ກອງທຶນສົ່ງເສີມ SMEs ປະກາດຮັບສະໝັກສະຖາບັນການເງິນຈຸລະພາກ ເປັນຄູ່ຮ່ວມມື  ໃນການສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ


ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກຳ ແລະ ການຄ້າ ເປີດຮັບສະໝັກ ສະຖາບັນການເງິນຈຸລະພາກ ເພື່ອເປັນຄູ່ຮ່ວມມືໃນການກະຈາຍ ແລະ ສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດໃນແຕ່ລະທ້ອງຖິ່ນໃຫ້ໄດ້ຫຼາຍທີ່ສຸດ.

ໂດຍເງື່ອນໄຂຫຼັກທີ່ຈະພິຈາລະນາສະຖາບັນການເງິນຈຸລະພາກເຂົ້າເປັນຄູ່ຮ່ວມມື ກັບ ທສວ ແມ່ນຕ້ອງຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດ ຖືກຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ; ຕ້ອງປະຕິບັດສອດຄ່ອງກັບ ດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 184/ລບ, ລົງວັນທີ 20 ມິຖຸນາ 2022 ແລະ ລະບຽບການຕ່າງໆ ທີ່ ທະນາຄານແຫ່ງ ສປປ ລາວ ວາງອອກໃນແຕ່ລະໄລຍະ.

ບັນດາ ສະຖາບັນການເງິນຈຸລະພາກເຂົ້າເປັນຄູ່ຮ່ວມມື ກັບ ທສວ ທີ່ຕ້ອງການຮ່ວມມືກັບ ທສວ ແມ່ນຕ້ອງມີຜົນກຳໄລໃນການດຳເນີນທຸລະກິດໄລຍະ 02 ປີ ຜ່ານມາສຸດທ້າຍ; ມີໜີ້ເສຍບໍ່ເກີນ 5% ຂອງຖານະເງິນກູ້ທັງໝົດ ໃນໄລຍະ 02 ປີ ຜ່ານມາສຸດທ້າຍ; ມີບົດລາຍງານການກວດກາຈາກທະນາຄານແຫ່ງ ສປປ ລາວ ແລະ/ຫຼື ກວດສອບພາຍນອກ 02 ປີ ຜ່ານມາສຸດທ້າຍ; ມີປະສົບການໃນການສະໜອງສິນເຊື່ອໃຫ້ ຂະແໜງການຜະລິດກະສິກໍາ ປູກຝັງ-ລ້ຽງສັດ, ຫັດຖະກໍາ ຫຼື ການຜະລິດຂະໜາດນ້ອຍ.

ນອກຈາກນີ້ກໍຍັງມີບັນດາເງື່ອນໄຂສໍາຮອງ ບໍ່ວ່າຈະເປັນ ສະຖາບັນການເງິນຈຸລະພາກ ຕ້ອງມີຮູບແບບ ແລະ ລະບົບສະໜອງສິນເຊື່ອໃຫ້ລູກຄ້າທີ່ມີປະສິດທິພາບ ເຊັ່ນ: ການໃຫ້ບໍລິການລູກຄ້າຢູ່ຈຸດໃດໜຶ່ງ ເພື່ອແລກປ່ຽນຂໍ້ມູນຕ່າງໆ ລວມເຖິງການຊໍາລະດອກເບ້ຍ ຫຼື ຕົ້ນທຶນ (Center Meeting) ຫຼື ວິທີການອື່ນໆທີ່ເຫັນວ່າມີປະສິດທິພາບ; ມີກິດຈະກໍາຊ່ວຍເຫຼືອສັງຄົມຄວບຄູ່ກັບການບໍລິການສິນເຊື່ອ ເຊັ່ນ: ການເຝິກອົບຮົມອາຊີບ,ການຄືນກໍາໄລໃຫ້ລູກຄ້າ ແລະ ສັງຄົມ, ການເບິ່ງແຍງສະຫວັດດີການຂອງພະນັກງານ; ມີຄວາມສາມາດ ແລະ ປະສົບການໃນການໃຫ້ການຊ່ວຍເຫຼືອດ້ານເຕັກນິກ ແລະ ວິຊາການ ໃຫ້ລູກຄ້າ.

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ທສວ) ເປັນອີກໜຶ່ງອົງການຈັດຕັ້ງຂອງລັດຖະບານທີ່ມີບົດບາດສຳຄັນໃນການສົ່ງເສີມ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເຮັດໜ້າທີ່ເປັນແກນກາງໃນການປະສານສົມທົບກັບພາກສ່ວນຕ່າງໆ ໃນການລະດົມທຶນ ແລະ ຊຸກຍູ້ໃຫ້ປະຊາຊົນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ວຽກງານ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຕາມພາລະບົດບາດຂອງຕົນເອງ.

https://www.facebook.com/photo?fbid=822051783264862&set=a.241840474619332

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/