ເມືອງ ມະນິລາ ຂຶ້ນເປັນເມືອງໃຫຍ່ທີ່ມີການຈະລາຈອນຕິດຂັດທີ່ສຸດໃນໂລກ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເມືອງ ມະນິລາ ປະເທດ ຟິລິບປິນ ຂຶ້ນເປັນເມືອງທີ່ມີການຈະລາຈອນຕິດຂັດເປັນອັນດັບ 1 ຂອງໂລກຈາກພື້ນທີ່ເມືອງໃຫຍ່ 387 ເມືອງທົ່ວໂລກ ໃນປີ 2023 ທີ່ຜ່ານມາ ຕາມຂໍ້ມູນຂອງ TomTom International BV ເຊິ່ງເປັນຜູ້ໃຫ້ບໍລິການຂໍ້ມູນຈະລາຈອນຂ້າມຊາດ ແລະ ຜູ້ຊ່ຽວຊານເຕັກໂນໂລຊີ.

ໂດຍຜູ້ຂັບຂີ່ ແລະ ຜູ້ສັນຈອນໄປມາຊາວຟິລິບປິນ ຕ້ອງຢູ່ເທິງຖະໜົນປະມານ 240 ຊົ່ວໂມງໃນປີ 2023 ເຊິ່ງ 117 ຊົ່ວໂມງຂອງໄລຍະເວລາຂ້າງຕົ້ນ ຫຼຶ ຄິດເປັນ 5 ມື້ ເປັນເວລາລວມທີ່ເມືອງ ມະນິລາ ມີການຈະລາຈອນທີ່ໜາແໜ້ນ ແລະ ຕິດຂັດ.

ທາງ TomTom International BV ໄດ້ລະບຸວ່າ ບັນຫາການຈະລາຈອນຕິດຂັດໄດ້ຮັບອິດທິພົນຈາກປັດໄຈເຄິ່ງຄົງທີ່ ເຊັ່ນ: ໂຄງສ້າງພື້ນຖານຂອງຖະໜົນ ແລະ ການຈຳກັດຄວາມໄວ ລວມໄປຮອດປັດໄຈແບບໄດນາມິກ ບໍ່ວ່າຈະເປັນ ການຕິດຂັດ ແລະ ການປ່ຽນແປງໃນປະລິມານການຈະລາຈອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/