ແທ້ຫຼືບໍ່ ຖ້າບໍ່ກິນເຂົ້າເຊົ້າແລ້ວສະໝອງຈະເສື່ອມ


ຢ້ອນໄປເມື່ອຕອນທີ່ເປັນເດັກນ້ອຍຫຼາຍຄົນຄົງເຄີຍໄດ້ຍິນປະໂຫຍກທີ່ຜູ້ໃຫຍ່ມັກຈະກ່າວຢູ່ສະເໝີວ່າ “ຖ້າບໍ່ກິນເຂົ້າເຊົ້າລະວັງສະໝອງຈະເສື່ອມ” ຫຼື ບໍ່ກໍຈະກ່າວວ່າ “ເຂົ້າເຊົ້າເປັນຄາບທີ່ສຳຄັນທີ່ສຸດ” ຈົນມັກຈະຖືກສອນໃຫ້ກິນເຂົ້າເຊົ້າຢູ່ເປັນປະຈຳ.

ແຕ່ເມື່ອກ້າວເຂົ້າສູ່ໄວເຮັດວຽກຫຼາຍຄົນຕ້ອງປະເຊີນກັບວິຖີຊີວິດໃນປັດຈຸບັນທີ່ແຂ່ງຂັນກັບເວລາ ເຮັດໃຫ້ຄົນຈຳນວນຫຼາຍເລີ່ມຈະລະເລີຍການກິນເຂົ້າເຊົ້າໄປເນື່ອງຈາກຫຼາກຫຼາຍປັດໄຈບໍ່ວ່າຈະເປັນ: ຄວາມຟ້າວ, ຄວາມລຶ້ງ, ຄວາມສະດວກ ຫຼື ແມ່ນແຕ່ຄວາມຮູ້ສຶກບໍ່ຢາກອາຫານແລ້ວຈົ່ງທ້ອງໄວ້ກິນເຂົ້າທ່ຽງບາດດຽວທັງຍັງປະຢັດເງິນຕື່ມອີກ.

ເຊິ່ງພຶດຕິກຳນີ້ຖືເປັນເລື່ອງປົກກະຕິຂອງຄົນໃນສັງຄົມໄປແລ້ວ ແຕ່ໃນຄວາມເປັນຈິງຄົນເຮົາຈຳເປັນຕ້ອງໄດ້ກິນເຂົ້າເຊົ້າ ເພາະເຂົ້າເຊົ້າຖືເປັນຄາບອາຫານທີ່ສຳຄັນທີ່ສຸດດັ່ງທີ່ຜູ້ໃຫຍ່ຫຼາຍຄົນໄດ້ກ່າວໄວ້ ແລະ ອາຫານເຊົ້າປຽບເໝືອນແຫຼ່ງພະລັງງານທີ່ເຮັດໃຫ້ຮ່າງກາຍຮູ້ສຶກຕື່ນຕົວສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໃນລະຫວ່າງວັນ.

ໃນທາງກົງກັນຂ້າມຖ້າບໍ່ກິນເຂົ້າເຊົ້າຈະເຮັດໃຫ້ຮ່າງກາຍບໍ່ສົດຊື່ນ, ບໍ່ຮູ້ສຶກຕື່ນຕົວ ພ້ອມຍັງເປັນສາເຫດກໍ່ໃຫ້ເກີດໂຣກສະໝອງເສື່ອມອີກດ້ວຍ.

  • ຄຸນປະໂຫຍດ ແລະ ການເຮັດວຽກໃນຮ່າງກາຍ

ໃນຂະນະທີ່ຕື່ນນອນຈາກການພັກຜ່ອນມາຕະຫຼອດຄືນເຮົາບໍ່ໄດ້ກິນອາຫານເປັນເວລາກວ່າ 10 ຊົ່ວໂມງ ສະນັ້ນການກິນເຂົ້າເຊົ້າຈຶ່ງເປັນເຕີມພະລັງງານ ແລະ ສານອາຫານໃຫ້ຮ່າງກາຍເຮົານັ້ນເອງ.

ແພດຍິງ ສິຣິນທອນ ສັນສິຣິການ ຫົວໜ້າໜ່ວຍເວດຊະສາດຜູ້ສູງອາຍຸໂຮງໝໍຣາມາທິບໍດີກ່າວວ່າ “ການອົດອາຫານເຊົ້າເປັນເລື່ອງທີ່ບໍ່ຄວນກະທຳ ເພາະສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດທີ່ສົ່ງໄປເຖິງສະໝອງ ຫາກມີນ້ຳຕານໜ້ອຍເກີນໄປຈະເຮັດໃຫ້ເຊວສະໝອງບາງສ່ວນຢຸດເຮັດວຽກໂດຍທີ່ເຮົາບໍ່ຮູ້ຕົວ ເຊິ່ງເປັນໜຶ່ງໃນສາເຫດທີ່ເຮັດໃຫ້ສະໝອງເສື່ອມ ສະນັ້ນ, ສະໝອງຈະດີຫຼືບໍ່ແມ່ນຂຶ້ນຢູ່ກັບລະດັບນ້ຳຕານໃນເລືອດທີ່ມາລ້ຽງສະໝອງ ເພາະລະດັບນ້ຳຕານບໍ່ວ່າຈະສູງຫຼືຕ່ຳກໍລ້ວນມີຜົນຕໍ່ສະໝອງ, ອາລົມ ແລະ ຄວາມຄິດຂອງເຮົາເຊັ່ນ: ໃນຜູ້ສູງອາຍຸເວລາຫິວເຂົ້າຫຼາຍກໍຈະມີອາການງ່ວມເຫງົາເພາະລະດັບນ້ຳຕານໃນເລືອດຕ່ຳນັ້ນເອງ”

ນອກນີ້ ງານວິໄຈໃນຕ່າງປະເທດຫຼາຍອັນກໍໄດ້ກ່າວເຖິງຄວາມຈຳເປັນ ແລະ ປະໂຫຍດຂອງອາຫານເຊົ້າວ່າມັນມີຜົນຕໍ່ການເຮັດວຽກ ແລະ ຮໍໂມນຕ່າງໆໃນຮ່າງກາຍໂດຍສະເພາະເດັກນ້ອຍ ແລະ ເດັກທີ່ມີອາຍຸໃນໄວອະນຸບານຈົນເຖິງປະຖົມ.

ອາຫານເຊົ້າມີສ່ວນສຳຄັນຊ່ວຍສົ່ງເສີມພັດທະນາການຕ່າງໆຂອງຮ່າງກາຍ ແລະ ສະໝອງເດັກເຊັ່ນດຽວກັນກັບໄວໜຸ່ມສາວ ແລະ ໄວເຮັດວຽກທີ່ອາຫານເຊົ້າມີຜົນຕໍ່ສະໝອງດ້ານການຮຽນຮູ້ ການຈື່ຈຳ ຫາກໄດ້ຮັບອາຫານເຊົ້າພຽງພໍຈະເຮັດໃຫ້ມີສະມາທິດີ, ສະໝອງປອດໂປ່ງ ແລະ ສົ່ງຜົນໃຫ້ອາລົມດີ ທັງນີ້ຍັງພົບວ່າການກິນອາຫານເຊົ້າຊ່ວຍຫຼຸດຄວາມສ່ຽງໃນການເກີດໂຣກສະໝອງເສື່ອມເມື່ອເຂົ້າສູ່ໄວຜູ້ໃຫຍ່ອີກດ້ວຍ.

  • ອາການໂຣກສະໝອງເສື່ອມ

ສະໝອງເສື່ອມເປັນພາວະທີ່ສະໝອງມີການເຮັດວຽກດ້ອຍລົງຈົນສົ່ງຜົນຕໍ່ຊີວິດປະຈຳວັນ ຜູ້ປ່ວຍໂຣກສະໝອງເສື່ອມຈະເລີ່ມປະກອບມີກຸ່ມອາການດັ່ງນີ້: ຫຼົງລືມງ່າຍ, ລືມສະຖານທີ່ທີ່ລຶ້ງເຄີຍ, ໄລ່ເງິນຜິດຕະຫຼອດ, ຜິດພາດໃນການກະໄລຍະ, ຄິດຄໍາເວົ້າຍາກຂຶ້ນ ຫຼື ໃຊ້ຄໍາຜິດຕະຫຼອດ, ບໍ່ມີສະມາທິເທົ່າທີ່ຄວນລວມໄປເຖິງການຕັດສິນໃຈທີ່ຜິດພາດຫຼາຍຂຶ້ນ ເຊິ່ງອາການເຫຼົ່ານີ້ມີຜົນກະທົບຕໍ່ການໃຊ້ຊີວິດປະຈຳວັນ, ສ້າງຄວາມທຸກໃຈໃຫ້ແກ່ຜູ້ປ່ວຍ ແລະ ຄົນອ້ອມຂ້າງ

  • ອາຫານເຊົ້າທີ່ແນະນຳ

ໄຂ່ແດງ, ນົມ, ປາເປັນຄໍຳຕອບທີ່ດີຕໍ່ສະໝອງ ເພາະໃນອາຫານເຫຼົ່ານີ້ມີສານອາຫານສໍາຄັນຄືກົດໄຂມັນໂອເມກ້າ 3 ທີ່ຊ່ວຍໃນການຮຽນຮູ້ ການຈື່ຈໍາ ແລະ ຫຼຸດຄວາມສ່ຽງຈາກໂຣກສະໝອງເສື່ອມ ເຊິ່ງກົດໄຂມັນໂອເມກ້າ 3 ເປັນກົດໄຂມັນທີ່ສຳຄັນຂອງເຊວສະໝອງໂດຍຮ່າງກາຍຕ້ອງການກົດດັ່ງກ່າວຈາກອາຫານຢ່າງສະໝ່ຳສະເໝີ.

ສ່ວນອາຫານທີ່ເປັນອັນຕະລາຍຕໍ່ສະໝອງ ແລະ ຄວນຫຼີກເວັ້ນແມ່ນອາຫານທີ່ມີໄຂມັນສູງເຊັ່ນ: ຊີ້ນສັດຕິດມັນ, ຂອງຈືນ, ຂອງມັນຕ່າງໆ ເພາະຫາກຮັບປະທານຫຼາຍເກີນໄປໄຂມັນຈະອຸດຕັນຕາມຜະໜັງຫຼອດເລືອດ ເຊິ່ງເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດໂຣກສະໝອງເສື່ອມນັ້ນເອງ.

ແຫຼ່ງທີ່ມາ:

https://rb.gy/x3b37

https://rb.gy/u9v7x

https://shorturl.at/epzEQ

https://shorturl.at/pxDK8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/