Peter Scott-Morgan ຊາຍຜູ້ທີ່ປ່ຽນຕົນເອງໃຫ້ກາຍເປັນ Cyborg ເພື່ອຕໍ່ຊີວິດຈາກພະຍາດຮ້າຍແຮງ


ຫຼາຍໆເທື່ອເຮົາອາດຈະພົບເຫັນ ຄົນທີ່ປະສານຕົນເອງເຂົ້າກັບເຄື່ອງຈັກ ຫຼື ອຸປະກອນອີເລັກໂທຣນິກ ເຊິ່ງກໍ່ໃຫ້ເກີດເປັນ “Cyborg” (ໄຊບອກ) ຢູ່ໃນກາຕູນ ຫຼື ຮູບເງົາຕ່າງໆ ແຕ່ໃນຄວາມເປັນຈິງກໍໄດ້ມີນັກວິທະຍາສາດທີ່ຍອມປ່ຽນຕົນເອງໃຫ້ເປັນໄຊບອກເຊັ່ນກັນ, ບໍ່ແມ່ນເພື່ອເສີມສ້າງທັກສະທາງຮ່າງກາຍແຕ່ຢ່າງໃດ ແຕ່ເປັນການຊ່ວຍຊີວິດຂອງລາວຈາກໂລກຮ້າຍທີ່ເປັນຢູ່.

Dr.Peter Scott-Morgan ນັກວິທະຍາສາດທາງດ້ານຫຸ່ນຍົນຄົນທຳອິດຂອງອັງກິດ ແລະ ເທັກໂນໂລຢີ AI ໄດ້ຍອມປ່ຽນຕົນເອງໃຫ້ເປັນ ໄຊບອກ ເພື່ອຊ່ວຍຊີວິດຂອງຕົນເອງຈາກພະຍາດກຸ່ມເຊວປະສາດສັ່ງການເສື່ອມ (Motor Neuron Disease).

ເລື່ອງເກີດຂຶ້ນເມື່ອປີ 2017 Peter Scott-Morgan ໄດ້ຮູ້ວ່າຕົນເອງເປັນພະຍາດເຊວປະສາດສັ່ງການເສື່ອມ ແລະ ເປັນແບບຮ້າຍແຮງ ຈົນເຮັດໃຫ້ສະພາບຮ່າງກາຍເສື່ອມລົງຢ່າງໜັກ ຈົນຈະເຮັດໃຫ້ຮ່າງກາຍຂອງລາວເປັນອຳມະພາດໝົດຕົວ ເຊິ່ງໝໍກໍໄດ້ສັນນິຖານວ່າ Peter ຈະສາມາດມີຊີວິດຢູ່ໄດ້ພຽງ 2 ປີ.

ຫາກເປັນຄົນປົກກະຕິຫຼາຍຄົນກໍຄົງຈະຍອມແພ້ຕໍ່ການມີຊີວິດ ແລະ ອາດຈະກຽມຕົວຕາຍຢ່າງສະຫງົບ ແຕ່ສິ່ງທີ່ Peter ເລືອກທີ່ຈະເຮັດກໍຄືການປ່ຽນແປງຕົນເອງໃຫ້ກາຍເປັນ “Cyborg” ແລະ ລາວກໍຕ້ອງເຮັດທຸກຢ່າງໃຫ້ທັນກ່ອນທີ່ຮ່າງກາຍຂອງຈະບໍ່ສາມາດເຄື່ອນໄຫວໄດ້ອີກຕໍ່ໄປ.
ການກຽມຕົວໃນຂັ້ນທຳອິດນັ້ນ Peter ໄດ້ແນໄປໃສ່ເລື່ອງການສື່ສານ ເພາະເມື່ອບໍ່ສາມາດເໜັງຮ່າງກາຍໄດ້ລາວກໍຈະບໍ່ສາມາດເວົ້າ ຫຼືສື່ສານກັບຄົນອື່ນໄດ້. ເທັກໂນໂລຢີ ໃນການສື່ສານສຳລັບຜູ້ທີ່ເປັນອຳມະພາດ ແມ່ນໄດ້ມີການນຳໃຊ້ຢູ່ແລ້ວ (ແບບທີ່ໃຊ້ກັບ Stephen Hawking) ແຕ່ມັນກໍຍັງສາມາດພັດທະນາຕື່ມຂຶ້ນໄປອີກໃຫ້ສາມາດ “ບັນທຶກສຽງ” ຂອງຕົນເອງເວລາເວົ້າປະໂຫຍກຕ່າງໆໄວ້ ກ່ອນຈະບໍ່ສາມາດເວົ້າໄດ້, ເພື່ອຈະນຳເອົາສຽງທີ່ບັນທຶກໄວ້ນັ້ນມາເປັນສຽງທີ່ຈະໃຊ້ສື່ສານຜ່ານເຄື່ອງມືສື່ສານຂອງຂອງຄົນທີ່ເປັນອຳມະພາດ ເຊິ່ງ Peter Scott-Morgan ກໍໄດ້ບັນທຶກຂໍ້ຄວາມເອົາໄວ້ກ່ອນຈະເວົ້າບໍ່ໄດ້ເຖິງ 20,000 ຂໍ້ຄວາມ.

ຜ່ານໄປສຳລັບຂັ້ນຕອນການກຽມພ້ອມດ້ານການສື່ສານທີ່ຖືວ່າເປັນພຽງຂັ້ນພື້ນຖານເທົ່ານັ້ນ ຕໍ່ມາ Peter ໄດ້ຜ່າຕັດກ່ອງສຽງອອກກ່ອນທີ່ຈະບໍ່ສາມາດຫາຍໃຈໄດ້ ແລະ ໃສ່ເຄື່ອງຊ່ວຍຫາຍໃຈອັດຕະໂນມັດເຂົ້າໄປແທນ. ນອກຈາກນີ້ລາວຍັງໄດ້ ເຈາະກະເພາະຂອງຕົນເອງ ເພື່ອໃຫ້ສາມາດຮັບອາຫານເຂົ້າໄປໃນກະເພາະໄດ້ໂດຍບໍ່ຕ້ອງຜ່ານລຳຄໍ.

ຈາກການຍອມປ່ຽນແປງຕົນເອງໃຫ້ກາຍເປັນ Cyborg ຂອງ Peter ໃນມື້ນັ້ນ ກໍໄດ້ເຮັດໃຫ້ລາວສາມາດເອົາຊະນະພະຍາດເຊວປະສາດສັ່ງການເສື່ອມໂຊມໄດ້. ຈາກທີ່ໃນປີ 2017 ທ່ານໝໍເຄີຍບອກວ່າລາວຈະສາມາດຢູ່ໄດ້ພຽງ 2 ປີ, ຕັດກັບມາທີ່ປັດຈຸບັນ 2021 ລາວກໍຍັງຄົງມີຊີວິດຢູ່ ແລະ ຍັງສາມາດສື່ສານພ້ອມທັງໃຊ້ຊີວິດຮ່ວມກັບຜູ້ຄົນໄດ້ ຈົນກວ່າຈະໝົດອາຍຸຕາມທຳມະຊາດ.

ຂໍຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/