ສປປ ລາວ ແລະ ແຂວງເຮີຍຫຼົງຈ່ຽງ ສປ ຈີນ ເພີ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ


ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)  ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT)  ສາຂາ ແຂວງ ເຮີຍຫຼົງຈ່ຽງ, ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ.

ເມື່ອບໍ່ດົນມານີ້ ທ່ານ ນ ຈັນທະຈອນ ວົງໄຊ  ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຕ້ອນຮັບ ຄະນະສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ ນໍາໂດຍ ທ່ານ  ຫລີ ຊວນ ເຊິງ  ຮອງເລຂາທິການ ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ.

ຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເພີ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະ ສປປ ລາວ ແລະ ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນ ເຊັ່ນ: ຂະແໜງອຸດສາຫະກຳການຜະລິດ, ອຸປະກອນຜະລິດກະສິກຳ, ກົນຈັກ, ການປຸງແຕ່ງກະສິກຳ, ການສຶກສາ ແລະ ອື່ນໆ.

ໃນການພົບປະກັນໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ເຊິ່ງຕາງໜ້າ ສຄອຊ ໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ແລະ ຕາງໜ້າ CCPIT ແຂວງ ເຮີຍຫຼົງຈ່ຽງ ໂດຍ ທ່ານ ຫຼີ ຊວນ ເຊິງ  ຮອງເລຂາທິການ CCPIT ແຂວງ ເຮີຍຫຼົງຈ່ຽງ, ການເຊັນບົດບັນທຶກດັ່ງກ່າວ ຈະເປັນບາດກ້າວໜຶ່ງທີ່ສຳຄັນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ເພື່ອພ້ອມກັນຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ແຂວງ ເຮີຍຫຼົງຈ່ຽງ ໃຫ້ປາກົດຜົນເປັນຈິງ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນນີ້ CCPIT ແຂວງ ເຮີຍຫຼົງຈ່ຽງ ໄດ້ເຊື້ອເຊີນໃຫ້ ສຄອຊ ລະດົມຫົວໜ່ວຍທຸລະກິດເຂົ້າຮ່ວມງານສຳຄັນທີ່ ແຂວງ ເຮີຍຫຼົງຈ່ຽງ ເຊັ່ນ: ງານວາງສະແດງ ຈີນ – ຣັດເຊຍ ຄັ້ງທີ 8, ງານວາງສະແດງສິນຄ້ານໍາເຂົ້າສົ່ງອອກສິນຄ້າ ນະຄອນຮາບິນ ຄັ້ງທີ 33 ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 15-19 ພຶດສະພາ 2024 ທີ່ ນະຄອນ ຮາບິນ, ແຂວງ ເຮີຍຫຼົງຈ່ຽງ ແລະ ອື່ນໆ. ເຊິ່ງຈະເປັນເວທີໜຶ່ງທີ່ສຳຄັນໃນການໂຄສະນາເຜີຍແຜ່ສິນຄ້າລາວສູ່ຕະຫຼາດ ຈີນ, ຣັດເຊຍ ແລະ ສາກົນ ພ້ອມທັງເປັນເວທີໃນການແລກປ່ຽນບົດຮຽນການດືງດູດການລົງທຶນ ແລະ ຊອກຫາຄູ່ຮ່ວມທຸລະກິດ ເພື່ອພ້ອມກັນພັດທະນາໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ໄດ້ກ່າວວ່າ: “ສຄອຊ ມີຄວາມຍິນດີທີ່ຈະລະດົມຫົວໜ່ວຍທຸລະກິດ ລາວ ທີ່ມີທ່າແຮງເຂົ້າຮ່ວມງານວາງສະແດງດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮ່ວມມື ແລະ ເປີດໂອກາດທາງທຸລະກິດໃຫ້ກັບທັງ 2 ຝ່າຍ”.

ພ້ອມດຽວກັນນີ້ ຮອງປະທານ ສຄອຊ ຍັງໄດ້ສະເໜີຂໍນະໂຍບາຍພິເສດແກ່ຫົວໜ່ວຍທຸລະກິດລາວກ່ຽວກັບລາຄາເຊົ່າຫ້ອງວາງສະແດງ, ທີ່ພັກເຊົາ ແລະ ອື່ນໆ ເພື່ອຫຼຸດຜ່ອນຕົ້ນທຶນໃນການເຂົ້າຮ່ວມງານ ແລະ ຍັງໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຈາກ ແຂວງເຮີຍຫຼົງຈ່ຽງ ເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ ຮ່ວມກັນຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງ ລາວ – ແຂວງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທີຜົນ.

ແຂວງ ເຮີຍຫຼົງຈ່ຽງ ນອກຈາກມີທ່າແຮງທາງດ້ານອຸດສາຫະກຳການຜະລິດ, ການປຸງແຕ່ງກະສິກຳ, ເຄື່ອງກົນຈັກຍັງມີຫຼາຍແຫຼ່ງທ່ອງທ່ຽວທີ່ມີຊື່ສຽງປະສົມປະສານວັດທະນາທຳ ອາຊີ ແລະ ຢູໂຣບ, ໂດຍສະເພາະແມ່ນ ງານມະຫາກຳແກະສະຫຼັກຫິມະ ແລະ ນໍ້າກ້ອນ ແລະ ອື່ນໆ ເຊິ່ງເປັນອີກ 1 ທ່າແຮງໃນການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນາທຳ ຂອງສອງຝ່າຍ. 

https://www.facebook.com/LNCCI/posts/pfbid08T7snTCKkvu9gCSkz7Hmmtghurn4fbEJs9HQ6mMhpgyB58wdUk1CQEjcMnJaD4ukl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/