ເພາະເຫງົາຄຳດຽວ! ແມ່ຍິງຊາວຍີ່ປຸ່ນ ອາຍຸ 51 ປີ ຖືກຈັບ ຫຼັງໂທແຈ້ງເຫດໃນສາຍສຸກເສີນ 2 ພັນກວ່າສາຍ ພຽງເພາະຢາກໃຫ້ຄົນມາສົນໃຈ


ເມື່ອບໍ່ດົນມານີ້ ມີລາຍງານວ່າ ແມ່ຍິງຊາວຍີ່ປຸ່ນ ອາຍຸ 51 ປີ ຊື່ວ່າ ຮິໂຣໂກະ ຮາຕະງາມິ ທີ່ອາໄສຢູ່ເມືອງ ມັດສຶໂດະ ເມືອງຊິບະ ຖືກເຈົ້າໜ້າທີ່ຈັບກຸມ ພ້ອມຕັ້ງຂໍ້ຫາຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່ດັບເພີງ ຫຼັງໂທແຈ້ງເຫດໃນສາຍສຸກເສີນ 2.761 ສາຍ ພຽງເພາະຢາກໃຫ້ຄົນມາສົນໃຈ.

ໂດຍ ຮາຕະງາມິ ຖືກກ່າວຫາວ່າລາວມັກຈະໂທໄປຫາເບີສຸກເສີນຈາກເຮືອນ ຫຼື ບໍລິເວນຂອງເຮືອນລາວ ແລ້ວບອກວ່າ ເຈັບທ້ອງ, ກິນຢາເກີນຂະໜາດ, ປວດຂາ ຫຼື ອາການອື່ນໆ ເຖິງແມ່ນວ່າຄວາມຈິງລາວຈະບໍ່ມີອາການຕາມທີ່ກ່າວອ້າງມາກໍຕາມ ແລະ ຂໍໃຫ້ສະຖານີດັບເພີງ ມັດສຶໂດະຂອງແຂວງ ຊິບະ ສົ່ງລົດກູ້ໄພມາຫາຕະຫຼອດຕັ້ງແຕ່ວັນທີ 15 ສິງຫາ 2020 ຈົນມາຮອດ 25 ພຶດສະພາ 2023.

ເມື່ອລົດກູ້ໄພມາຮອດ ຮາຕະງາມິ ກໍມັກຈະບອກວ່າບໍ່ຢາກຂຶ້ນລົດກູ້ໄພ ຫຼື ອ້າງວ່າບໍ່ໄດ້ເປັນຄົນໂທ ເຊິ່ງພະນັກງານດັບເພີງ ແລະ ຕຳຫຼວດກໍໄດ້ເຮັດການຕັກເຕືອນລາວໄປຫຼາຍຄັ້ງວ່າຢ່າເຮັດແບບນີ້ອີກ ແຕ່ກໍບໍ່ຟັງ ຈົນສຸດທ້າຍສະຖານີດັບເພີງກໍໄດ້ມີການຍື່ນເລື່ອງນີ້ໄປຫາເຈົ້າໜ້າທີ່ຕຳຫຼວດເມື່ອວັນທີ 20​ມິຖຸນາ ທີ່ຜ່ານມາ ຈົນນຳມາສູ່ການເຂົ້າຈັບກຸມຕົວໃນທີ່ສຸດ ເມື່ອວັນທີ 13 ກໍລະກົດ.

ຢ່າງໃດກໍຕາມ ກໍລະນີແບບນີ້ ບໍ່ແມ່ນກໍລະນີທຳອິດ ໂດຍເມື່ອປີ 2013 ມີລາຍງານວ່າເຄີຍມີ ແມ່ຍິງອາຍຸ 44 ປີ ໂທຫາຕຳຫຼວດຫຼາຍກວ່າ 15.000 ຄັ້ງ ໃນໄລຍະເວລາພຽງ 6 ເດືອນ ແລະ ບາງມື້ໂທຫາຕຳຫຼວດເຖິງ 927 ສາຍ ຈົນເປັນອຸປະສັກຕໍ່ການເຮັດວຽກຂອງຕຳຫຼວດ.

ຂອບໃຈຂໍ້ມູນຈາກ: thematter, insider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/