ອັງກິດເປີດ Cafe ແມວຈອນຈັດທີ່ສາມາດໃຫ້ລູກຄ້າຮັບໄປລ້ຽງຢູ່ເຮືອນໄດ້


ຫຼາຍຄົນອາດຈະຄຸ້ນເຄີຍກັບຮ້ານຄາເຟແມວດີ ເວລາທີ່ໄປຄາເຟກໍຈະມີນ້ອງແມວຫຼາຍໂຕ ສາຍພັນຕ່າງໆທີ່ລາຄາແພງມາບໍລິການແຈກຄວາມໜ້າຮັກກັນຖ້ວນໜ້າ ແຕ່ຄາເຟແມວທີ່ນະຄອນລອນດອນແຫ່ງນີ້ແຕກຕ່າງຈາກບ່ອນອື່ນ ເພາະເປັນຄາເຟແມວທີ່ນຳເອົາແມວຈອນຈັດທີ່ຖືກຖິ້ມມາໃຫ້ລູກຄ້າໄດ້ຮັບຊົມຄວາມໜ້າຮັກ ແລະ ສາມາດນຳກັບໄປລ້ຽງຢູ່ເຮືອນໄດ້.

ຮ້ານ Java Whiskers ຕັ້ງຢູ່ໃຈກາງນະຄອນລອນດອນ ປັດຈຸບັນມີແມວ 9 ໂຕ, ທັງໝົດເປັນແມວທີ່ທາງຮ້ານຮັບມາຈາກສະຖານສົງເຄາະ ເພື່ອໃຫ້ແມວເຫຼົ່ານັ້ນໄດ້ຢູ່ໃນສະພາບແວດລ້ອມຄືເຮືອນ ແລະ ໄດ້ລຶ້ງເຄີຍກັບຄົນ ເພື່ອໃຫ້ພວກມັນໄດ້ມີໂອກາດຖືກຮັບໄປລ້ຽງອີກຄັ້ງ.

ຣູອີ ອາບູໂນ ກ່າວວ່າ ໄລຍະລັອກດາວມີຄົນເອົາສັດລ້ຽງມາລ້ຽງຢ່າງຫຼວງຫຼາຍ ດັ່ງນັ້ນຈຶ່ງເກີດບັນຫາຕາມມາ. ເມື່ອພວກເຂົາກັບໄປເຮັດວຽກ ແລະ ບໍ່ມີເວລາໃຫ້ສັດລ້ຽງ ຈຶ່ງເຮັດໃຫ້ສັດລ້ຽງຈຳນວນຫຼາຍມີປາຍທາງເປັນສະຖານທີ່ສົງເຄາະສັດ ຫຼື ບາງໂຕກໍໂຊກຮ້າຍກວ່ານັ້ນ, ທາງຮ້ານມີເປົ້າໝາຍໃຫ້ສັງຄົມຄຳນຶງເຖິງບັນຫາແມວຈອນຈັດ ແລະ ສົ່ງເສີມໃຫ້ຄົນເລືອກທີ່ຈະຮັບແມວພວກນີ້ໄປລ້ຽງຫຼາຍກວ່າໄປຊື້ແມວມາລ້ຽງ.

ລູກຄ້າທີ່ມາໃຊ້ບໍລິການກັບທາງຮ້ານຫຼາຍຄົນບອກວ່າ ການໄດ້ມາຫຼິ້ນກັບແມວໃນຄາເຟແຫ່ງນີ້ ຊ່ວຍໃຫ້ພວກເຂົາຮູ້ສຶກຜ່ອນຄາຍ ແລະ ຊ່ວຍບຳບັດຈິດໃຈໄດ້.

ຂອບໃຈຂໍ້ມູນຈາກ: https://bbc.in/3wq543T

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/