ເຮືອບັນທຸກສິນຄ້າໃນດູໄບລະເບີດ ມີຄວາມແຮງໄກເຖິງ 25 ກິໂລແມັດ


ເມື່ອວັນທີ 8 ກໍລະກົດທີ່ຜ່ານມາເວັບໄຊສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຮຸນແຮງບໍລິເວນທ່າເຮືອ ເຈເບວ ອາລີ ເຊິ່ງເປັນໜຶ່ງໃນທ່າເຮືອທີ່ໃຫຍ່ທີ່ສຸດໃນໂລກ ຕັ້ງຢູ່ນະຄອນດູໄບ ປະເທດສະຫະລັດອາຣັບເອມິເລດ ໂດຍຕົ້ນຕໍການເກີດລະເບີດແມ່ນເກີດຈາກເຮືອບັນທຸກສິນຄ້າລຳໜຶ່ງທີ່ຈອດທຽບທ່າຢູ່ທ່າເຮືອແຫ່ງນີ້.

ແຮງລະເບີດດັ່ງກ່າວ ໄດ້ກະຈາຍແຮງໄຟລອຍຂຶ້ນໄປເທິງອາກາດ ແລະ ສົ່ງຜົນໃຫ້ເກີດເເຮງສັ່ນສະເທືອນເປັນວົງກວ້າງໃນລັດສະໝີ 25 ກິໂລແມັດ. ໂດຍບໍລິເວນໃກ້ຄຽງຈຸດເກີດເຫດມີພື້ນທີ່ພັກອາໄສຢູ່ 3 ເຂດ ເເລະ ປະຊາຊົນທີ່ຢູ່ໃນອາຄານບ້ານເຮືອນບໍລິເວນນັ້ນແມ່ນສາມາດຮັບຮູ້ໄດ້ເຖິງແຮງສັ່ນສະເທືອນ ເຊິ່ງໃນເບື້ອງຕົ້ນແມ່ນຍັງບໍ່ທັນມີຕົວເລກຜູ້ເສຍຊີວິດ ຫຼື ບາດເຈັບ ແລະ ຍັງບໍ່ທັນມີການເປີດເຜີຍຄວາມເສຍຫາຍທີ່ເກີດຂຶ້ນກັບທ່າເຮືອອອກມາຊັດເຈນ.

ນອກຈາກນັ້ນ, ດ້ານຫ້ອງການຂໍ້ມູນຂ່າວສານຂອງດູໄບ ຍັງລາຍງານວ່າ ເຫດການທີ່ເກີດລະເບີດເທິງເຮືອສິນຄ້າທີ່ຈອດໃນທ່າເຮືອດັ່ງກ່າວ ຫຼ້າສຸດແມ່ນເຈົ້າໜ້າທີ່ດັບເພີງສາມາດຄວບຄຸມໄດ້ແລ້ວຫຼັງຈາກທີ່ພະຍາຍາມຄຸມໄຟໄໝ້ຢູ່ເປັນເວລາເຖິງ 2 ຊົ່ວໂມງ ແລະ ຕອນນີ້ກຳລັງເລີ່ມຂະບວນການລົດຄວາມຮ້ອນໃຫ້ເຮືອ ພ້ອມກັບສອບສວນເຫດການທີ່ເກີດຂຶ້ນຕໍ່ໄປ.

ທີ່ມາ: https://www.thairath.co.th/news/foreign/2135262

ພາບ: thairath, ONE 31

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/