ແຕກຕື່ນ! Apple Vision Pro ບລັອກການຫຼິ້ນວິດີໂອຜູ້ໃຫຍ່ແບບ VR


ບໍ່ແມ່ນເລື່ອງແປກທີ່ຜູ້ໃຊ້ບາງສ່ວນໃຊ້ Apple Vision Pro ສຳລັບການຮັບຊົມວິດີໂອຜູ້ໃຫຍ່ ແຕ່ຄວາມເຈັບປວດໄດ້ເກີດຂຶ້ນແລ້ວ ເມື່ອທາງ Apple Vision Pro ໄດ້ບລັອກການຫຼິ້ນວິດີໂອຜູ້ໃຫຍ່ໃນຮູບແບບ VR ເຮັດໃຫ້ຜູ້ໃຊ້ງານບາງກຸ່ມແຕກຕື່ນກັນເລີຍ.

ຕອນນີ້ກຳລັງເປັນວາລະສຳຄັນໃນ Reddit ເມື່ອຜູ້ໃຊ້ງານຕ່າງກໍຫາວິທີການທີ່ຈະມາປົດບລັອກການແບນຂອງທາງ Apple Vision Pro ທີ່ບໍ່ສາມາດຮັບຊົມການຫຼິ້ນວິດີໂອຜູ້ໃຫຍ່ໃນແບບ VR ໄດ້ ໂດຍມີຜູ້ໃຊ້ງານ Reddit ຄົນໜຶ່ງໄດ້ຂຽນວ່າ “ຂ້ອຍເຊື່ອວ່າດຽວຈະມີແອັບທີ່ອະນຸຍາດໃຫ້ຫຼິ້ນວິດີໂອຜູ້ໃຫຍ່ໄດ້ ແຕ່ຕອນນີ້ Safari ປິດການເຂົ້າເຖິງຄອນເທັນພວກນັ້ນ”.

ແຕ່ຢ່າງໃດກໍຕາມ ເຖິງ Apple Vision Pro ຈະບລັອກຄອນເທັນອະນາຈານ ເຊັ່ນວິດີໂອແບບ VR ຈາກເວັບໄຊຜູ້ໃຫຍ່ຊື່ດັງ ແຕ່ກໍຍັງສາມາດຮັບຊົມໄດ້ຕາມປົກກະຕິ ແຕ່ຈະເປັນແບບຈໍແບນ ທີ່ບໍ່ສາມາດແຍກຊ້າຍ-ຂວາ ໃນຮູບແບບຂອງ VR ໄດ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/