ້ນຕອນການນໍາໃຊ້ Dawn – AI Avatars :

  1. ພາຍຫຼັງທີ່ຕິດຕັ້ງແອັບພລິເຄຊັ່ນຕົວນີ້ລົງເທິງສະມາດໂຟນຮຽບຮ້ອຍແລ້ວ ໃຫ້ກົດເຂົ້າໄປໃນຕົວແອັບ ໂດຍພາຍໃນຈະແນະນຳວິທີການຕ່າງໆ ເລີ່ມຕົ້ນທີ່ການອັບຮູບພາບສ່ວນຕົວ ໂດຍເຮົາສາມາດອັບຈໍານວນ 8-12 ຮູບພາບທີ່ປຸ່ມ ‘Upload 8-12 Photos’ ຫຼັງຈາກນັ້ນ AI ຂອງຕົວລະບົບແອັບຈະສ້າງຮູບພາບໂປຣໄຟລ໌ Avatar ໃຫ້ກັບຜູ້ໃຊ້ງານແບບຟຣີໆ ຈຳນວນ 50 ຮູບ ໂດຍແຕ່ລະຮູບນັ້ນມີດີໄຊນ໌ທີ່ສວຍງາມແຕກຕ່າງກັນໄປ ແຕ່ຍັງຄົງໂຄງໜ້າເຮົາໄວ້ຢູ່.

ສິ່ງສຳຄັນແມ່ນຢູ່ທີ່ການເລືອກຮູບ ແມ່ນຈະຕ້ອງແນມເຫັນໃບໜ້າທີ່ຊັດເຈນ, ຮູບມີຄວາມລະອຽດຂອງ Pixel, ໃນຮູບຄວນເຫັນໃບໜ້າແບບແຈ້ງໆ ເປັນໃບໜ້າຂອງຜູ້ໃຊ້ງານຄົນດຽວ ໂດຍຮູບພາບນັ້ນສາມາດສະແດງອາລົມທີ່ແຕກຕ່າງກັນໄດ້. ສິ່ງທີ່ຄວນຫ້າມຄື ບໍ່ຄວນເລືອກຮູບທີ່ມີແວ່ນຕາ ຫຼື ມີສິ່ງຂອງມາປິດໜ້າ.

ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
  1. ເມື່ອຜູ້ໃຊ້ງານກົດປຸ່ມ Upload 8-12 Photos ຮຽບຮ້ອຍແລ້ວ ໃຫ້ກົດປຸ່ມ Generate 50 Avatars ລະບົບຈະເຮັດການສົ່ງຮູບພາບຂອງເຈົ້າໄປໃຫ້ AI ແລະເມື່ອ AI ເຮັດການສ້າງຮູບໃຫ້ສຳເລັດແລ້ວ ທາງລະບົບຈະເຮັດການແຈ້ງຜົນການເຮັດວຽກໃຫ້ຜູ້ໃຊ້ໄດ້ຮັບຮູ້ (ເຊິ່ງໃນຂັ້ນຕອນນີ້ທາງແອັບພລິເຄຊັ່ນຈະໃຫ້ຜູ້ໃຊ້ງານທົດລອງໃຊ້ຟຣີ 3 ມື້ ກ່ອນຈະປ່ຽນມາເປັນແບບເສຍເງິນ)
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
  1. ພາຍຫຼັງທີ່ໄດ້ຮັບການແຈ້ງຈາກແອັບລິເຄຊັ່ນ ຜູ້ໃຊ້ງານສາມາດ Save (ບັນທຶກ) ຮູບພາບລົງສະມາດໂຟນ ແລະ ພ້ອມທີ່ຈະອັບໂຫຼດລົງຕາມແພລັດຟອມໂຊຊຽວມີເດຍອື່ນໆ ໄດ້ໃນທັນທີ ແລະສຳລັບຄົນທີ່ບໍ່ພໍໃຈໃນຜົນທີ່ໄດ້ ແລະຮູ້ສຶກຢາກປັບປ່ຽນ ຜູ້ໃຊ້ແມ່ນສາມາດເລືອກປຸ່ມ Generate More Avatars ເພື່ອສ້າງພາບໃໝ່ໂດຍກົດທີ່ປຸ່ມ ‘Create Tag +’  ພຽງເທົ່ານີ້ກໍສາມາດສ້າງສັນຕົວຂອງເຮົາໃຫ້ອີກຮູບແບບໜຶ່ງໄດ້ແລ້ວ.
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai

ສຳລັບໃຜທີ່ສົນໃຈຢາກໃຫ້ AI ສ້າງຕົວຕົນຂອງຕົນເອງຂຶ້ນອີກໃນຫຼາຍໆ ຮູບແບບ ແມ່ນສາມາດດາວໂຫຼດ Dawn – AI Avatars  ໄດ້ຟຣີ ທີ່ຮ້ານຄ້າ Play Store ຂອງລະບົບປະຕິບັດການ Android ແລະ ທີ່ຮ້ານຄ້າ App Store ຂອງລະບົບປະຕິບັດການ iOS ແລະ ຮູບພາບທາງລຸ່ມນີ້ຄືຕົວຢ່າງຂອງຜູ້ທີ່ໃຊ້ Dawn – AI Avatars.

ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai
ແນະນຳວິທີໃຊ້-dawn-ai-avatars-ແອັບ-ai

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/