2024 ແຂວງອັດຕະປື ຈະສູ້ຊົນລະດົມການລົງທຶນທົ່ວສັງຄົມໃຫ້ໄດ້ 3.084 ຕື້ກີບ


ຕາມການລາຍງານຈາກ ທ່ານ ສູນລະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຊຸດທີ II ໃຫ້ຮູ້ວ່າ: ປີ 2024 ແຂວງ ອັດຕະປື ຈະສູ້ຊົນລະດົມການລົງທຶນທົ່ວສັງຄົມ ໃຫ້ໄດ້ 3.084,5 ຕື້ກີບ ຫລື ເທົ່າກັບ 47% ຂອງ GDP. ໃນນີ້, ການລົງທຶນຈາກງົບປະມານລັດ ປະມານ 38,5 ຕື້ກີບ ກວມ 1,25% ຂອງການລົງທຶນລວມທັງໝົດ, ການລົງທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 215 ຕື້ກີບ ກວມເອົາ 6,97%, ການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ 1.258 ຕື້ກີບ ກວມເອົາ 40,78% ແລະ ການສະໜອງສິນເຊື່ອຂອງທະນາຄານ ປະມານ 1.573 ຕື້ກີບ ກວມເອົາ 51%.

ທ່ານ ສູນລະຄອນ ແກ້ວວຽງຄໍາ ຍັງໃຫ້ຮູ້ອີກວ່າ: ໃນປີ 2023 ຜ່ານມາ, ແຂວງອັດຕະປື ໄດ້ສະເໜີໂຈະໂຄງການທີ່ບໍ່ມີຄວາມຄືບໜ້າ ແລະ ໂຄງການທີ່ມີມູນຄ່າຕໍ່າ ບໍ່ສາມາດຈັດຕັ້ງປະຕິບັດໄດ້ 6 ໂຄງການ, ມູນຄ່າ 96,15 ຕື້ກີບ. ໃນນັ້ນ, ສະເໜີຂັ້ນແຂວງ ສັ່ງໂຈະປະຕິບັດ 5 ໂຄງການ, ມູນຄ່າ 35,35 ຕື້ກີບ, ອະນຸມັດໂຈະແລ້ວ 1 ໂຄງການ, ມູນຄ່າ 12,07 ຕື້ກີບ ແລະ ສູນກາງສັ່ງໂຈະ 1 ໂຄງ ການ, ມູນຄ່າ 42,8 ຕື້ກີບ; ໂຄງການທີ່ສະເໜີດັດແກ້ ມີ 2 ໂຄງການ, ສະເໜີຈ່າຍທຶນ 6 ໂຄງການ ຈຳນວນ 1.218,38 ລ້ານກີບ. ໃນນັ້ນ, ຂັ້ນສູນກາງອວ່າຍ 1 ໂຄງການ ຈຳນວນ 900 ລ້ານກີບ ແລະ ຂັ້ນ ແຂວງອວ່າຍ 5 ໂຄງການ, ຈຳນວນ 318,38 ລ້ານກີບ.

ພ້ອມນີ້, ແຂວງອັດຕະປື ຍັງໄດ້ສັງລວມບັນດາໂຄງການ ທີ່ໄດ້ເຊັນບົດບັນທຶກຊ່ວຍຈໍາໝົດອາຍຸ ແລະ ບໍ່ມີຄວາມຄືບໜ້າມີ 16 ໂຄງການ. ໃນນັ້ນ, ຂະແໜງພະລັງງານ ແລະ ບໍ່ແຮ່ 10 ໂຄງການ, ກະສິກຳ-ປ່າໄມ້ 6 ໂຄງການ, ປັດຈຸບັນ ໄດ້ຂໍຄຳເຫັນຈາກຂະແໜງການກ່ຽວຂ້ອງ ເພື່ອຄັດຈ້ອນ ໂຄງ ການໃດສົມຄວນສະເໜີລົບລ້າງ ແລະ ເຫັນຄວນໃຫ້ສືບຕໍ່ ເພື່ອສຶກສາຄວາມເປັນໄປໄດ້ໃຫ້ສຳເລັດ. ສໍາລັບໂຄງການອອກອະນຸຍາດລົງທຶນທີ່ມີໃບອະນຸຍາດລົງທຶນ ແຕ່ບໍ່ມີຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດມີ 20 ໂຄງການ. ໃນນັ້ນ, ຂະແໜງກະສິກຳ 9 ໂຄງການ, ຂະແໜງພະລັງງານໄຟຟ້າ-ບໍ່ແຮ່ 4 ໂຄງການ ແລະ ຂະແໜງການບໍລິການ 7 ໂຄງການ.

ຂໍ້ມູນຈາກ: ປະເທດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/