ຜົນສຳຫຼວດພົບ ກຸ່ມ Gen Z ເປັນກຸ່ມທີ່ມີຄວາມວິຕົກກັງວົນຫຼາຍທີ່ສຸດໃນບ່ອນເຮັດວຽກ


ເນື່ອງຈາກຄວາມບໍ່ໝັ້ນຄົງ ແລະ ການປ່ຽນແປງຢ່າງຕໍ່ເນື່ອງໄວວາຂອງສັງຄົມໃນຫຼາຍປີທີ່ຜ່ານມາເຮັດໃຫ້ພະນັກງານຫຼາຍຄົນເກີດຄວາມວິຕົກກັງວົນ ແລະ ຂະນະນີ້ທີ່ອັດຕາການປົດພະນັກງານມີເພີ່ມຫຼາຍຂຶ້ນ, ຄ່າຈ້າງ ຫຼື ເງິນເດືອນພັດບໍ່ເພີ່ມຂຶ້ນຕາມອັດຕາເງິນເຟີ້ເຮັດໃຫ້ພວກເຂົາເຫຼົ່ານີ້ເກີດຄວາມກົດດັນ ແລະ ວິຕົກກັງວົນຫຼາຍກວ່າທີ່ຜ່ານມາ.

ອີງຕາມຜົນສຳຫຼວດ Cigna International Health ໃນປີ 2023 ທີ່ສອບຖາມພະນັກງານຈຳນວນເກືອບ 12,000 ຄົນທົ່ວໂລກພົບວ່າ 91% ຂອງບັນດາຄົນເຮັດວຽກທີ່ທີ່ມີອາຍຸຕັ້ງແຕ່18-24 ປີກໍາລັງປະເຊີນໜ້າກັບພາວະຄວາມຄຽດທີ່ຫຼາຍກວ່າປົກກະຕິສູງເຖິງ 84%.

ຜົນສຳຫຼວດຍັງລະບຸອີກວ່າກຸ່ມ Gen Z (ຜູ້ທີ່ເກີດລະຫວ່າງປີ 1997-2012) ເປັນກຸ່ມທີ່ມີຄວາມຄຽດສູງສຸດທຽບກັບປະຊາກອນກຸ່ມອື່ນໃນບ່ອນເຮັດວຽກເຊິ່ງພວກເຂົາກໍກຳລັງຕໍ່ສູ້ກັບສະພາວະດດັ່ງກ່າວ ໜຶ່ງໃນສີ່ຂອງກຸ່ມ Gen Z ບອກວ່າພວກເຂົາກຳລັງປະສົບກັບຄວາມຄຽດທີ່ບໍ່ສາມາດຈັດການໄດ້ ແລະ ອີກຈຳນວນ 98% ບອກວ່າພວກເຂົາຕ້ອງຕໍ່ສູ້ຢ່າງໜັກເພື່ອຮັບມືກັບອາການໝົດໄຟຂອງຕົນເອງ.

ແລ້ວເປັນຫຍັງກຸ່ມ Gen Z ຜູ້ເຊິ່ງມີອາຍຸໜ້ອຍສຸດປຽບເໝືອນນ້ອງນ້ອຍໃນບ່ອນເຮັດວຽກ ຈຶ່ງມີຄວາມກັງວົນ ຫຼື ບັນຫາຫຼາຍທີ່ສຸດໃນບ່ອນເຮັດວຽກ?

  • ຄວາມບໍ່ແນ່ນອນໃນການເຮັດວຽກ

ເຖິງແມ່ນວ່າສະຖານະການການລະບາດຄັ້ງໃຫຍ່ຂອງໂຄວິດ-19 ຈະສິ້ນສຸດລົງແລ້ວແຕ່ກໍຕ້ອງຍອມຮັບວ່າຄວາມວຸ້ນວາຍກໍຍັງຄົງມີຢູ່ຈົນມາເຖິງປີນີ້ເຮັດໃຫ້ມີພະນັກງານຈຳນວນຫຼາຍກຳລັງຕົກຢູ່ໃນພາວະວິຕົກກັງວົນ.

ໂດຍເຫັນໄດ້ຈາກໄລຍະທີ່ຜ່ານມາທີ່ມີພະນັກກງານບາງກຸ່ມທີ່ໄດ້ປັບຮູບແບບການເຮັດວຽກໃຫ້ມີຄວາມຫົດຢືດຫຼາຍຂຶ້ນຄືປ່ຽນຈາກການເຮັດວຽກຢູ່ຫ້ອງການເປັນການເຮັດວຽກອອນລາຍແທນ ແຕ່ຫຼັງຈາກທີ່ວິກິດການຜ່ອນຄາຍລົງຈົນດີຂຶ້ນເຈົ້າຂອງບໍລິສັດ ຫຼື ນາຍຈ້າງກໍເລີ່ມຮຽກຮ້ອງໃຫ້ກຸ່ມຄົນເຮັດວຽກກັບໄປເຮັດວຽກຢູ່ຫ້ອງການຕາມເດີມ.

ແຕ່ໃນຂະນະດຽວກັນຄວາມຜັນຜວນທາງເສດຖະກິດກໍຍັງປາກົດໃຫ້ເຫັນລວມເຖິງຫຼາຍບໍລິສັດກໍເລີ່ມປົດພະນັກງານອອກຢູ່ເລື້ອຍໆປະກອບກັບຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຊ້ຳຍັງຕ້ອງມາວິຕົກກັງວົນຢ້ານວ່າຕົນເອງຈະຕົກງານອີກ.

  • ຄ່າຈ້າງ ຫຼື ເງິນເດືອນ

ໃນເດືອນຕຸລາປີ 2022 ຂໍ້ມູນຈາກອົງກອນໃຫ້ຄຳປຶກສາດ້ານການຈັດການ McKinsey and Company ສະແດງໃຫ້ເຫັນວ່າກຸ່ມ Gen Z ກວ່າ 26% ຮູ້ສຶກວ່າເງິນເດືອນທີ່ໄດ້ຮັບນັ້ນບໍ່ໄດ້ຊ່ວຍໃຫ້ພວກເຂົາມີຄຸນະພາບຊີວິດທີ່ດີຂຶ້ນໃນເສດຖະກິດປັດຈຸບັນ

ເຮັດໃຫ້ຄົນໄວນີ້ຈຳເປັນຕ້ອງໄດ້ໃຊ້ເງິນໜ້ອຍລົງ, ປະຢັດເງິນຫຼາຍຂຶ້ນ ແລະ ຫຼາຍຄົນຍັງໃຊ້ເງິນແບບເດືອນຕໍ່ເດືອນ ອີກທັງຕ້ອງສູ້ຊົນຫຼາຍກວ່າຄົນຮຸ່ນອື່ນໆເຖິງຈະສາມາດບັນລຸເປົ້າໝາຍສຳຄັນທີ່ຕັ້ງໄວ້ຢ່າງເຊັ່ນ: ການມີເຮືອນເປັນຂອງຕົວເອງເປັນຕົ້ນ.

  • ສະພາບແວດລ້ອມບໍ່ເປັນມິດ

ຜູ້ຊ່ຽວຊານລະບຸວ່າກຸ່ມ Gen Z ເກີດຄວາມຄວາມວິຕົກກັງວົນໄດ້ງ່າຍຈາກການເຮັດວຽກໃນສະພາບແວດລ້ອມທີ່ບໍ່ເປັນມິດ.

ຖ້າອະທິບາຍໃຫ້ເຫັນພາບງ່າຍໆຄືພວກເຂົາເລີ່ມຕົ້ນເຮັດວຽກໃນໄລຍະທີ່ຫຼາຍສິ່ງຫຼາຍຢ່າງກຳລັງປ່ຽນແປງຜັນຜວນເຮັດໃຫ້ມີໂອກາດໜ້ອຍໃນການສ້າງຄວາມສຳພັນກັບໝູ່ຮ່ວມງານ ແລະ ບໍ່ຄ່ອຍໄດ້ມີສ່ວນຮ່ວມໃນບ່ອນເຮັດວຽກ ຈຶ່ງເຮັດໃຫ້ພວກເຂົາຮູ້ສຶກເໝືອນຢູ່ໃນສະພາບແວດລ້ອມທີ່ຕ້ອງຮຽນຮູ້ດ້ວຍຕົນເອງຄົນດຽວ

ຈາກຂໍ້ມູນຍັງຊີ້ໃຫ້ເຫັນວ່າກຸ່ມ Gen Z ນັ້ນຕ້ອງປະເຊີນບັນຫາກັບການເຮັດວຽກໃນສະພາບແວດລ້ອມບໍ່ເປັນມິດ, ບັນຫາສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍຫຼາຍກວ່າຄົນກຸ່ມອື່ນ ພ້ອມຍັງບໍ່ສາມາດເປີດເຜີຍຕົວຕົນທັງໝົດໃນບ່ອນເຮັດວຽກໄດ້ອີກດ້ວຍ.

ແຫຼ່ງທີ່ມາ:

https://shorturl.at/kzNU1

https://shorturl.at/gJKW2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/